ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-08 20:34:05    
ນິທານ​ກ່ຽວ​ກັບ​ປີລະກາໃນ 12 ນັກ​ສັດ​

cri

ວັນ​ທີ 9 ກຸມພາ ກົງ​ກັບ​ເດືອນ​ຈຽງ​ອອກ​ໃຫມ່​ຄ່ຳ​ຫນຶ່ງ​ທາງ​ຈັນທະຄະຕິ​ຈີນ ​ແມ່ນ​ມື້ບຸນ​ກຸດ​ຈີນ.ມື້​ນີ້ ພວກ​ເຮົາ​ໄດ້​ຈັດ​ລາຍການ​ສະ​ເພາະ​ ​ແນະນຳ​ຮີດ​ຄອງ​ປະ​ເພນີ​ບຸນ​ກິດ​ຈີນ​ສູ່​ທ່ານ​ຟັງ.ບຸນ​ກຸດຈີນ​​ແມ່ນ​ມື້ບຸນພື້ນ​ເມືອງ​ຂອງ​ຈີນ.ບຸນ​ກຸດ​ຈີນ​ເຫມືອນ​ກັບ​ໂນ​​ແອນ ບຸນ​ກູ​ບັນ​ຂອງ​ປະ​ເທດ​ຈຳນວນ​ຫນຶ່ງ​ຟົດຟື້ນ​ຄຶກຄື້ນ​ທີ່​ສຸດ,ກ່ອນ​ມື້​ບຸນຈີນ​ຊາວ​ຈີນ​ເອີ້ນ​ວ່າແປ​ວ່າ​ວັນ​ສິ້ນ​ປີ​ຊິ່ງກໍ​ຄື​ມື້​ນີ້.​ອີງ​ຕາມ 12 ໃນ​ວິທີ​ຄຳນວນວັນ​ເດືອນ​ປີດັ້ງ​ເດີມ​ຂອງ​ຈີນ​

12 ນັກສັດ​ແມ່ນ​ເວົ້າ​ເຖິງ​ການ​ຫມູນ​ຮອບ​ປະຈຳ​ປີຂອງ​ສັດ 12 ຊະນິດ​ໃນ​ຮອບ 12 ປີ,ຕາມ​ວິທີ​ຄຳນວນ​ວັຍ​ເດືອນ​ປີ​ຈັນ​ທຳ​ທຳ​ຄະຕິ​ຂອງ​ຈີນ,​ເຊິ່ງຄື​ປີ​ຊວດ ສະຫຼຸຂານ ​ເຖາະ ມະ​ໂລງ ມະ​ເສັງ ມະ​ເມຍ ມະ​ແມ ວອກ ລະກາ ຈໍ​ກຸນ. ກ່ຽວກັບ​ການ​ກຳເນີ​ດຂອງ​ນັກສັດ​ດັ່ງກ່າວ,ມີ​ວິທີ​ເວົ້າກັນຫຼາຍ​ແນວ,ບາງ​ຄົນ​ຖື​ວ່າ,ມັນ​ເປັນ​ຜົນ​ແຫ່ງ​ການ​ເຊື່ອມໂຍງ​ຂອງ​ວິທີ​ນັບ​ປີ​ຂອງ​ຊົນ​ເຜົ່າ​ຫໍ້​ບູຮານ​ກັບ​ວິທີ​ນັບປີ​ຂອງ​ຊົນ​​ເຜົ່າ​ສ່ວນ​ຫນ້ອຍ​ທີ່​ເອົາ​ສັດ​ເປັນ​ຕົວ​​ແທນ​ຂອງ​ປີ. ໃນ​ນັ້ນ,​ມີ​ການ​ເລົ່າ​ລືກັນ​ມາ​ແນວ​ຫນຶ່ງ,​ເຫັນ​ວ່າການ​ຄັດ​ເລືອກ​ເອົາສັດ​​ມາ​ລຽນ​ແຖວ​ກັນ​ເປັນ 12 ນັກສັດນັ້ນ​ແມ່ນ​ກຳນົດຕາມ​ກົດ​ເກນ​ເຄື່ອນ​ໄຫວ​ຂອງ​ສັດ​ໃນ​ແຕ່​ລະ​ມື້,​ໃນ​ຍາມ​ກາງຄືນ​ ແຕ່ 11 ​ໂມງ​ຮອດ​ 1​ໂມງ​ຕອນ​ເດິກ .