ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-16 14:35:36    
ນັ່ງ​ອອນຊອນ​ປາ​ ບໍ່​ທໍ່​ສານ​ແຫ​ມາ​ຕຶກ(ສຽງ)

cri Author: lm

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າ​ສູ່​ລາຍການ​ນິທານ​ສຸພາສິດ.

​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຜູ່​ໃດ​ກໍ່​ມີ​ອຸດົມ​ການ​ອັນ​ດີງາມ​ຂອງ​ຕົນ​, ​ເພື່ອ​ເຮັດ​ໃຫ້​ອຸ​ດົມ​ການ​ປະ​ກົດ​ຜົນ​ເປັນ​ຈິງ, ບາງ​ຄົນ​ໄດ້​ພະຍາຍາມ ບຸກບືນ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ, ​ແຕ່ກໍ່​ມີ​ບາງ​ຄົນ​​ເປັນ​ແຕ່​​ເວົ້າ​​ທໍ່​ນັ້ນ​, ຫຼືຈົມຢູ່​ໃນ​ຄວາມ​ໃຝ່ຝັນ​ທີ່ບໍ່​ຕິດ​ແທດ​ຕົວ​ຈິງບາງ​ຢ່າງ​ ​, ບໍ່​ມີ​ການ​ກະ​ທຳ​ອັນ​ແທ້​ຈິງ​ຈັກ​ເທື່ອ. ​ເມື່ອ​ໄດ້​ເຫັນ​ຄົນ​ປະ​ເພດ​ນີ້​ແລ້ວ, ຄົນ​ທັງຫຼາຍ​ມັກ​ຈະ​ຊັກ​ຊວນ​ເຂົາ​ວ່າ: "ນັ່ງ​ຊົມ​ປາ​ຢູ່​ແຄມ​ນ້ຳ, ​ແໜງວ່າ​ກັບ​ເມືອ​ສານ​ແຫ​ຈະ​ດີກ​ວ່າ​." ໝາຍ​ຄວາມ​ວ່າ ​ເຈົ້າ​ນັ່ງ​ເບິ່ງ​ປາ​ຢູ່​ແຄມ​ນ້ຳຫວັງ​ຢ່າງ​ແຮງ​ກ້າ​ແລະ​ຝັນ​ຈະ​ໄດ້​ປາ, ບໍ່​ທໍ່​ກັບ​ເມືອ​ໄປ​ສານ​ແຫ​, ​ເຮັດ​ແນວ​ນີ້​ບໍ່​ຢ້ານ​ວ່າຈະ​ບໍ່​ໄດ້​ປາ. ປະ​ໂຫຍ​ກ "ນັ່ງ​ຊົມ​ປາ​ຢູ່​ແຄມ​ນ້ຳ ​ແໜງວ່າ​ກັບ​ເມືອ​ສານ​ແຫ​ຈະ​ດີກ​ວ່າ" ໄດ້​ບັນທຶກ​​ເຂົ້າໃນ "​ບົດ​ຊີວະ​ປະຫວັດຕົງ​ຈົ້ງ​ຊູ" ​ຂອງປື້​ມ "ພົງສາ​ວະ​ດານ​ລາ​ຊະ​ວົງ​ຮັ້ນ", ​ໂດຍ​ບັນ​ທຶກ​ໄວ້​ວ່າ: ຕັ້ງ​ແຕ່​ລາຊະວົງ​ຮັ້ນ​ໄດ້​ສ້າງຕັ້ງຂຶ້ນ​ເປັນ​ຕົ້ນ​ມາ, ຜູ່​ປົກ​ຄອງ​ຫວັງ​​ຢາກ​ໃຫ້​ລັດ​ໄດ້​ຮັບ​ການ​ປົກຄອງ​ເປັນ​ຢ່າງ​ດີທີ່​ສຸດ, ​ແຕ່​​ບໍ່​ໄດ້​ສົມ​ຫວັງ​ຈັກ​ເທື່ອ, ມູນ​ເຫດ​ແມ່ນ​ຍ້ອນ​ຜູ່​ປົກ​ຄອງ​ບໍ່​ໄດ້​ທຳ​ການ​ປະຕິ​ຮູບ​ແລະ​ປັບປຸງ​ອັນຈຳ​ເປັນ​ຈາກ​ດ້ານ​ທັດ​ສະ​ນະ​ແລະ​ດ້ານ​ລະ​ບອບ, ສະ​ນັ້ນ ຕົງ​ຈົ້ງຊູ​ເລີຍ​ນຳ​ເອົາ​ຄຳ​ສຸພາສິດ​ຂອງ​ຄົນ​ບູ​ຮານ​ທີ່​ວ່າ "ນັ່ງ​ຊົມ​ປາ​ຢູ່​ແຄມ​ນ້ຳ ​ແໜງ​ວ່າ​ກັບ​ເມືອ​ສານ​ແຫ​ຈະ​ດີກ​ວ່າ" ມາ​ເຕືອນ​​ຜູ່​ປົກ​ຄອງ​ວ່າ​ຖ້າ​ຢາກ​ປົກ​ຄອງ​ບ້ານ​ເມືອງ​ໃຫ້​ດີ, ກໍ​ຕ້ອງ​ກຳ​ທັດ​ສະນະ​ແລະ​ລະບອບ​ທີ່​ເປັນ​ກົກ​ຮາກ​ນີ້​ໃຫ້​ດີ.

ນິທານ​ປະຫວັດສາດ "ນັ່ງ​ຊົມ​ປາ​ຢູ່​ແຄມ​ນ້ຳ ​ແໜງວ່າ​ກັບ​ເມືອສານ​ແຫ​ຈະ​ດີກ​ວ່າ" ນີ້, ກໍ່​​ໄດ້​ເຕືອນ​ໃຫ້​ຄົນ​ທັງຫຼາຍຮູ້ວ່າ, ຢູ່​ລະຫວ່າງ​ຈຸດປະສົງ​ກັບ​ພາຫະນະ​ນັ້ນ, ການ​ທີ່​ມີ​ຈຸດ​ປະ​ສົງ​ອັນ​ຄັກ​ແນ່​ນັ້ນ​ແມ່ນ​ມີ​ຄວາມ​ສຳຄັນ​ແທ້, ​ແຕ່​ຖ້າ​ບໍ່​ມີ​ພາຫະນະ​ອັນ​ຈຳ​ເປັນ​ໃນ​ການ​ບັນ​ລຸ​ຈຸດ​ປະ​ສົງ​ນີ້​ແລ້ວ​, ຈຸດປະສົງກໍ່​ຈະ​ກາຍເປັນຄວາມ​​ໃຝ່ຝັນ​ທີ່ບໍ່​ຕິດ​ແທດ​ຕົວ​ຈິງ​ທັງ​ນັ້ນ. ຕົວ​ຢ່າງ​ຄື, ຈຸດ​ປະ​ສົງ​ຂອງ​ພວກ​ເຮົາ​ແມ່ນ​ຕຶກ​ປາ, ​ແຕ່​ມີ​ແຕ່​ "ກັບ​ເມືອໄປ" ​ສານ​ແຫ​​ເທົ່າ​ນັ້ນ, ຈຶ່ງ​ມີ​ຄວາມ​ອາດ​ສາ​ມາດ​ທີ່​ຈະ​ໄດ້​ປາ. ຄຳ​ວ່າ "ກັບ​​ເມືອໄປ" ນະ​ທີ່​ນີ້​ສຳຄັນ​ຫຼາຍ, ໝາຍ​ຄວາມ​ວ່າ​ໃຕ້​ເງື່ອນ​ໄຂ​​ໃດ​ໜຶ່ງ, ​ຈຳ​ເປັນ​ຕ້ອງ​ໂຈະ​ຈຸດປະສົງ​ໄວ້​ຊົ່ວຄາວ, ​ແລະ​​ພະຍາຍາມ​ແກ້​ໄຂ​ບັນ​ຫາ​ກ່ຽວ​ກັບ​ຈະ​ໃຊ້​ພາ​ຫະ​ນະ​ຫຍັງກ່ອນ, ​ເໝືອນ​ດັ່ງ​ພວກ​ເຮົາ​ຢາກ​​ຂ້າມ​ແມ່ນ້ຳ, ກໍ່​ຕ້ອງ​ແກ້​ໄຂ​ບັນ​ຫາ​ກ່ຽວ​ກັບ​ເຮືອ​ແລະ​ຂົວ​ກ່ອນ. ​ໃນ​ຊີວິດ​ປະຈຳ​ວັນ, ​ເມື່ອ​ໄດ້​ເຫັນ​ຜູ່​ອື່ນລ້ຳ​ລວຍ​ຂຶ້ນ​ແລ້ວ, ບາງ​ຄົນ​ກໍ່​ຈະ​ອິດ​ສາ, ​ແນ່​ນອນ​ແລ້ວ​ນີ້​ແມ່ນ​ເລື່ອງ​ທຳ​ມະ​ດາຂອງ​ຄົນ​ເຮົາ, ​ແຕ່​ພຽງ​ແຕ່​ອິດ​ສາ​ຍັງ​ບໍ່​ພໍ, ຄວນ​ພະ​ຍາຍາມ​ກຳກັບ​ຄວາມ​ສາມາດ​ສ້າງ​ຮັ່ງ​ຄູນ​ມີ, ຊອກ​ຫາຊ່ອງ​ທາງ​ສ້າງ​ຮັ່ງ​ຄູນ​ມີ, ນີ້​ຈຶ່ງ​ແມ່ນ​ເລື່ອງ​ກົກ​ຮາກ​ກວ່າ​ໝູ່ແລະ​​ເປັ​ນ​ໄປ​ໄດ້. ນີ້​​ແຫລະກໍ່​ແມ່ນ "ກັບ​​ເມືອໄປ​ສານ​ແຫ".

