ທະຫານລັດຖະບານຟີລິບປິນກັບກອງປະກອບອາວຸດຕ້ານລັດຖະບານ ຍິງປືນໃສ່ກັນຢ່າງດຸເດືອດ ເຮັດໃຫ້ເກືອບ 50 ຄົນຕາຍ
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ 8 ກຸມພາ,ຝ່າຍທະຫານຟີລິບປີນກ່າວວ່າ,ໃນສອງມື້ມານີ້,ທະຫານລັດຖະບານຟີລິບປິນກັບກອງປະກອບອາວຸດຕ້ານລັດຖະບານໄດ້ຍິງປືນໃສ່ກັນຢ່າງດຸເດືອດຢູ່ເກາະໂຮໂລພາກໃຕ້ຟີລິບປິນ,ນັບມາຮອດປະຈຸບັນໄດ້ມີເກືອ 50 ຄົນຕາຍ,ໃນນັ້ນລວມທັງທະຫານລັດຖະບານ 16 ຄົນ.
ຝ່າຍຟີລິບປິນເຫັນວ່າ,ການຍິງປືນສູ້ກັນທີ່ກອງປະກອບອາວຸດຕ້ານລັດຖະບານເປັນຜູ້ກໍ່ຂຶ້ນຢູ່ເກາະໂຮໂລຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກກອງປະກອບອາວຸດຕ້ານລັດຖະບານຂອງອາບູຊະເຢຟ,ລັດຖະບານຟີລິບປິນແລະອາເມລິກາເຫັນວ່າ,ອົງການດັ່ງກ່າວນີ້ມີການຕິດຕໍ່ພົວພັນກັບອົງການອານເຄດາ.
ເກາະໂຮໂລຕັ້ງຢູ່ພາກໃຕ້ຟີລິບປີນ,ແມ່ນທີ່ຕັ້ງສຳຄັນແຫ່ງໜຶ່ງຂອງກອງປະກອບອາວຸດຕ້ານລັດຖະບານຟີລິບປິນ.
|
|