ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-15 10:37:25    
ທ່ານ​ອັບ​ບາສຫວັງ​ໃຫ້​ປາ​ເລັສ​ຕິນ​ອິສ​ລາ​ແອນ​ປະ​ຕິ​ບັດ​ແຜນ​ການ "​ເສັ້ນ​ທາງ​ສັນ​ຕິ​ພາບ" ຕາ​ເວັນ​ອອກ​ກາງ​ໂດຍ​ໄວ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ໜັງສືພິມ "ນິວຢອກ​ແທມສ໌" ສະບັບວັນ​ທີ 14 ກຸມພາ​ລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ນີ້, ​ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ໄດ້​ໃຫ້​ສຳ​ພາດ​​ຕໍ່​ໜັງ​ສືພິມ​ສະບັບດັ່ງກ່າວວ່າ, ທ່າ​ນຫວັງ​​ໃຫ້​ປາ​ເລັສຕິນ​ອິສລາ​ແອນ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ແຜນ​ການ "​ເສັ້ນທາງ​ສັນຕິພາບ" ຕາ​ເວັນ​ອອກ​ກາງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ​ອັບ​ບາສ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ອະ​ນາ​ຄົດ​ສັນຕິພາບ​ປາ​ເລັສຕິ​ນອິສລາ​ແອນ. ທ່ານ​ກ່າວ​ວ່າ, ຖ້າ​ອິສລາ​ແອນ​ໂຄລົບ​ສັນຍາ​ຢຸດ​ຍິງ​ທີ່​ຜູ່​ນຳ​ປາ​ເລັສຕິນ​ອິສ​ລາ​ແອນ​ຕົກ​ລົງ​ກັນ​ຢູ່​ຊາມ​ ​ແອນ-​ເຊັກ​ແຫ່ງ​ເອຢິບ​ແລ້ວ, ການ​ພົວພັນ​ລະຫວ່າງ​ປາ​ເລັສຕິນ​ອິສ​ລາ​ແອນ​ຈະ​ກ້າວ​ເຂົ້າ​ສູ່​​ໄລຍະ​ໃໝ່. ທ່ານ​ອັບ​ບາ​ສຊີ້​ອອກ​ວ່າ, ອົງການ​ຫົວ​ຮຸນ​ແຮງ​ປາ​ເລັສຕິນຄື ອົງ​ການ​ຮາ​ມາສ​ແລະ​ອົງ​ການ​ຈີ​ຮາດ​ລ້ວນ​ແຕ່​ມີ​ຄວາມ​ສຳນຶກ​ຮູ້​ວ່າ ດຽວນີ້​​ແມ່ນຮອດ​ເວລາ​ຈັດ​ການ​ເຈ​ລະ​ຈາ​ເຮັດ​ໃຫ້​ສົງຄາມສິ້ນ​ສຸດ​ລົງ​ແລ້ວ.