ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-10 17:49:18    
ທ່ານ​ຊາ​ລົງ​ຈະ​ເຈລະຈາ​ກັບ​ທ່ານ​ອັບ​ບາສ

cri Author: da
ຕາມ​ຂ່າວCRI:ຕອນ​ຄ່ຳ​ວັນ​ທີ 9 ກຸມພາ,ໜັງສືພິມ​ເຮ​ລາ​ອັດຂອງ​ອິສຣາ​ແອນລາຍ​ງານ​ຂ່າວ​ຜ່ານ​ແວ​ບ​ໄຊວ່າ,ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິສຣາ​ແອນ​ຈະ​ເຈລະຈາ​ກັບ​ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນຢູ່​ອິສຣາ​ແອນ​ພາຍ​ໃນ​ອາທິດ​ໜຶ່ງ.

ຕາມ​ຂ່າວ​ແຈ້ງວ່າ,ບ່ອນ​ຈັດການ​ເຈລະຈາ​ໄດ້​ຕົກລົງ​ຈັດ​ຢູ່​ຟາ​ມສ່ວນ​ຕົວຂອງ​ຄອບ​ຄົວທ່ານ​ຊາ​ລົງ​ຢູ່​ພາກ​ໃຕ້​ອິສຣາ​ແອນ.ຕໍ່​ເລື່ອງ​ນີ້,ທ່ານ​ຊາ​ອາສ ລັດຖະມົນຕີ​ການ​ຕ່າງປະ​ເທດປາ​ເລັສຕີນ​ໄດ້​ຢືນຢັນແລ້ວ.

ນອກ​ນີ້​ຂ່າວ​ແຈ້ງວ່າ,ວັນ​ທີ 9 ກຸມພາ,ຝ່າຍ​ອິສຣາ​ແອນ​ປະກາດ​ວ່າ,ອິສຣາ​ແອນ​ຈະ​ເປີດຊາຍ​ແດນ​ແຖບ​ກາ​ຊາ​ຄືນ​ໃໝ່,ມ້າງ​ອຸປະສັກ​ຂວາງ​ທາງ​ຢູ່​ບາງ​ແຫ່ງ​​ຝັ່ງ​ຕາ​ເວັນ​ຕົກແມ່ນ້ຳຈໍ​ແດນ,ອະນຸ​ຍາກ​​ໃຫ້ກຳມະກອນ​ແລະ​ພໍ່ຄ້າ​ຊາວ​ຂາຍປາ​ເລັສຕີນ​ກັບຄືນ​ໄປ​ເຮັດ​ວຽກ​ແລະ​ຄ້າ​ຂາຍ​ຢູ່​ອິສຣາ​ແອນ.

ວັນ​ທີ 8 ກຸມພາ,ຢູ່​ຊາມຊາ​ອິກຂອງ​ເອຢິບ,ອິສຣາ​ແອນ ປາ​ເລັສຕີນ ​ເອຢິບ​ແລະ​ຊອກ​ດາ​ນີ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ບັນຫາ​ປາ​ເລັສຕີນ​ອິສຣາ​ແອນ.​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ,ທ່ານ​ຊາ​ລົງ​​ໄດ້​ເຊີນ​ທ່ານ​ອັບ​ບາສ​ໄປຢ້ຽມຢາມ​ອິສຣາ​ແອນ,ທ່ານ​ອັບ​ບາສກໍ​​ຮັບ​ເອົາ​ດ້ວຍ​ຄວາມ​ຍິນ​ດີ.ນອກ​ນີ້,ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ອິສຣາ​ແອນ​ແລະ​ປາ​ເລັສຕີນ​ຕ່າງ​ຝ່າຍ​ຕ່າງຈະ​ຢຸດ​ຕິ​ການ​ເຄື່ອນ​ໄຫວດ້ວຍ​ກຳລັງ​ຮຸນ​ແຮງ​.