ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-16 18:03:38    
[ຂະໜົມກ້ຽວ]

cri Author: q
ໃນ​ວັນ​ບຸນກຸດ​ຈີນ,ຊາວ​ຈີນ​ກິນ​ອາຫານ​ຫຍັງ​ແດ່ ​ໃນ​ພາ​ເຂົ້າ​ສະຫຼອງ​ບຸນ​ກຸດ​ຈີນ​ໃນ​ທ້ອງ​ຖິ່ນ​ສ່ວນ​ຫຼາຍ​ຂອງ​ຈີນ,ຈະ​ຕ້ອງ​ມີ​ຈ້ຽວຈີ້​ຄື​ເຂົ້າຫນົມ​ກ້ຽວ,ນີ້​ໄດ້​ກາຍ​ເປັນ​ວັດທະນະທຳ​ພິ​ເສດ​ຊະນິດ​ຫນຶ່ງ​ຂອງ​ຈີນ​ແລ້ວ.

ເວົ້າ​ແບບ​ງ່າຍໆ​ແລ້ວ ​ເຂົ້າຫນົມ​ກ້ຽວ​ແມ່ນ​ເຂົ້າຫນົມ​ຫໍ່​ໄສ້,ຄື​ເອົາ​ແຜ່ນ​ແປ້ງ​ບາງໆ​ຫໍ່​ໄສ້​ແລ້ວ​ຕົ້ນ​ໃຫ​ເສຸກ,ອີງ​ຕາມ​ປະ​ເພນີ​ພື້ນ​ເມືອງ​ຈີນ ​ເຂົ້າຫນົມ​ກ້ຽວ​ເປັນ​ສັນຍະລັກ​ໃຫ້​ແກ່​ການ​ເຕົ້າ​ໂຮມ​ກັນ​ແລະ​ເງິນ​ຄຳ​ຊັບ​ສົມບັດ,ສະ​ນັ້ນ,​ໃນ​ເວລາ​ສະຫຼອງ​ບຸນປີ​ໃຫມ່,ບໍ່​ວ່າ​ມີ​ອາຫານ​ໂອຊາ ​ເຕັມ​ໂຕະ​ເຕັມ​ພາ​ແນວ​ໃດ,ຄົນ​ຈີນ​ກໍ່​ບໍ່​ລືມ​ກິນ​ຈ້ຽວຈີ້​ຄື​ເຂົ້າຫນົມ​ກ້ຽວ​ຄາບ​ຫນຶ່ງ​ເພື່ອ​ຕ້ອນຮັບ​ປີ​ໃຫມ່.

ໃນ​ຮີດຄອງ​ພື້ນ​ເມືອງ​ຈີນ,ການ​ຫໍ່​ເຂົ້າຫນົມ​ຈ້ຽວຈີ​ແຕ່​ການ​ເຮັດ​ໄສ້ ​ແຜ່ນ​ຫໍ່​ຮອດ​ການ​ກິນ​ກ້ຽວ​ລ້ວນ​ແຕ່​ພິຖີ​ພິຖັນ​ທີ່​ສຸດ,​ເຊັ່ນ ການ​ເຮັດ​ໄສ້​ກ້ຽວ,​ໄສ້ກ້ຽວມີ​ໄສ້​ຊີ້ນ​ໄສ້​ຜັກ,ທຳ​ມະ​ດາ​ແລ້​ວມັກ​ເຮັດ​ໄສ້​ຊິ້ນ​ປົນ​ກັບ​ຜັກ,ຄື​ເອົາ​ຊີ້ນຟັກ​ກັບ​ຜັກ​ທີ່​ຟັກ​ແລ້ວ​ຄົນ​ໃສ່​ກັນ,ປຸງ​ລົດ​ໃຫ້​ພໍດີ,​ໃນ​ເວລາ​ຟັກ​ຊີ້ນ​ແລ​ະຜັກ​ນັ້ນ,ຈະ​ມີ​ສຽງ ດັງ​ປົກໆ ສຽງ​ຟັກ​ໄສ້​ກ້ຽວ​ດັງ​ແຮງ​ທໍ່​ໃດ ດົນ​ທໍ່​ໃດ,ກໍ​ແຫ່ງ​ດີ,​ເພາະວ່າ ​ໄສ້​ຊີ້ນ​ປົນ​ຜັກ​ ຄວາມ​ຈີນ​ເວົ້າ​ວ່າ ​ໂຢ້​ວຊາຍ ​ໃກ້​ກັບ​ຄຳ​ວ່າ​ໂຢ້ວສາຍ,​ແປ​ວ່າ​ເງິນ ສຽງ​ຟັກ​ຊີ້ນ​ດົນ​ນານ,ຫມາຍ​ຄວາມ​ວ່າ​ຍືນ​ຍາວ ຟັກ​ດົນ​ທໍ່​ໃດ,ກໍ່​ຍິ່ງຫ​ມາຍ​ຄວາມ​ວ່າ,ຫໍ່​ກ້ຽວ​ຫຼາຍ ມີ​ເງິນ​​ເຫຼືອ​ໃຊ້​ເຫຼືອ​ຈ່າຍ,ຊີວິດ​ການ​ເປັນ​ຢູ່​ຮັ່ງມີ​ສີ​ສຸກ

