ປະທານາທິບໍດີອິນໂດເນເຊຍເດີນທາງໄປຮອດກົວລາລຳເປີຢ້ຽມຢາມມາເລເຊຍທາງລັດຖະກິດ
cri
Author: MO
ຕາມຂ່າວCRI: ຕອນເຊົ້າວັນທີ 14 ກຸມພາ, ທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍໄດ້ເດີນທາງໄປຮອດກົວລາລຳເປີ ນະຄອນຫລວງມາເລເຊຍ, ເລີ່ມຢ້ຽມຢາມມາເລເຊຍທາງລັດຖະກິດເປັນເວລາ 2 ມື້. ໃນໄລຍະຢ້ຽມຢາມ, ທ່ານຊູຊີໂລຈະຈັດການພົບປະຫາລືກັນກັບທ່ານບາດາວີ ນາຍົກລັດຖະມົນຕີມາເລເຊຍ, ສອງຝ່າຍຈະແລກປ່ຽນຄວາມເຫັນກ່ຽວກັບບັນຫາສ້າງສາແຂວງອາເຈະ ພາກຕາເວັນຕົກຂອງອິນໂດເນເຊຍຄືນໃໝ່ຫລັງໄພພິບັດແລະອື່ນໆ.
|
|