ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-09 19:57:15    
ສັບປະດາ​ວັດທະນະທຳ​ບຸນ​ກຸດ​ຈີນ​
ຈັດ​ຂຶ້ນຢູ່​ບາງກອກ

cri

ຕາມ​ຂ່າວ CRI: ວັນ​ທີ 9 ກຸມພາ ສັບປະດາ​ວັດທະນະທຳ​ບຸນ​ກຸດ​ຈີນ​ໂດຍ​ແມ່ນ​ກະຊວງ​ວັດທະນະທຳ​ຈີນ,ກະຊວງ​ທ່ອງ​ທ່ຽວ​ແລະ​ກິລາ​ຂອງ​ໄທ,ອົງການ​ປົກຄອງ​ນ​ະຄອນ​ບາງກອກ​ແລະ​ວົງ​ການ​ຕ່າງໆ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​​ໄທ​ຮ່ວມ​ກັນ​ຈັດ​ຂຶ້ນນັ້ນ​ໄດ້​​ເປີດ​ສາກຢູ່​ຖະໜົນ​ເຍົາວະ​ລາດທີ່​ບາງກອກ ນະຄອນຫຼວງຂອງ​ໄທ​ຢ່າງ​ຄຶກຄື້ນ.



ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ຝາກ​ຈົດໝາຍ​ອວຍພອນ​ໄປ​ຍັງ​ສັບປະດາ​ວັດທະນະທຳ. ທ່ານ​ອວຍພອນ​ໃຫ້​ລັດຖະບານ​ແລະ​ປະຊາຊົນ​ໄທ​ເອົາ​ຊະນະ​ໄພຄື້ນຊຸ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ​ໃນ​ທ້າຍ​ປີ 2004 ຢ່າງຮອບດ້ານ,​ແລະ​​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​​ໃຫຍ່ຫຼວງກວ່າ​ເກົ່າ​ໃນ​ວຽກ​ງານ​ຟື້ນ​ຟູ​ແລະ​ສ້າງສາ​ຄືນ​ໃໝ່ຫຼັງ​ໄພພິບັດ. ທ່ານ​ຍັງ​ຫວັງ​ໃຫ້ການ​ເຄື່ອນ​ໄຫວ​ຂະໜາດ​ໃຫຍ່​ດັ່ງກ່າວ​ສະ​ແດງ​ຢ່າງ​ເຕັມທີ່​ໃຫ້​ເຫັນ​ຄວາມ​ອົງ​ອາດ​ກ້າຫານ,ຄວາມ​ໝັ້ນ​ໃຈ,ຄວາມ​ສາມາດ​ຂອງ​ລັດຖະບານ​ແລະ​ປະຊາຊົນ​​ໄທ​ໃນ​ການ​ເອົາ​ຊະນະ​ໄພພິບັດ ພ້ອມ​ດ້ວຍຄວາມຮັກ​ແພງ​ຢ່າງ​ເລິກ​ເຊິ່ງ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຈີນ​​ໄທ.ສັບປະດາ​ວັດທະນະທຳ​ບຸນ​ກຸດ​ຈີນ​ເທື່ອ​ນີ້​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 9 ຮອດ​ວັນ​ທີ 15 ກຸມພາ.