ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-10 20:00:19    
ອີຣັກ​ເລື່ອນ​ເວລາ​ປະກາດ​ຜົນ​ການ​ເລືອກ​ຕັ້ງທົ່ວ​ໄປ

cri Author: da
ຕາມ​ຂ່າວCRI:ວັນ​ທີ 9 ກຸມພາ,​ເຈົ້າໜ້າ​ທີ່​ອີຣັກປະກາດ​ວ່າ,ຄະນະ​ກຳມະການ​​ເລືອກ​ຕັ້ງທີ່​ເປັນ​ອິດ​ສະຫຼະ​ສູງ​ສຸດ​ຂອງ​ອີຣັກຈະເລື່ອນ​ເວລາ​ປະກາດ​ຜົນ​ການ​ເລືອກ​ຕັ້ງທົ່ວ​ໄປ.

ມື້​ດຽວ​ກັນ,ທ່ານຟາ​ລິດ ອາ​ຢາ ​ໂຄສົກ​ຄະນະ​ກຳມະການ​ເລືອກ​ຕັ້ງປະກາດ​ວ່າ,​ຍ້ອນ​ວ່າ​ຄະນະ​ກຳມະການ​ເລືອກ​ຕັ້ງຈະ​ນັບບັດ​ເລືອກ​ຕັ້ງ​ໃນ 300 ຫີບ​ຄືນ​ໃໝ່,ສະນັ້ນ,ຈຶ່ງ​ຕ້ອງ​ເລື່ອນ​ເວລາ​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ໄປ​ອີກ​ຫຼາຍ​ມື້.ດຽວ​ນີ້​ ​​ຍັງ​ບໍ່​ສາ​ມາດ​ຕົກ​ລົງ​ວັນ​ປະກາດ​ຜົນ​ປ່ອນ​ບັດ​ຢ່າງ​ຄັກ​ແນ່​​ເທື່ອ.

ວັນ​ທີ 30 ມັງກອນ,ອີຣັກ​ໄດ້ຈັດການ​ເລືອກຕັ້ງທົ່ວ​ໄປ,​ແຕ່​ເດີມ​ໄດ້​ຕົກລົງຈະ​ປະກາດຜົນ​ການ​ເລືອກ​ຕັ້ງ ​ໃນ​ວັນ​ທີ 10 ກຸມພາ​.