|
 |
(GMT+08:00)
2005-02-10 17:30:21
|
 |
ທ່ານເວີນເຈຍປາວຝາກຈົດໝາຍອວຍພອນໄປຍັງສັບປະດາວັດທະນະທຳບຸນກຸດຈີນຂອງໄທ(ພາບ)
cri
Author: da

ການເຊີດສີງໂຕຢູ່ຖະໜົນເຍົາວະລາດບາງກອກໄທໃນວັນທີ 9 ກຸມອພາ,ສະຫຼອງການເຄື່ອນໄຫວສັບປະດາວັດທະນະທຳບຸນກຸດຈີນທີ່ຈັດຂຶ້ນມື້ດຽວກັນ
ຕາມຂ່າວສານຊິນຮວາ:ການເຄື່ອນໄຫວສັບປະດາວັດທະນະທຳບຸນກຸດຈີນທີ່ລັດຖະບານຈີນແລະໄທຮ່ວມກັນຈັດຂຶ້ນຢູ່ບາງກອກໄດ້ເປີກສາກໃນວັນທີ 9 ກຸມພາ.ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນໄດ້ຝາກຈົດໝາຍໄປອວຍພອນ.

ຢູ່ຖະໜົນເຍົາວະລາດບາງກອກໄທ,ປະຊາຊົນໄທຊົມເບິ່ງຕູ້ແກ້ວວາງສະແດງຢາພື້ນເມືອງຈີນ
ໃນຈົດໝາຍ,ທ່ານເວີນເຈຍປາວຂຽນວ່າ,ເນື່ອງໃນໂອກາດວັນບຸນສິລິມຸງຄຸນນີ້,ທ່ານຕາງໜ້າລັດຖະບານຈີນແລະປະຊາຊົນຈີນສະແດງຄວາມຖາມຂ່າວຢ່າງຈິງໃຈຕໍ່ລັດຖະບານແລະປະຊາຊົນໄທ,ແລະອວຍພອນໃຫ້ລັດຖະບານແລະປະຊາຊົນໄທຈົ່ງໄດ້ຮັບຜົນງານອັນມະຫາສານໃນວຽກງານຟື້ນຟູແລະສ້າງສາຄືນໃໝ່ຫຼັງໄພພິບັດ.ທ່ານຫວັງໃຫ້ສັບປະດາວັດທະນະທຳບຸນກຸດຈີນທີ່ລັດຖະບານຂອງສອງປະເທດຮ່ວມກັນຈັດຂຶ້ນນັ້ນ ສະແດງໃຫ້ເຫັນມິດຕະພາບແລະຄວາມຮັກແພງອັນເລິກເຊິ່ງລະຫວ່າງລັດຖະບານແລະປະຊາຊົນສອງປະເທດຢ່າງເຕັມທີ່.
|
|
|