ເວລາ​ນີ້​ຫນູນ​ແມ່ນ​ອອກ​ເຄື່ອນ​ໄຫວ​ຫຼາຍກວ່າ​ຫມູ່,​ເພາະສະນັ້ນ,ຈິ່ງຈັດ​ໃຫ້​ມັນ​ເປັນ​ທີ​ຫນຶ່ງ,ສ່ວນ​​ເຫຼືອນັ້ນ​ແມ່ນ​ລຽງ​ກັນ​ມາ​ເປັນ​ລຳດັບ,ຕອນ​ຫົວ​ຄ່ຳ 5 ​ໂມງ​ຮອດ 7 ​ໂມງ​ຄ້ອມ​ພໍດີ​ແມ່ນ​ຍາມ​​ໄກ່​ພວມ​ເຂົ້າ​ລົກ​ໄກ່​ນອນ,,​ເພາະສະນັ້ນຈິ່ງ​ຈັດ​​ໄກ່​ເປັນ​ທີ 10.ຄົນ​ບູ​ຮານ​ຈີນຈັດ​ເອົາຖື​ສັດ 12 ຊະນິດ​ລຽນ​ແຖວ​ເປັນ 12 ປີຮອບ​ຫນຶ່ງ.​ເນື່ອງ​ໃນ​ໂອກາດ​ປີ​ລະກາ​ຈະ​ວຽນມາ​ເຖິງ,ພວກ​ເຮົາຂໍ​​ໂອ້​ລົມ​ກ່ຽວ​ກັບ​ໄກ່​ໃນ​ວັດທະນະທຳ​ຈີນ
​ເຖິງ​ວ່າ​ໃນ 12 ນັກສັດ,​ໄກ່​ຖືກ​ລຽນ​ກັນ​ເປັນທີ 10ກໍ​ຕາມ,​ແຕ່​ໄກ່​ຕື່ນ​​ເຊົ້າກວ່າ​ສັດ​ອື່ນໆ,ສຽງ​ໄກ່​ຂັນ​ໄດ້​ປຸກ​ໃຫ້ຄົນ​ທັງຫຼາຍ​ຕື່ນ,​ແລ້ວນຳ​ເອົາ​ມື້​ໃຫມ່​ມາໃຫ້​ແກ່​ຄົນ​ທັງຫຼາຍ,ສຽງ​ໄກ່​ຂັນ​ກໍ່​ແມ່ນ​ສັນຍະລັກ​ຂອງ​ຈຸດ​ເລີ່​ມ​ອັນໃຫມ່


 ຄົນ​ບູຮານ​ຈີນ​ໄດ້​ອະທິບາຍ​ຄວາມ​ຫມາຍ​ສັນຍະລັກ​ຫຼາຍ​ຢ່າງ​ຈາກ​ຈຸດ​ພິ​ເສດ​ສັດ​ຂອງ​ໄກ່,ພວກ​ເຂົາ​ເຈົ້າ​ເຫັນ​ວ່າ​ໄກ່​ມີຈຸດ​ດີ 5 ຢ່າງ,ຫົວມັນມີ​ຫອນ​ແດງ,ກໍ​​ເຫມືອນ​ດັງໃສ່​ຫມວກ​ຄື​ປັນ​ຍາ​ຊົນ​ໃນ​ສະ​ໄຫມຈີນບູຮານ​.ຕີນ​​ໄກ່​ທີ່​ມີ​ເລັບ​ແຫຼມ​ຊ່າງ​ສູ້​ລົບ,​.ຢູ່​ຕໍ່ຫນ້າ​ສັດຕູ​ກ້າ​ສູ້​ຊົນ,ມີ​ຄວາມ​ກ້າຫານ;​ເມື່ອ​ເຫັນ​ຂອງ​ກິນ​ກໍ່​ເອີ້ນ​ຫມູ່​ມາ​ກິນ​ນຳ​ກັນ,ມີ​ຄວາ​ມ​ເມດ​ຕາ.;​ໄກ່​ຂັນປຸກ​ຄົນ​​ໃຫ້​ຕື່ນຕາມ​ເວລາ​ກຳນົດ,ມີ​ຄວາມ​ສັດຊື່.