ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-16 15:28:50    
ການ​ປ້ອງ​ກັນ​ແລະ​ປົວພະຍາດ​ໄຂ້ຫວັດ​ສັດ​ປີກ​​​ແມ່ນ​ວຽກ​ງານ​ຍືດ​ເຍືອ​ຍາວ​ນານ(ສຽງ)

cri Author: da

ແຕ່​ຕົ້ນປີ​ນີ້​ມາ,ຫວຽດນາມ​ແລະ​ປະ​ເທດ​ອື່ນໆ​ໄດ້​ເກີດ​ມີ​ພະຍາດ​ໄຂ້ຫວັນ​ສັດ​ປີກ​ແຜ່​ລະບາດ​ຢ່າງ​ຮ້າຍ​ແຮງ​ອີກ.ອົງການ​ທີ່​ຊົງ​ອິດ​ທິພົນ​ສາກົນ​ກ່າວ​ເຕືອນ​ວ່າ,ພະຍາດ​ໄຂ້ຫວັດ​ສັດ​ປີກບໍ່​ອາດ​ຈະ​ຖືກ​ກຳຈັດ​ພາຍ​ໃນ​ເວລາ​ສັ້ນ​ໄດ້,ພະຍາດ​ຊະນິດ​ນີ້​ຍັງ​ຈະ​ຂົ່ມຂູ່​ສຸຂະພາບ​ຂອງ​ສັດ​ແລະ​ມະນຸ​ດຢ່າງ​ຍາວ​ນານ,ການ​ປ້ອງ​ກັນ​ແລະ​ປົວ​ພະຍາດ​ໄຂ​ຫວັດ​ສັດ​ປີກ​ແມ່ນ​ວຽກ​ງານ​ທີ່​ຍືດ​ເຍືອ​ຍາວ​ນານ.

ພໍ​ກ້າວ​ເຂົ້າສູ່​ປີ 2005,ພຽງ​ເດືອນ​ກວ່າ​ທໍ່​ນັ້ນ,ຢູ່​ແຂວງ​ແລະ​ຕົວ​ເມືອງ​ເກືອບ​ເຄິ່ງໜຶ່ງ​ຂອງ​ຫວຽດນາມ​ກໍ​ໄດ້​ປະກົດ​ມີ​ໄຂ້ຫວັດ​ສັດ​ປີກ​ເກີດ​ຂຶ້ນ​ຕາມໆ​ກັນ,ມີ 17 ຄົນຖືກ​ບົ່ງມະຕິ​ຕິດ​ເຊື້ອ​ໂຣກ​ໄຂ້ຫວັດ​ສັດ​ປີກ,​ໃນ​ນັ້ນມີ 12 ຄົນ​ຕາຍ,ສັດ​ປີກ​ທີ່​ຖືກ​ຂ້າ​ຖິ້ມ​ຍ້ອນ​ຕິ​ດ​ເຊື້ອ​ໂຣກ​ໄດ້​ລື່ນ​ກາຍ 1 ລ້ານ 2 ​ແສນ​ໂຕ​ແລ້ວ.ຝ່າຍ​ທາງ​ການ​ຫວຽດນາມ​ຊີ້​ອອກ​ວ່າ,​ໄຂ້ຫວັດ​ສັດ​ປີກ​ແຜ່​ລະບາດ​ໃນ​ປີ​ນີ້​​ໄວ​ກວ່າ​ປີ 2004.ນອກ​ນີ້,​ໃນ​ເດືອນ​ມັງກອນ​ປີ​ນີ້,​ໄທ​ກໍ່ລາຍ​ງານ​ວ່າ,​ໄດ້​ມີ​ສັດ​ປີກ​ຕິດ​ເຊື້ອ​ໂຣກ​ໄຂ້ຫວັດ​ສັດ​ປີກ.

