ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-11 17:01:09    
ການ​ຫລອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ເຮັດ​ໃຫ້ 40 ກວ່າ​ຄົນ​ເສຍ​ຊີວິດ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 10 ກຸມພາ, ອີ​ລັກ​ໄດ້​​ເກີດ​​ເຫດການ​ຫລອນ​ໂຈມ​ຕີ​ຫລາຍ​ລາຍ, ​ເຮັດ​ໃຫ້ 40 ກວ່າ​ຄົນ​ເສຍ​ຊີວິດ. ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດການ​ດ້ວຍ​ກຳລັງ​ຮຸນ​ແຮງ​ໃນ​ໄລຍະ​ບຸນ​ອາ​ສູ​ຣາ ບຸນ​ປະ​ເພນີ​ມຸສລິ​ມນິກາຍ​ຊີ​ອິດ​ທີ່​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້, ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກປະກາດ​​ໃນ​ວັນ​ທີ 10 ກຸມພາ​ວ່າ, ​ຈະ​ປິດ​ຊາຍ​ແດນ 6 ມື້.

ວັນ​ທີ 10 ກຸມພາ, ຫ້ອງການ​ຕຳຫລວດ​ແຫ່ງ​ໜຶ່ງ​ຢູ່​ເຂດ​ຕາ​ເວັນ​​ອອກສຽງ​ໃຕ້​​ຂອງ​ແບກ​ແດກ​ຖືກ​ຜູ້​ປະກອບ​ອາວຸດ​ຫລອນ​ໂຈມ​ຕີ. ຢູ່ກາງ​ເມືອງ​ແບກ​ແດກ​ເກີດ​ເຫດການ​ລົດຍົນ​ລະ​ເບີດ, ​ຢູ່ເມືອງ​ກີ​ຄຸກ​ແລະ​ເມືອງ​ປາຍ​ຈີ ​ເມືອງ​ພາກ​ເໜືອ​ອີຣັກຕ່າງ​ເກີດ​ເຫດການ​ຫລອນ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດຢູ່​ຂ້າງ​ທາງ​ລາຍ​ໜຶ່ງ. ຝ່າຍ​ຕຳຫລວດ​ອີຣັກຍັງ​ໄດ້​ປະກົດ​ເຫັນ​ສົບ 20 ຂອນ​ຢູ່​​ເຂດ​ທິດ​ໃຕ້​ຂອງ​ແບ​ກ​ແດກ, ຜູ້​ຕາຍ​ລວມທັງ​ຜູ້​ຂັບ​ລົດ​ບັນທຸກ​ແລະ​ສະມາຊິກ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ.