ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-09 20:05:15    
ຈຳນວນ​ຜູ້​ຕາຍ​ໃນ​ເຫດກາ​ນລະ​ເບີດ​ຢູ່​ສູນ​ເກນ​ທະຫານ​​ແບກ​ແດັດ​ເພີ່ມ​ຂຶ້ນຮອດ 22 ຄົນ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ອີງ​ຕາມ​ຕົວ​ເລກ​ທີ່​ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກ​ປະກາດ,ຈຳນວນ​ຜູ້​ຕາຍ​​ໃນ​ການຫຼອນ​ໂຈມ​ຕີ​ດ້ວຍ​ການລະ​ເບີດ​ແບບ​ສະຫຼະ​ຊີບ​ທີ່​ເກີດ​ຂຶ້ນຢູ່​ສູນ​ເກນ​ທະຫານ​ໃໝ່​ແຫ່ງໜຶ່ງ​​ໃນແບ​ກ​ແດັດ​ນະ​ຄອນ​ຫຼວງ​ອີຣັກ​ໃນ​ວັນ​ທີ 8 ກຸມພາ​ໄດ້​ເພີ່ມ​ຂຶ້ນຮອດ 22 ຄົນ,ອີກ​ເກືອບ 30 ຄົນ​ບາດ​ເຈັບ. ນີ້​ແມ່ນ​ເຫດການ​ຫຼອນ​ໂຈມ​ຕີ​ທີ່ນອງ​ເລືອດຮ້າຍ​ແຮງ​ກວ່າ​ໝູ່​ຢູ່​ແບກ​ແດັດ​ແຕ່​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຢູ່​ອີຣັກ​​ເມື່ອ​ວັນ​ທີ 30 ມັງກອນ​ມາ​ນີ້.

ວັນ​ທີ 8 ກຸມພາ ອົງການ​ປະກອບ​ອາວຸດ​ຂອງ​ອີ​ຣັກທີ່​ນຳ​ໂດຍທ່ານ​ຈາ​ຄາວີ ບຸກຄົນ​ນ້ຳ​ເບີ​ສາມ​ຂອງ​ອົງການ​ອານ​ເຄດາ​ໄດ້​ປະກາດ​​ຮັບຜິດຊອບ​ຕໍ່​ເຫດການ​ລະ​ເບີດ​ລາຍ​ນີ້,ອົງການ​ດັ່ງກ່າວ​ໄດ້​ອອກ​ຖະ​ແຫຼງການ​ໃນ​ອິນ​ເຕີ​ເນັດ​ວ່າ,ນີ້​ພຽງ​ແຕ່​ເປັນ​ການ​ເລີ່​ມຕົ້ນຂອງ​ການ​ເລື່ອນ​ຂັ້ນຫຼອນ​ໂຈມ​ຕີ​.