​ໂດຍ​ແນ​ໃສ່​ຫວຽດນາມ​ແລະ​ປະ​ເທດ​ອື່ນປະກົດ​ມີ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ຮອບ​ໃໝ່,ວັນ​ທີ 1 ກຸມພາ,ອົງການ​ຟາ​ວ​ແລະ​ອົງການ​ອະນາ​​ໄມ​ໂລກ​ກ່ຽວ​ກັບ​ສັດ​ໂຣກ​ໄດ້​ອອກ​ຖະ​ແຫຼ​ງການຮ່ວມ​ຊີ້​ອອກວ່າ,ຢູ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ເຄີຍ​ມີ​ໄຂ້ຫວັດ​ສັດ​ປີກ​ແຜ່​ລະບາດ​ໃນ​ປີ 2004 ນັ້ນ,"ພະຍາດ​ຊະນິດ​ນີ້​ອາດ​ຈະ​ເກີດ​ຂຶ້ນ​ຊ້ຳ​ແລ້ວ​ຊ້ຳອີກ​ພາຍ​ໃນ​ຫຼາຍ​ປີ​ຂ້າງ​ໜ້າ."

ຄວາມ​ເປັນ​ຫ່ວງ​ຂອງ​ປະຊາ​ຄົມ​ໂລກ​ໃນ​ສະ​ເພາະ​ໜ້າ​ນີ້​ໄດ້​ສຸມ​ໃສ່​ຢູ່​ສອງ​ຂໍ້​ຄື:ໜຶ່ງ,ປີ​ນີ້ ພະຍາດ​​ໄຂ້ຫວັດ​ສັດ​ປີກ​ຈະ​ເກີດ​ຄືນ​ອີກ,ຈະ​ພາ​ໃຫ້​ເສຍ​ຫາຍ​ທາງ​ເສດຖະກິດ​ຢ່າງ​ສາຫັດ​ອີກ​ເທື່ອ​ໜຶ່ງ;ສອງ,​ເຊື້ອ​ໄວ​ລັສ​ໄຂ້ຫວັດ​ສັດ​ປີກ​ມີ​ການ​ປ່ຽນ​ແປງ,ພາ​ໃຫ້​ໄຂ​ຫວັດ​​ໃຫຍ່​ແຜ່​ລະບາດ​ຢູ່​ໃນ​ໝູ່​ຄົນ​ຢ່າງ​ຂະໜາດ​ໃຫຍ່​.ຜູ້​ຊ່ຽວຊານ​ທັງຫຼາຍ​ຊີ້​ອອກ​ວ່າ,​ເພື່ອ​ຫຼຸດຜ່ອນ​ຜົນ​ຮ້າຍ​ຂອງ​ໄຂ້ຫວັດ​ສັດ​ປີກ​ທີ່​ອາດ​ຈະ​ເກີດ​ຂຶ້ນ,ບັນດາ​ປະ​ເທດ​ຕ້ອງ​ອີງ​ຕາມ​ບົດຮຽນ​ສຳ​ເລັດ​ຜົນ​ໃນ​ການ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ໃນ​ປີ 2004,​ເຮັດ​ວຽກ​​ໃນ​ສາມ​ດ້ານ​ດັ່ງ​ລຸ່ມ​ນີ້​ໃຫ້​ດີ.

