ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-14 17:43:42    
ຄະນະ​ກຳມະການ​ການ​ເລືອກ​ຕັ້ງທີ່​ເປັນ​ອິດສະຫລະ​ຂອງ​ອີຣັກປະກາດ​ຜົນ​ນັບ​ບັດ​ຂອງ​ການເລືອກ​ຕັ້ງທົ່ວ​ໄປ

cri
ຕາມ​ຂ່າວCRI:ຕອນ​ບ່າຍ​ວັນ​ທີ 13 ກຸມພາ,​ເວລາ​ທ້ອງ​ຖິ່ນ,ຢູ່​ແບ​ກ​ແດດ,ຄະນະ​ກຳມະ​ການ​ການ​ເລືອກ​ຕັ້ງທີ່​ເປັນ​ອິດ​ສະຫລະ​ຂອງ​ອີຣັກ​ໄດ້​ປະກາດ​ຜົນນັບ​ບັດ​ຂອງ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກ.

ໃນ​ງານ​ຖະ​ແຫລ​ງຂ່າວ,ທ່ານ​ອາ​ຢາ ​ໂຄສົກ​ຄະນະ​ກຳມະການ​ການ​ເລືອກ​ຕັ້ງປະກາດ​ວ່າ,​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມັງກອນ,ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ 8 ລ້ານ 4 ​ແສນ 56 ພັນ​ຄົນ​ໄດ້​ເຂົ້າຮ່ວມ​ການ​ປ່ອນ​ບັດ.ຜົນນັບ​ບັດສຸດ​ທ້າຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​"ສະຫະພັນ​ສາມັກຄີ​ອີຣັກ"ທີ່​ທ່ານ​ຊິ​ສຕາ​ນີ ຜູ້ນຳ​ສາສະຫນາ​ມຸສລິ​ມນິກາຍ​ຊີ​ອິດ​ຂອງ​ອີຣັກສະຫນັບສະຫນູນ​ນັ້ນ​ໄດ້​ 4 ລ້ານ 75 ພັນ​ບັດ,ກວມ​ຍອດ​ຈຳນວນ​ບັດ 48,1%;ສະຫະພັນ​ພັກ​ການ​ເມືອງ​ເຄິດ​ໄດ້​ 2 ລ້ານ 1 ​ແສນ 75 ພັນ​ບັດ;ສະຫະພັນ​ການ​ເມືອງ​ທີ່​ນຳ​ໂດຍ​ທ່ານ​ອາ​ລາ​ວີ ນາຍົກລັດຖະມົນຕີລັດຖະບານ​ຊົ່ວຄາວ​ໄດ້​ 1 ລ້ານ 1 ​ແສນ 68 ພັນ​ບັດ.

ທ່ານອາ​ຢາ​ຍັງ​ປະກາດ​ວ່າ,ພາຍ​ໃນ​ເວລາ​ສາມ​ມື້​ຂ້າງ​ຫນ້າ​ນີ້,ຄະນະ​ກຳມະການ​ການ​ເລືອກ​ຕັ້ງຈະ​ຮັບ​ຟັງ​ການ​ກ​ະທູ້ຖາມ​ແລະ​ການ​ອຸທອນ​ຂອງ​ຝ່າຍ​ຕ່າງໆ​ທີ່​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ,​ແລະ​ສຳ​ຫລວດ​ຕົກລົງ​ຜົນ ນັບ​ບັດ​ໃນ​ທີ່​ສຸດ.

ຕາມ​ຮູ້​ວ່າສະພາ​ແຫ່ງ​ຊາດ​ຂ້າມ​ຜ່ານ​ຈະ​ຮ່າງ​ລັດຖະທຳ​ມະນູນ​ຖາວອນ​ກ່ອນ​ວັນ​ທີ 15 ສິງ​ຫາ,​ແລະ​ຢັ່ງ​ປະຊາ​ມະຕິ​ທົ່ວ​ປວງ​ຊົນກ່ຽວ​ກັບ​ລັດຖະທຳ​ມະນູນ​ຖາວອນ​ກ່ອນ​ວັນ​ທີ 15 ຕຸລາ.ຖ້າ​ລັດຖະທຳ​ມະນູນ​ຖາວອນ​ໄດ້​ຮັບ​ຜ່ານ​ໃນ​ການ​ຢັ່ງ​ປະຊາ​ມະຕິ,ອີຣັກຈະ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ເທື່ອ​ໃຫມ່​​ໂດຍ​ອີງ​ຕາມ​ລັດຖະທຳ​ມະນູນ​ຖາວອນ​ໃນ​ວັນ​ທີ 15 ທັນວາ,​ເພື່ອ​ກຳ​ເນີ​ດສະພາ​ແລະລັດຖະບານ​ຢ່າງ​ເປັນ​ທາງ​ການ.