|
 |
(GMT+08:00)
2005-02-11 17:04:14
|
 |
ທ່ານອັບບາສປົດຕຳແໜ່ງຂອງເຈົ້າໜ້າທີ່ຮັກສາຄວາມປອດໄພຂອງປາເລັສຕີນຈຳນວນໜຶ່ງ
cri
Author: MO
ຕາມຂ່າວCRI: ວັນທີ 10 ກຸມພາ, ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນອອກຄຳສັ່ງໃຫ້ປົດຕຳແໜ່ງຂອງເຈົ້າໜ້າທີ່ຮັກສາຄວາມປອດໄພປາເລັສຕີນຈຳນວນໜຶ່ງທີ່ຢູ່ແຖບກາຊາແລະຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ຕາມບຸກຄົນຮັກສາຄວາມປອດໄພຂອງປາເລັສຕີນເຜີຍໃຫ້ຮູ້ວ່າ, ຜູ້ຖືກປົດຕຳແໜ່ງໃນເທື່ອນີ້ມີປະມານ 20 ຄົນ, ເຊິ່ງລວມທັງທ່ານມາຈິດ ເຈົ້າໜ້າທີ່ທີ່ຮັບຜິດຊອບຮັກສາຄວາມປອດໄພສາທາລະນະຢູ່ແຖບກາຊາແລະຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ແລະທ່ານອາເຈັສ ຫົວໜ້າກົມຕຳຫລວດເປັນຕົ້ນ.
ພ້ອມກັນນັ້ນ, ທ່ານອັບບາສໄດ້ອອກຄຳສັ່ງໃຫ້ກອງທະຫານຮັກສາຄວາມປອດໄພຂອງປາເລັສຕີນຫາບແບກໜ້າທີ່ຢ່າງແທ້ຈິງ, ໃຊ້ການເຄື່ອນໄຫວຕໍ່ຜູ້ລະເມີດສັນຍາຢຸດຍິງລະຫວ່າງປາເລັສຕີນກັບອິສຣາແອນ, ບໍ່ໃຫ້ອິສຣາແອນສືບຕໍ່ຫາຂໍ້ອ້າງໂຈມຕີປະຊາຊົນປາເລັສຕີນ.
ທ່ານອັບບາສຕົກລົງເດີນທາງໄປຮອດກາຊາໃນຕອນຄ່ຳວັນທີ 10 ກຸມພາ, ເພື່ອຫາລືກັບຝ່າຍປະກອບອາວຸດຕ່າງໆຂອງປາເລັສຕີນກ່ຽວກັບບັນຫາຢຸດຍິງກັບອິສຣາແອນ.
|
|
|