ກ່ອນ​ອື່ນ,ຕິດຕາມ​ຄວບຄຸມບ່ອນ​ເກີດ​ພະຍາດ​ນີ້​ຢ່າງ​ເຂັ້ມງວດ,ບໍ່​ໃຫ້​ເຊື້ອ​ໄວ​ລັສ​ແຜ່​ລາມ.ຜູ້​ຊ່ຽວຊານ​ອົງການ​ຟາ​ວ​ເຫັນ​ວ່າ,ທາງ​ເສັ້ນໜຶ່ງ​ເສັ້ນດຽວ​ທີ່​ຈະ​ເອົາ​ຊະນະ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ໄດ້ ກໍ​ແມ່ນ​ຕ້ອງ​ດັບ​ເຊື້ອ​ໄວ​ລັສ​ໄຂ້ຫວັດ​ສັດ​ປີກ​ຢູ່​ກັບ​ບ່ອນ​ທີ່​ມັນ​ເກີດ​ຂຶ້ນ.ສັດ​ປີກ​ນ້ຳ​ໂດຍ​ສະ​ເພາະ​ແມ່ນ​ເປັດ​ຖື​ເປັນ​ພາຫະນະ​ທີ່​ເຊື້ອ​ໂຣກນີ້​ແຜ່​ລາມ,ຢູ່​ບ່ອນ​ລ້ຽງ​ເປັດ,ຕ້ອງ​ພະຍາຍາມ​ບໍ່​ໃຫ້​ເຊື້ອ​ໂຣກ​ແຜ່​ອອກ​ນອກ,ຕ້ອງ​ໃຊ້​ວິທີ​ຄຸ້ມ​ຄອງ​ໃຫ້​ປອດ​ໄພ​ຢ່າງ​ເຂັ້ມງວດ​ໃນ​ການ​ລ້ຽງ​ແລະ​ປຸງ​ແຕ່ງ​ສັດ​ປີກ.

ສອງ,ຕ້ອງ​ຕັດ​ໄພ​ແຕ່​ຫົວລົມ,ຕັ້ງໜ້າ​ກຽມ​ຕໍ່ສູ້​ກັບ​ໄຂ້ຫວັດ​ສັດປີກ​ຢ່າງ​ຍາວ​ນານ.ຫວ່າງ​ກ່ອນ​ນີ້,ຫົວໜ້າ​ສູນ​ປ້ອງ​ກັນ​ປີ່​ນປົວ​ໄຂ້ຫວັດ​ສັດ​ປີກ​ຂອງ​ໄທ​ເຜີຍ​ໃຫ້​ຮູ້​ວ່າ,ລັດຖະບານ​ໄທ​ໄດ້​ເລີ່​ມປະຕິບັດ​ແຜນການ​ສຸກ​ເສີນ​ເພື່ອ​ຮັບ​ມື​ກັບ​ບັນຫາ​ທີ່​ພະຍາດ​ໄຂ້ຫວັດ​ສັດ​ປີກ​ອາດ​ຈະ​​ແຜ່​ລະບາດ​ໃນໝູ່​ຄົນ​ແລ້ວ,ໃນ​ນັ້ນລວມທັງ​ກຽມ​ຢາ​ຕ້ານ​ເຊື້ອ​ໄວ​ລັສ​ເປັນຕົ້ນ.ນອກຈາກ​ຫວຽດນາມ​ແລະ​ໄທ​ມີ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ແລ້ວ,ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ກໍ​ໄດ້​ກຽມ​ສູ້​ກັບ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ທີ່​ຟື້ນ​ຊີບ​ຄືນ​ມານັ້ນ​ໃນ​ທຸກ​ເວລາ.ທ້າຍ​ເດືອນ​ມັງກອນ,ລັດຖະບານສິງກະ​ໂປ​ໄດ້​ເລີ່​ມປະຕິບັດ​ແຜນກາ​ນປ້ອງ​ກັນ​ຄວບ​ຄຸມພະ​ຍາດ​ໄຂ້ຫວັດ​ສັດ​ປີກ,ລັດຖະບານ​ຈີນ​ກໍ​ໄດ້​ໄຂ​ກອງ​ປະຊຸມ​ທາງ​ໂທລະພາບ​ໂທລະສັບ​ໃນ​ວັນ​ທີ 28 ມັງກອນ,ຈັດ​ວາງ​ວຽກ​ງານ​ປ້ອງ​ກັນ​ຄວບ​ຄຸມພະ​ຍາດ​ໄຂ້ຫວັດ​ສັດ​ປີກ​ທີ່​ມີ​ຄວາມ​ອັນຕະລາຍ​ເຖິງ​ແກ່​ຊີວິດ.

