ຕາມຂ່າວCRI: ວັນທີ 16 ກຸມພາຢູ່ສີງກະໂປ, ສິງກະໂປແລະອິນໂດເນເຊຍໄດ້ເຊັນສັນຍາຮັບປະກັນການລົງທຶນ. ຕາມສັນຍາດັ່ງກ່າວ, ສີງກະໂປແລະອິນໂດເນເຊຍຈະໃຫ້ຜົນປະໂຫຍດພິເສດດ້ານການລົງທຶນແກ່ກັນ.
ສັນຍາສະບັບນີ້ແມ່ນຕົກລົງກັນໃນວັນທີ 15 ກຸມພາພາຍຫຼັງທ່ານ ລີສຽນລົງນາຍົກລັດຖະມົນຕີສີງກະໂປເຈລະຈາກັບທ່ານ ຊູ່ຊີໂລ ປະທານາທິບໍດີອິນໂດເນເຊຍທີ່ມາຢ້ຽມຢາມສີງກະໂປ. ທ່ານ ລີສຽນລົງກ່າວວ່າ, ການລົງນາມໃນສັນຍາສະບັບນີ້ຈະສົ່ງຂໍ້ມູນຂ່າວສານຢ່າງຕັ້ງໜ້າທີ່ສຸດໃຫ້ຜູ່ລົງທຶນ, ມັນສະແດງໃຫ້ເຫັນວ່າອິນໂດເນເຊຍຊົມເຊີຍທຶນຕ່າງປະເທດ, ແລະພວມປົວແປງສະພາບແວດລ້ອມການລົງທຶນພາຍໃນອິນໂດເນເຊຍໃຫ້ດີຂຶ້ນ.
|