ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-13 16:25:01    
ທ່ານ​ໂຊ​ລາ​ນາ​ກ່າວ​ວ່າ, ສະຫະພາບ​ເອີ​ລົບ​ຈະ​ເພີ່ມ​ການ​ລົງທຶນ​​ເຂົ້າ​ໃນການ​ສ້າງສາ​ຄືນ​ໃໝ່​ຂອງ​ອີຣັກ

cri Author: MO
ຕາ​ມຂ່າວCRI:ວັນ​ທີ 12 ກຸມພາ, ທ່ານ​ໂຊ​ລາ​ນາ ຜູ້​ແທນ​ຊັ້ນສູງ​ຂອງ​ສະຫະພາບ​ເອີ​ລົບ​ທີ່​ຮັບຜິດຊອບ​ວຽກ​ການ​ຕ່າງປະ​ເທດ​ແລະ​ຄວາມ​ປອດ​ໄພ​ກ່າວ​ວ່າ, ສະຫະພາບ​ເອີ​ລົບ​ຈະ​ເພີ່ມ​ການ​ລົງທຶນ​ເຂົ້າ​ໃນ​ການ​ສ້າງສາ​ຄືນ​ໃໝ່​ຂອງ​ອີຣັກ.

ທ່ານ​ໂຊ​ລາ​ນາ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ມູນິກ​ຄັ້ງທີ 41 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ມູນິກແຫ່ງ​ເຢຍລະ​ມັນ​ໃນ​ວັນ​ທີ 12 ກຸມພາ. ທ່ານ​ກ່າວ​ວ່າ, ປະຈຸ​ບັນ, ສະຫະພາບ​ເອີ​ລົບ​ພວມ​ກຽມ​ໃຫ້ການ​ຊ່ອຍ​ເຫຼືອຕ່າງໆ​ແກ່​ອີຣັກ, ​ໃນ​ນັ້ນລວມທັງ​ຊ່ອຍ​ອີຣັກອົບ​ຮົບ​ຜູ້​ພິພາກສາ​ແລະ​ຕຳຫລວດປະມານ 800 ຄົນ, ​ໃຫ້ການ​ຊ່ອຍ​ເຫຼືອ 200 ລ້ານ​ເອີ​​ໂລ​ແກ່​ອີຣັກ​ແລະ​ອື່ນໆ. ນອກ​ນັ້ນ, ສະຫະພາບ​ເອີ​ລົບ​ຍັງ​ຈະ​ເສີມ​ຂະຫຍາຍ​ບົດບາດ​ຍິ່ງ​ຫລາຍ​ກວ່າ​ເກົ່າ​ໃນ​​ເວລາອີຣັກວາງ​ລັດ​ຖະທຳ​ມະນູນ​ແລະຊຸກ​ຍູ້​ຄວາມ​ປອງ​ດອງ​ຊາດ​ພາຍ​ໃນ​ອີຣັກ.