​ດ້ວຍ​ເຫດ​ນີ້ຈຶ່ງ​ຮັບ​ຄວາມ​ນິຍົມ​ຊົມ​ຊອມ​ຈາກ​ບັນດານັກ​ກະວີ​ແລະນັກ​ວັນນະ​ຄະດີ​ຂອງ​ຈີນ​ໃນ​ທຸກ​ສະ​ໄຫມ,ພວກ​​ເຂົາ​ເຈົ້າ​ໄດ້​ວາດ​ພາບ​ໄກ່​​ເປັນ​ຫນ້າ​ຮັກ​ແລະມີ​ຊີວິດ​ຊີວາທັງ​ມີ​ຮູ​ບງາມທັງ​ມີ​ນ້ຳ​ໃຈ.ພວກ​ເຂົາ​ເຈົ້າ​ປຽບທຽບໄກ່​​​ເປັນ​ນັກ​ລົບ​ທີ່​ໃສ່​ເຄື່ອງນຸ່ງ​ຂອງ​ຖື​ອັນ​ສວຍ​ງາມ​ແລະ​ທັງ​ມີ​ຄວາມ​ອົງອາດ​ກ້າຫານ,ບາງ​ຄົນປຽບທຽບ​ໄກ່​ເປັນ​ຜູ່​ລິ​ເລີ່​ມທີ່ຊື່ສັດ​ບໍ​ລິສຸດ​


 ກ່ຽວ​ກັບ​ໄກ່,ມີ​ນິທານ​ສຸພາສິດ​ຫຼາຍ​ເລື່ອງ,​ໃນ​ນັ້ນ​ເລື່ອງ​ທີ່​ມີ​ຊື່​ສຽງກວ່າ​ຫມູ່​ກໍ່​ແມ່ນ​ເລື່ອງ​​ໄດ້ຍິນ​ສຽງ​ໄກ່ຂັນ​ກໍ​ລຸ​ກຟັນ​ດ​າບ.​ເມື່ອ​ຄ.ສ ສະຕະວັດ​ທີ 4   ມີ​ຊາວ​ຫນຸ່ມ​ສອງ​ຄົນ​ທີ່​ມີນິດ​ໄສ​ທະ​ນົງ​ອົງ​ອາດ​ແລະ​​ເປີດ​ອົກ​ເປີດ​ໃຈຊື່ວ່າ​ທ້າວ​ຈູ​ດີ​ແລະທ້າວລິວ​ຄຸນ,ພວກ​ເພິ່ນ​ນອນ​ຢູ່​ຫ້ອງ​ດຽວ​ກັນ ຄົ້ນຄວ້າ​ວິຊາ​ການ ​ເຊີດ​ຊູ​ກຳລັງ​ໃຈ​ແກ່​ກັນ,ສ້າງ​ອຸດົມ​ຄະຕິ​ກອບ​ກູ້​ປະຊາ​ຊາດ. ຕອນ​ຮຸ່ງ​ເຊົ້າ​ມື້ຫນຶ່ງ,ທ້າວ​ຈູ​ດີ​​ໄດ້​ຍິນ​ສຽງ​ໄກ່​ຜູ່​ຂັນ​ໃນ​​ເວລາຝັນ,ກໍ່​ຕື່ນ​ຂຶ້ນ​ຢ່າງ​ກະທັນ ຫັນ,ປຸກ​ທ້າວ​ລິວ​ຄຸນ​ໃຫ້ຕື່ນ​ແລະ​ເວົ້າ​ວ່າ:"ຟັງ​ແມ ​​ສຽງໄກ່​ຜູ່​ຂັນ​,ກໍ່​ຫມາຍ​ຄວາມ​ວ່າ​ຢາກ​ປຸກ​ຊາວ​ຫນຸ່ມຕັດສິນ​ໃຈ​ບຸກບືນ​ສູ້​ຊົນ,ພວກ​ເຮົາ​ບໍ່​ຄວນ​ຕື່ນ​ສວຍ​ອີກ." ​ສະ​ນັ້ນ,ສອງ​ຄົນ​ກໍ​ລຸກ​ຂຶ້ນນຸ່ງ​ເສື້ອ​ແລ້ວ​ມາ​ຮອດ​ເດີ່ນ​ບ້ານ ຟັນດາບ​ກັນ​​ໃນ​ທ່າມ​ກາງ​ລົ​ມຫນາວ.ພວກ​ເຂົາ​ເຈົ້າຮູ້ສຶກ​ວ່າຍິ່ງ​ຟັນ​ດາບ​ຍິ່ງ​ມີ​ກຳລັງ,ຈົນ​ຮອດ​ຕາ​ເວັນ​ໂພ່​ຂຶ້ນ​ໂລດ. ພາຍຫຼັງ​ມາ, ທ້າວ​ຈູ​ດີ​ໄດ້​ກາຍ​ເປັນ​ນາຍ​ທະຫານ​ທີ່​ມີ​ຊື່​ສຽງທີ່​ປ້ອງ​ກັນ​ປະ​ເທດ​ຊາດ.