ເມື່ອ​ເຮັດ​​ໄສ້​​ແລ້ວໆ,ຈະ​ຫໍ່​ກ້ຽວ​ເປັນ​ຮູບ​ແນວ​ໃດ​ກໍ​ສຳຄັນທີ່​ສຸດ,ຄອບຄົວ​ສ່ວນ​ຫຼາຍ​ມັກ​ຫໍ່​ເປັນ​ຮູບ​​ເຄິ່ງວົງ​ເດືອນ,ຄື​ເອົາ​ກ້ອນ​ແປ້ງ​ລິ້ງ​ເປັນ​ແຜ່ນ​ບາງໆ​ມົນໆ,​ແລ້ວ​ຕັກ​ເອົາ​ໄສ້​ຫນ້​ອຍຫນຶ່ງ ຢອງ​ໃສ່​ເທິງ​ແຜ່ນ,ພັບ​ເຄິ່ງ,​ໃຊ້​ນີ້ວມື ຫຸບ​ແຄມ​ແຜ່ນ​ກ້ຽວ​ສອງ​ເບື້ອງ​ເຂົ້າ,​ແລ້ວ​ບີບ​ໃຫ້​ມັນ​ຕິດ​ກັນ,​ໃຫ້​ເປັນ​ຮູບ​ຊີກ​ວົງ​ເດືອນ,ຄື​ກັບ​ຮູບຢວນປາວ,​ເງິນ​ຫຼຽນ​ຍບູຮານ​ຂອງ​ຈີນ,​ແລ້ວ​ວາງຢາ​ຍ​ໃສ່​ຝາ​ກະ​ແຕະ,ຄື​ມີ​ເງິນ​ຄຳ​ຢາຍ​ເຕັມ​ເຮືອນ,ມີ​ບາງ​ທ້ອງ​ຖິ່ນ​ກໍ່​ເອີ້ນ​ເຂົ້າ​ຫນົມ​ກ້ຽວ​ກັນ​ຢວນ​ຢາ​ວຄື​ເງິນ​ຫຼຽນ, ຢູ່​ຊົນນະບົດ,ຄົນ​ທັງຫຼາຍ​ມັກ​ເຮັດ​ເປັນ​ລວດລາຍ​ຮວງ​ເຂົ້າ,​ເຫມືອນ​ດັ່ງ​ມີ​ເຂົ້າ​ເຕັມ​ເລົ້າ​ເຕັມ​ເຍຍ,​ເປັນ​ສັນຍະລັກ​ໃຫ້​ແກ່ວາ​ມອຸດົມຮັ່ງມີ ອີ່ມ​ຫນຳ​ສຳ​ລາຍ​ໃນ​ຕະຫຼອດ​ປີ​ໃຫມ່

ເມື່ອ​ຫໍ່​ກ້​ຽວ​ແລ້ວໆ,ກໍ​ຮອດ​ເວລາ​ຕົ້ມກ້ຽວ,​ເມື່ອ​ນ້ຳ​ໃນ​ຫມໍ້​ຟົດ​ແລ້ວ,ຈຶ່ງ​ເອົາ​ກ້ຽວ​ລົງ​ໄດ້,ຈາກ​ນັ້ນ ຕ້ອງ​ເອົາ​ຈອງ​ຄົນ​ກົ້ນ​ຫມໍ້,​ເພື່ອ​ບໍ່​ໃຫ້​ກ້ຽວ​ຕິ​ດກົ້ນ​ຫມໍ້,​ໃນ​ເວລາ​ຕົ້ນ​ກ້ຽວ,ຕ້ອງ​​ໃສ່​ນ້ຳ​ເຢັນ​ສາມ​ເທື່ອ,ຄື​ຟົດ​ເທື່ອ​ຫນຶ່ງ,​ໃສ່​ນ້ຳ​ເທື່ອ​ຫນຶ່ງ,ຫມາຍ​ຄວາມວ່າ​ຝ​າຍນຝູ,​ແປ​ວ່າຄວາມ​ສຸກ​ກັບ​ຕ່າວ​ຄືນ​ມາ ​ເມື່ອ​ຕົ້ນ​ປະ​ມາຍ 10 ກວ່າ​ນາທີ​ແລ້ວ​ກໍ່​ສຸກ​​ ​ແລ້ວ​ທາວ​ຂຶ້ນ​ໃສ່​ຈານ​ກິນ​ໄດ້