ນິທານປະຫວັດສາດ​ດັ່ງກ່າວ​ຍັງ​ບົ່ງບອກຄົນ​ທັງຫຼາຍວ່າ, ​ເຮັດຫຍັງ​ກໍ່​ຕ້ອງ​ພະ​ຍາ​ຍາມ​ສະ​ແຫວງ​ຫາ, ມີ​ແຕ່​ເວົ້າ​ເປັນ​ເທົ່າ​ນັ້ນ​ແມ່ນບໍ່​ໄດ້, ​ສິ່ງ​ສຳຄັນ​ແມ່ນ​​ໃຊ້​ການ​ກະ​ທຳ​ຕົວ​ຈິງ. ​ເປົ້າ​ໝາຍ​ທີ່​ຍິ່ງ​ໃຫຍ່​ແລະ​ແນວ​ຄິດ​ທີ່​ຍິ່ງ​ໃຫຍ່​ທັງ​ໝົດ, ລ້ວນ​ແຕ່​ເລີ່ມ​ຕົ້ນ​ຈາກ​ເລື່ອງ​​​ເລັກ​ເລື່ອງ​ນ້ອຍ​ທັງ​ນັ້ນ. ຫຼາວຈື ນັກ​ແນວ​ຄິດ​ຜູ່​ຍິ່ງ​ໃຫຍ່​ໃນ​ສະ​ໄໝ​ຊຸນ​ຊິວ​ຂອງ​ຈີນ​ເຄີຍ​​ເວົ້າ​ວ່າ: "ການ​ວາງ​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່, ຍັງ​ຕ້ອງ​ເລີ່​ມຕົ້ນຈາກ​ເລື່ອງ​ເລັກ​ເລື່ອງ​ນ້ອຍ​ທີ່​ບໍ່​ປະ​ຈັກ​ຕາ, ​​ແກ້​​ໄຂ​ເລື່ອງ​ຍາກ, ​ແລະກໍ່​ຕ້ອງ​ເລີ່​ມ​​ຈາກ​​ເລື່ອງ​ງ່າຍ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍການ​ນິທານ​ສຸພາສິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງພ​ຽງທໍ່​ນີ້, ຫວັງ​ວ່າ​ເພື່ອນ​ຜູ່​ຟັງ​ທັງຫຼາຍ​ຄົງ​ຈະໄດ້​ຮັບອຸທາ​ຫອນ​ສອນ​ໃຈ​ຈາກ​ລາຍການ​ຂອງ​ພວກ​ເຮົາ, ບໍ່​ເປັນ​ຄົນ​ທີ່​ມັກ​ແຕ່​ "ນັ່ງຊົມປາ​ຢູ່​​ແຄມ​ນ້ຳ", ຫາກຄວນ​​ພະຍາຍາມ​​ຕິດ​ແທດ​ຕົວ​ຈິງ. ສຸດ​ທ້າຍ, ​ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ກຸດ​ຈີນ​ຈະ​ວຽນມາ​ເຖິງນີ້, ຂ້າພະ​ເຈົ້າອຸດົມ​ຂໍ​ອວຍພອນ​ໃຫ້​ເພື່ອນ​ຜູ່​ຟັງ​ທັງ​ຫຼາຍ​ຈົ່ງ​ຢູ່​ເຢັນ​ເປັນ​ສຸກ, ​ສຳ​ເລັດ​ໜ້າ​ທີ່​ການ​ງານ​ທຸກ​ຢ່າງ. ພົບ​ກັນ​ໃໝ່​ໃນ​ລາຍ​ການ​ໜ້າ, ສະ​ບາຍ​ດີ.