 ຍັງ​ມີ​ນິທານ​ອີກ​ເລື່ອງ​ຫນຶ່ງ,​ເລົ່າ​ລື​ກັນ​ວ່າ ​ໃນ​ສະ​ໄຫມ​ຈິນ,ມີ​ເຈົ້າ​ນາຍ​ຜູ່​ຫນຶ່ງ​ທີ່​ຊື່ວ່າ​ຊົ້ງ​ສູຈົ່ງ​ໄດ້​ຊື້​ໄກ່​ທີ່​ມັກ​ຂັນ​ໂຕ​ຫນຶ່ງ,​ທ່ານ​ມັກ​ທີ່​ສຸດ,ລ້ຽງ​ມັນ​ຢ່າງ​​ເອົາ​ໃຈ​ໃສ່ ​ເອົາ​ໄກ່​ໄວ້​ໃນຕຸ້ມ​ແລ້ວແຂວນ​ຢູ່​ຕໍ່ຫນ້າ​ປ່ອງຢ້ຽມ​​ເພື່ອ​ໄວ້​ຊົມ,ມີ​ມື້ຫນຶ່ງ,​ໄກ່​ໂຕ​ນີ້​ໄດ້​ປາກ​ເວົ້າ​ພາສາ​ຄົນ​ຢ່າງ​ກະທັນຫັນ,​ໂອ້​ລົມກັນກັບ​ທ່ານ​ຊົ້ງ​ສູ​ຈົ່ງ,​ດ້ວຍ​ພາສາ​ຕະຫຼົກ,ທ່ານ​ຊົ້ງ​ສູ​ກໍ່ລົມ​ກັບ​ມັ​ໄກ່​ໂຕນີ້,ຄາລົມຂອງ​ທ່ານ​​ໄດ້​ມີ​ຄວາມ​ກ້າວຫນ້າ​ຢ່າງ​​ໃຫຍ່​ຫຼວງ.​ເພາະສະ​ນັ້ນ,ຄົນ​ທັງຫຼາຍ​ຈຶ່ງຖື​​​ເລື່ອງ​ລົມ​ກັນກັບ​ໄກ່​ມາ​ສົມມຸດ​​ເປັນ​ແນວ​ຄຶດ​ປັດ​ຊະ​ຍາ​ຈິດ​ນິຍົມ​ໃນ​ສະ​ໄຫມ​ຈີ້​ນ,ສ່ວນ​ຕຸ້ມ​ໄກ່​ກໍ່​ກາຍ​​ເປັນ​ຊື່​ແທນ​ນາມຂອງ​ຫ້ອງ​ຮຽນ​ຂອງ​ປັນ​ຍາ​ຊົນ​ຈີນ


 ຢູ່​ຈີນ,​ມີພື້ນ​ສືບ​ແລະ​ນິທານ​ເລົ່າ​ລືກັນ​ມາຫຼາຍ​ຢ່າງຫຼາຍ​ແນວກ່ຽວ​ກັບ​ໄກ່​,ຄົນ​ທັງຫຼາຍ​ນິຍົມ​ຊົມ​ຊອບ​ໄກ່,​ເອີ້ນ​ໄກ່​ເປັນ​ໄກ່​ຄຳ,ສິ່ງ​ທີ່​ມ່ວນ,ຊື່ນ​ນັ້ນ​ແມ່ນ ​ແຜນ​ທີ່ຈີນ​ເຫມື​ອນດັ່ງ​ໄກ່​ຜູ່​ໂຕ​ຫນຶ່ງ,ດ້ວຍ​​ເຫດ​ນີ້,ປະຊາຊົນ​ຈີນ​ຍິ່ງ​ມີ​ຄວາມ​ຮັກ​ແພງ​,​ເນື່ອງ​ໃນ​ໂອກາດ​ປີ​ລະກາ​ຈະວຽນມາ​ເຖິງ,ພວກ​ເຮົາ​ຂໍ​ອວຍພອນ​​ໃຫ້ໂລກ​ຈົ່ງ​ມີ​ຄວາມສຸກ​ເຕັມ​ໄປ​ດ້ວຍພະ​ລັງ​ຊີວິດ ​ເບີກບານ​ມ່ວນ​ຊື່ນ​ແລະສິລິ​ມົງຄຸນ​ໃນ​ທ່າມກາງ​ສຽງ​ໄກ່​ຂັນ