ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-08 20:07:27    
ກອງ​ປະຊຸມ​ສຸດ​ຍອດ​ສີ່​ຝ່າຍ​ຕາ​ເວັນ​ອອກ​ກາງ​ໄຂ​ຂຶ້ນ​ຢູ່​ຊາມ​ຊາ​ອິກ

cri Author: li
ຕາມ​ຂ່າວ CRI: ການ​ພົບ​ປະ​ຂັ້ນສຸດ​ຍອດ 4 ຝ່າຍ​ຕາ​ເວັນ​ອອກ​ກາງ​ທີ່​ມີ​ເອຢິບ,ຊອກ​ດາ​ນີ,ອິສຣາ​ແອນ​ແລະ​ປາ​ເລັສຕີນ​ເຂົ້າຮ່ວມ​ນັ້ນ​ໄດ້​ຈັດ​ຂຶ້ນຢູ່​ຊາມຊາ​ອິກ​​ແຫຼມຊີ​ນາຍ​ຂອງ​ເອຢິບ​ໃນ​ວັນ​ທີ 8 ກຸມພາ.

ການ​ພົບ​ປະ​ເທື່ອ​ນີ້​ຈະ​ຫາລື​ບັນຫາ​ຕ່າງໆ​ເຊັ່ນ​ປາ​ເລັສຕີນ​ອິສຣາ​ແອນ​ຢຸດ​ຍິງ,ອິສຣາ​ແອນ​ປ່ອຍ​ຕົວ​ຊາວ​ປາ​ເລັສຕີນ​ສ່ວນ​ໜຶ່ງທີ່​ຖືກ​ກັກ​ຂັງ​ແລະ​ທະຫານ​ອິສຣາ​ແອນ​ຖອນ​ອອກ​ຈາກ​ບາງ​ຕົວ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ເປັນຕົ້ນ. ຕາມ​ຊາບ​ວ່າ,​ໃນ​ໄລຍະ​ໄຂ​ກອງປະຊຸມ​ສຸດ​ຍອດ,ປາ​ເລັສຕີນ​ອິສຣາ​ແອນ​ຕ່າງ​ຈະ​ປະກາດ​ວ່າ​ຢຸດ​ຍິງ​ກັບ​ຝ່າຍ​ກົງກັນຂ້າມ,ຄື​ຝ່າຍ​ປາ​ເລັສຕີນ​ຢຸດຕິ​ການ​ລຸກ​ຮື​ຂຶ້ນສູ້​ດ້ວຍ​ກຳລັງ​ອາວຸດ​ເທື່ອ​ທີ​ສອງ​ທີ່​ເລີ່​ມ​ແຕ່​ປີ 2000,ຝ່າຍ​ອິສຣາ​ແອນ​ໃຫ້​ຄຳ​ໝັ້ນສັນຍາ​ວ່າດຳ​ເນີນ​ເຊົາ​ການ​ເຄື່ອນ​ໄຫວ​ທາງການ​ທະຫານ​ຕໍ່​ເຂດ​ປົກຄອງ​ຕົນ​ເອງ​ຂອງ​ປາ​ເລັສຕີນ​ແລະ​ເຊົາ​ກຳຈັດ​ພວກ​ຫົວ​ຮຸນ​ແຮງ​ຂອງ​ປາ​ເລັສຕີນ​ຕາມ​ບ່ອນ​ກຳນົດ​ໃນ​ຊົ່ວຄາວ,​ແລະ​ຜ່ອນຄາຍ​ການ​ອັດ​ຕັນ​ເຂດ​ປົກຄອງ​ຕົນ​ເອງ​ຂອງ​ປ​າ​ເລັສຕີນ.