ເມື່ອ​ເຂົ້າຫນົມ​ກ້ຽວ​ຕົ້ມ​ສຸກ​ແລ້ວ,​ເວລາ​ກິະນກໍ່​ແຮ່ງ​ມ່ວນ,ຫມົດ​ຄອບຄົວ​ຖ້ວຍ​ໃຜ​ຖ້ວຍ​ມັນ,​ເບິ່ງ​ວ່າ,ຜູ່​ໃດ​ກິນ​ຖືກ​ໄສ້​ຫຍັງ,​ເພາະວ່າ​ເຂົ້າຫນົມ​ກ້ຽວ​ເບິ່ງ​ໄປ​ແລ້​ວພໍ​ປານ​ກັນ,​ແຕ່​ໄສ້​ພັດ​ບໍ່​ຄື​ກັນ,ບາງ​ອັນ​ອາດ​ຈະ​ມີຫໍ່​ຫມາກທັນ​ເຊື່ອມ,ບາງ​ອັນ​ມີ​ເງິນ​ຫຼຽນ​ຫໍ່​ໄສ້,ຜູ່​ທີ່​ກິນ​ຖືກ​ຫມາກ​ທັນ​ເຊື່ອມ​ນັ້ນ​ຫມາຍ​ຄວາມ​ວ່າ ປີ​ໃຫມ່​ນີ້​ຈະ​ຢູ່​ເຢັນ​ເປັນ​ສຸກ,ຜູ່​ທີ່​ກິນ​ຖືກ​ເງິນ​ຫຼຽນ​ນັ້ນ,​ຫມາຍ​ຄວາມ​ວ່າ​ໃນ​ປີ​ໃຫມ່​ນີ້​ຈະ​ມີ​ໂຊກ​ມີ​ລາບ,ຜູ່​ທີ່​ກິນ​ຖືກ​ກ້ຽວ​ເປືອກ​ໂພງໆ,​ຫມາຍ​ຄວາມ​ວ່າ​ມີ​ໂລກ​ມີ​ຄວາມສຸກ

ຈີນ​ມີ​ດິນ​ແດນ​ກວ້າງ​ໃຫຍ່​ໄພສານ,ປະ​ເພນີກິນ​ເຂົ້າຫນົມ​ກ້ຽວ​ກໍ່​ບໍ່​ຄື​ກັນ,ຕົວຢ່າງ​ຄື ຢູ່​ແຂວງ​ເຫີ​ນານ,ພາກ​ກາງຂອງ​ຈີນ ​ໃນ​ຍາມ​ບຸນ​ກຸດ​ຈີນ,ຄົນ​ທັງຫຼາຍ​ຈະ​ເອົາ​ເສັ້ນ​ຫມີ່​ແລະ​ກ້ຽວ​ຕົ້ມ​ໃສ່​ນຳ​ກັນ,​ເອີ້ນ​ວ່າ ​ໄຫມ​ຄຳ​ຮ້ອຍ​ຫຼຽນ​ຄຳ,ຢູ່​ບາງ​ທ້ອງ​ຖິານ ​ໃນ​ຍາມ​ບຸນ​ກຸນ​ຈີນ​ມັກ​ກິນ​ກ້ຽວ​ໄສ້​ຜັກ,​ເຊັ່ນ ຜັກ​ແປ້ນ,ຜັກກາດ​ຂາວ ຜັກກາດ​ຫົວ​ແລະ​ໄຂ່​ໄກ່​ເປັນ​ຕົ້ນ,ຫມາຍ​ເຖິງ​ຄວາມ​ສະຫງົບ​ສະຫງ່ຽມ ສຸກ​ສະບາຍ​ໃນ​ຕະຫຼອດ​ປີ​ໃຫມ່​ທີ່​ຈະ​ມາ

ກ້ຽວ​ໄດ້ກາຍ​ເປັນ​ພາກສ່ວນ​ຫນຶ່ງ​ຂອງ​ລັດ​ທະນະ​ທຳ​ຈີນ​ແລ້ວ,​ເພື່ອນຕ່າງປະ​ເທດ​ທີ່​ເຄີຍ​ມາ​ຈີນ​ຖ້າ​ບໍ່​ໄດ້​ກິນ​ເຂົ້າຫນົມ​ກ້ຽວ​ຈັກ​ຄາບ,ກໍ່​ອາດ​ຈະ​ຮູ້ສຶກວ່າ​ບໍ່​ໄດ້​ຊິ​ມລົດ​ຊາດ​ອາຫານ​ຈີນ​ແທ້ໆ,​ເວົ້າສຳລັບ​ປະຊາຊົນ​ຈີນ​ແລ້ວ,ຄົນ​ຫມົດ​ຄອບ​ຄົວ​ເຕົ້າ​ໂຮມ​ກັນ​ຟັກ​ໄສ້​ກ້ຽວ,ຄົນ​ແປ້ງ,ຫໍ່​ກ້ຽວ,ຕ້ອນຮັບ​ປີ​ໃຫມ່​ຢ່າງ​ຄຶກຄຶ້ນ,ພັດ​ມີ​ບັນຍາ​ກາດ​ອັນ​ອົບ​ອຸ່ນ,ມ່ວນ​ຊື່ນ,ສະ​ຫງົບ ສິລິ​ມຸງຄຸນ.