ວັນຂຶ້ນຫນຶ່ງຄ່ຳປີໃຫມ່ຕາມຈັນທະຄະຕິຈີນ,ບຸນວັດສີສັນຕ່າງປະເທດຢູ່ສວນສະຫນຸກສືຈິງຊານນະຄອນປັກກິ່ງໄດ້ເປີດສາກ.ບຸນວັດຄັ້ງນີ້ໄດ້ຜ່ານຈາກການເຕັ້ນລະບຳ ການສະແດງປະເພນີພື້ນເມືອງຝ່າຍຕາເວັນຕົກແລະລະຄອນກາຕູນເດັກນ້ອຍມາສະແດງໃຫ້ເຫັນປະເພນີຕ່າງປະເທດເພື່ອດູດດຶງນັກທ່ອງທ່ຽວຍິ່ງຫລາຍກວ່າເກົ່າ.

ນັກສະແດງເພດຍິງທີ່ໃສ່ເສື້ອຜ້າອາພອນຕ່າງປະເທດພວມສະແດງການເຕັ້ນລຳ

ນັກສະແດງເພດຍິງຜູ້ຫນຶ່ງໃສ່ເຄື່ອງນຸ່ງສວຍງາມພວມສະແດງ

ນັກສະແດງຈາກລັດເຊຍພວມກວັກມືໃສ່ຜູ້ຊົມ
|