ສາມ,ຕ້ອງການ​ໃຫ້​ປະຊາ​ຄົມ​ໂລກ​ສືບ​ຕໍ່​ສົ່ງ​ເສີມ​ນ້ຳ​ໃຈ​ກອບ​ກູ້​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ,ສາມັກຄີ​ຊ່ອຍ​ເຫຼື​ອກັນ,ຮ່ວມ​ໃຈ​ຮ່ວມ​ແຮງ​ກັນ​ເອົາ​ຊະນະພະ​ຍາດ​ໄຂ້ຫວັດ​ສັດ​ປີກ.ທ່ານ​ທອມ​ເຊີນ ​ໂຄສົກ​ອົງການ​ອະນາ​ໄມ​ໂລກ​ກ່າວ​ເນັ້ນວ່າ,​ເວົ້າ​ໃນ​ດ້ານ​ການ​ບໍລິການ​ທາງ​ສັດຕະວະ​ແພດ​ແລະ​ວາງ​ຍຸດ​ທະ​ສາດ​ປ້ອງ​ກັນ​ປີ່​ນປົວ​ແລ້ວ,ຈະ​ຂາດ​ການ​ຊ່ອຍ​ເຫຼືອ​ຂອງ​ປຊາ​ຄົມ​ໂລກ​ບໍ່​ໄດ້,ຕ້ອງທຸ່ມ​ເທ​ຊັບພະຍາກອນ​ປ້ອງ​ກັນ​ປີ່​ນປົວ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ໃຫ້​ຫຼາຍ​ຂຶ້ນ.

ມີ​ຫຼາຍໆ​ປະ​ເທດ​ເຄີຍ​ໄດ້​ຮັບ​ຜົນງານ​ໃຫຍ່​ຫຼວງ​ໃນ​ການ​ຕໍ່ສູ້​ຕ້ານ​ພະຍາດ​ໄຂ້ຫວັດ​ສັດ​ປີກ,ນີ້​ໄດ້ຢັ້ງຢືນ​ຢ່າງ​ເຕັມ​ສ່ວນວ່າ,ພະຍາດ​ໄຂ້ຫວັດ​ສັດ​ປີກ​ແມ່ນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄດ້.ສິ່ງ​ທີ່​ຕ້ອງ​ເຮັດ​ໃນ​ປະຈຸ​ບັນ​ແມ່ນ​ສ້າງ​ຄວາມ​ໝັ້ນ​ໃຈ​ອັນ​ເດັດດ່ຽວ​ໜຽວ​ແໜ້ນ,​ເພີ່ມ​ທະວີ​ສະຕິ​ປ້ອງ​ກັນ,​ເພີ່ມ​ຄວາມ​ແຮງ​ໃນ​ການ​ປ້ອງ​ກັນ.ອົງການ​ອະນາ​ໄມ​ໂລກ​ແລະ​ອົງການ​ຟາ​ວ​ໄດ້​ກຽມ​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ປີ່​ນປົວ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ຢູ່​ປາຣີ​ໃນ​ເດືອນ​ເມສາ​ປີ 2005,ອົງການ​ອາ​ເປັກ​ກໍ່​ກຽມຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ພະຍາດ​ໄຂ້ຫວັດ​ສັດປີກ​ຢູ່ຊານ​ຟຼານ​ຊິສໂກ​ແຫ່ງ​ອາເມ​ລິກາ​ໃນ​ເດືອນ​ກໍລະ​ກົດ,​ຄົ້ນ​ຄວ້າ​ຫາ​ລືກົນໄກ​ຮັບ​ມືອັນ​ເໝາະ​ສົມ,​ເພື່ອ​ແກ້ບັນ​ຫາພະ​ຍາດ​ຂ້າມ​ພາກ​ພື້ນ​ເຊັ່ນພະ​ຍາດ​ໄຂ້ຫວັດ​ສັດ​ປີກ​ເປັນ​ຕົ້ນ.​ເຊື່ອ​ວ່າ,​ເມື່ອ​ມວນ​ມະນຸດ​ຮ່ວມກັນ​ພະຍາ​ຍາມ​ແລ້ວ,​ຍ່ອມ​ຈະ​ໄດ້​ຮັບ​ໄຊຊະ​ນະແນ່​ນອນ.