ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-16 16:57:05    
ສ.​ເກົາຫລີ​ຮຽກຮ້ອງ​ໃຫ້​ສປປ​ເກົາຫລີ​ກັບ​ຄືນ​ສູ່ການ​ເຈລະຈາ 6 ຝ່າຍ​ຢ່າງບໍ່​ມີ​ເງື່ອນ​ໄຂ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 16 ກຸມພາ, ທ່ານ​ບານ​ກີ​ມູນ ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ສ.​ເກົາຫລີ​ກ່າວ​ວ່າ, ຫວັງ​ໃຫ້​ສປປ​ເກົາຫລີ​ກັບ​ຄືນ​ສູ່ຂອບ​ການ​ເຈລະຈາ 6 ຝ່າຍ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ, ຜ່ານ​ການ​ສົນທະນາ​ມາ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​​ແຫຼມ​ເກົາຫລີ.

ທ່ານ​ບານ​ກີ​ມູນ​​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ງານ​ໃຫ້​ສຳພາດ​ຂ່າວ​ທີ່​ກະຊວງ​ການ​ຕ່າງປະ​ເທດ​​ແລະ​ການ​ຄ້າ​ສ.​ເກົາຫລີຈັດ​ຂຶ້ນ.

ທ່ານ​ບານ​ກີ​ມູນ​ກ່າວ​ວ່າ, ​ເມື່ອ​ສັງ​ເກດ​ຈາກ​ເນື້ອ​ໃນ​ແລ້ວ​ເຫັນ​ວ່າ, ຖະ​ແຫລ​ງການ​ທີ່​ກະຊວງ​ການ​ຕ່າງປະ​ເທດສປປ​ເກົາຫລີ​ປະກາດ​ໃນ​ວັນ​ທີ 10 ກຸມພາ​ນັ້ນບໍ່​ໄດ້​ປັດ​ປ່າຍ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ເຂົ້າຮ່ວມ​ການ​ເຈລະຈາ 6 ຝ່າຍ​ຢ່າງ​ເຖິງ​ຖອງ, ສະນັ້ນ, ຍັງ​ມີຄວາມ​ອາດ​ເປັນ​ໄປ​ໄດ້​ທີ່ຜ່ານ​ການ​ສົນທະນາ​ແລະ​ປຶກສາ​ຫາລື​ກັນ​ມາ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​.