|
![](/images/spacer.gif) |
(GMT+08:00)
2005-02-15 10:42:16
|
![](/images/shim.gif) |
ລັດຖະບານຟີລິບປິນບໍ່ອ່ອນຍອມຕໍ່ການຫຼອນໂຈມຕີແບບກໍ່ການຮ້າຍ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ14ກຸມພາ,ທ່ານອິກນາຊູໂອບູນີເຢ ໂຄສົກ ປະທານາທິບໍດີຟີລິບປິນໄດ້ກ່າວປະນາມເຫດການລະເບີດ ທີ່ເກີດຂຶ້ນຢ່າງລຽນຕິດຢູ່3ຕົວເມືອງຟີລີບປິນ,ທ່ານກ່າວວ່າ,ລັດຖະບານບໍ່ຫ່ອນຊິອ່ອນຍອມຕໍ່ການຫຼອນໂຈມຕີແບບກໍ່ການຮ້າຍ,ແລະຈະສືບຕໍ່ບຸກໂຈມຕີກອງປະກອບອາວຸດຕ້ານລັດຖະບານທີ່ຢູ່ພາກໃຕ້ຟີລິບປິນ.
ຕອນຄ່ຳວັນທີ14ກຸມພາ,ທ່ານນາງອາໂລໂຢ ປະທານາທິບໍດີຟີລິບປິນໄດ້ໄປສຳຫຼວດສະຖານທີ່ເກີດເຫດການລົດເມລະເບີດທີ່ເມືອງມາຄາຕີເຂດມານີລາ,ຟັງການລາຍງານຂອງພາກສ່ວນຄວາມປອດໄພ,ແລະອອກຄຳສັ່ງໃຫ້ຕຳຫຼວດແລະທະຫານໃນທົ່ວປະເທດລະມັດລະວັງໃນລະດັບສູງສຸດ.
ຕອນຄ່ຳວັນທີ14ກຸມພາ,ຢູ່ນະຄອນຫຼວງມານີ,ເມືອງເຢເນຣານຊັນໂຕສ໌ ແລະເມືອງດາວາວເມືອງພາກໃຕ້ ຟີລິບປິນໄດ້ເກີດເຫດການລະເບີດເກືອບໃນເວລາດຽວກັນ,ຢ່າງໜ້ອຍມີ11ຄົນເສຍຊີວິດ,ເກືອບ100ຄົນບາດເຈັບ.ອົງການອາບູຊາຢັບ ກອງປະກອບອາວຸດຕ້ານລັດຖະບານຟີລິບປະກາດຮັບຜິດຊອບຕໍ່ເຫດການຫຼອນໂຈມຕີ3ລາຍດັ່ງກ່າວ.
|
|
|