ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-15 14:38:49    
ບາງປະ​ເທດ​ແລະ​ອົງ​ການຈັດ​ຕັ້ງ​ຊົມ​ເຊີຍ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີ​ຣັກ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 13 ກຸມພາ​, ຄະນະ​ກຳມະການ​ເລືອກ​ຕັ້ງອີຣັກປະກາດ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກທີ່​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມັງກອນ​ປີ​ນີ້​, ວັນ​ທີ 14 ກຸ​ມ​ພາ, ບາງ​ປະ​ເທດ​​ແລະ​ອົງ​ການ​ຈັດຕັ້ງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີ​ຣັກ.

ວັນ​ທີ 14 ກຸມພາ, ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະ​ຫະປະຊາ​ຊາດ​ກ່າວ​ວ່າ, ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກ​ໄດ້​ສ່ອງ​ແສງ​ເຖິງຄວາມ​ປາຖະ​ໜາ​ແລະ​ນ້ຳ​ໃຈ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ການ​ເມືອງ​ຂອງ​ປະຊາຊົນ​ອີຣັກ. ທ່ານ​ຫວັງ​ໃຫ້​ປະຊາ​ຊົນ​ອີ​ຣັກ​ທຸກ​ຖ້ວນ​ໜ້າ​ຖື​ເລື່ອງ​ນີ້​ເປັນ​ໂອ​ກາດ, ສາມັກຄີ​​ເປັນ​ຈິດ​ໜຶ່ງ​ໃຈດ​ຽວ​ກັນ, ບັນລຸ​ການປອງ​ດອງ​ຊາດ, ພ້ອມ​ກັນ​ພະ​ຍາ​ຍາມ​ເພື່ອ​ສ້າງ​ອີຣັກ​​ໃຫ້ເປັນ​ປະ​ເທດ​ໃໝ່​ທີ່​ມີສັນຕິພາບ ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ປະ​ຊາ​ທິ​ປະ​ໄຕ.

ວັນ​ທີ 14 ກຸມພາ, ທ່ານ​ຢາ​ໂຄ​ເວັນ​ໂຄ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ, ຣັດ​ເຊຍ​ໂຄລົບ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ອີຣັກທີ່​ສະ​ແດງ​ອອກ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ​ແລະ​ຍິນ​ດີ​ຮ່ວມ​ມື​ກັບ​ລັດຖະບານ​ຂ້າມ​ຜ່ານ​ໃນ​ອະນາຄົດຢ່າງ​ມີ​ລັກສະ​ນະ​ສ້າງ​ສັນ.

​ໃນ​ມື້​ດຽວ​ກັນ ທ່ານ​ຄາ​ຣາຊີ ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ ທ່ານ​​ແອກ​ເວ ລັດ​ຊູ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງກໍ່​ໄດ້​ອອກ​ຖະ​ແຫຼງການ​ຊົມ​ເຊີຍ​ຜົນ​ການ​ເລືອກ​ຕັ້ງ​ອີ​ຣັກ.