ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-15 10:42:34    
ທ່ານ​ອານ​ນານ​ຊົມ​ເຊີຍ​ການ​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີ​ຣັກ​ຢ່າງ​ເປັນ​ທາງ​ການ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 14 ກຸມພາ, ທ່ານ​ອານ​ນານ ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄະນະ​ກຳມະການ​ເລືອກ​ຕັ້ງອີຣັກປະກາດ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຢ່າງ​ເປັນ​ທາງ​ການ.

ທ່ານ​ອານ​ນານ​ກ່າວ​ວ່າ, ຜົນ​ການ​ເລືອກຕັ້ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາຖະ​ໜາ​ແລະ​ນ້ຳ​ໃຈ​ຊຸກ​ຍູ້​ຂະ​ບວນວິວັດ​ການ​ເມືອງ​ຂອງ​ປະຊາຊົນ​ອີຣັກ. ທ່ານ​ຫວັງ​ໃຫ້​ປະ​ຊາ​ຊົນ​ອີ​ຣັກ​ທຸກ​ຖ້ວນ​ໜ້າ​ຖື​ເລື່ອງ​ນີ້​ເປັນ​ໂອກາດ, ສາມັກຄີ​​ເປັນ​ຈິດ​ໜຶ່ງ​ໃຈດ​ຽວ​ກັນ, ບັນລຸ​ການ​ປອງ​ດອງ​ຊາດ, ພ້ອມ​ກັນ​ພະຍາຍາມ​ເພື່ອ​ສ້າງ​ອີຣັກ​​ໃຫ້ເປັນ​ປະ​ເທດ​ໃໝ່​ທີ່​ມີສັນຕິ​ພາບ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ປະຊາທິປະ​ໄຕ.

ວັນ​ທີ 13 ກຸມພາ, ຄະນະ​ກຳມະການ​ເລືອກ​ຕັ້ງອີຣັກ​ໄດ້​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ແລ້ວ​ນີ້, ​ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ, "ສະຫະ​ພັນ​ສາ​ມັກ​ຄີ​ອີ​ຣັກ" ​ເຊິ່ງ​ນຳ​ໂດຍ​ຜູ່​ນຳ​ມຸສລິ​ມນິກາຍ​ຊີ​ອິດ​ໄດ້​ຮັບ​ບັດ​ເລືອກ​ຕັ້ງປະ​ມານ 48%.