|
 |
(GMT+08:00)
2005-02-09 20:08:08
|
 |
ປາເລັສຕີນອິສຣາແອນປະກາດຢຸດຍິງ
cri
Author: li
ຕາມຂ່າວ CRI: ການພົບປະຂັ້ນສຸດຍອດສີ່ຝ່າຍຕາເວັນອອກກາງທີ່ມີຜູ້ນຳຂອງເອຢິບ,ຊອກດານີ,ອິສຣາແອນແລະປາເລັສຕີນເຂົ້າຮ່ວມນັ້ນໄດ້ຈັດຂຶ້ນຢູ່ຊາມຊາອິກໃນແຫຼມຊີນາຍແຫ່ງເອຢິບໃນວັນທີ 8 ກຸມພາ. ຜູ້ນຳປາເລັສຕີນແລະອິສຣາແອນຕ່າງໃຫ້ຄຳໝັ້ນສັນຍາວ່າ,ສອງຝ່າຍຈະຢຸດຍິງກັນແຕ່ວັນທີ 8 ກຸມພາເປັນຕົ້ນໄປ.
ຝ່າຍອິສຣາແອນກ່າວວ່າ,ກອງປະຊຸມສຸດຍອດເທື່ອນີ້ໄດ້ນຳເອົາຄວາມຫວັງມາໃຫ້ການຮ່ວມມືຕື່ມອີກແລະຟື້ນຟູການເຈລະຈາສັນຕິພາບລະຫວ່າງປາເລັສຕີນກັບອິສຣາແອນ; ຝ່າຍປາເລັສຕີນກໍເຫັນວ່າ,ກອງປະຊຸມສຸດຍອດເປັນການເລີ່ມຕົ້ນຂອງການຟື້ນຟູການເຈລະຈາສັນຕິພາບລະຫວ່າງປາເລັສຕີນກັບອິສຣາແອນ.
ວັນທີ 8 ກຸມພາ ປະຊາຄົມໂລກໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ກອງປະຊຸມສຸດຍອດ. ທ່ານອານນານ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ອອກຖະແຫຼງການ,ສະແດງຄວາມຊົມເຊີຍຕໍ່ປາເລັສຕີນອິສຣາແອນປະກາດຢຸດຍິງ;ອາເມລິກາແລະຣັດເຊຍຕ່າງໄດ້ສະແດງຄວາມຍ້ອງຍໍແລະຊີມເຊີຍຕໍ່ປາເລັສຕີນອິສຣາແອນທີ່ຈັດການພົບປະກັນຄັ້ງປະຫວັດສາດແລະເຊັນສັນຍາຢຸດຕິການປະທະກັນດ້ວຍກຳລັງຮຸນແຮງ.
|
|
|