ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-17 10:05:47    
ສົມ​ຫວັງ​ທຸກ​ປະການ(ສຽງ)

cri Author: huachunmei

ສະບາ​ຍດີ, ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຊົມ​ເຊີຍ​ທ່ານ​ເຂົ້າສູ່​ລາຍການ​ນັດ​ພົບ​ກັນ​ໃນ​ວັນ​ອາ​ທິດ. ວັນ​ທີ 9 ກຸມພາ​ແມ່ນ​ວັນ​ບຸນ​ກຸດ​ຈີນ ​ເຊິ່ງ​ເປັນ​ມື້ບຸນ​ຄຶກຄື້ນ​ທີ່​ສຸດ​ຂອງ​ຊາວ​ຈີນ​ໃນ​ປີ​ໜຶ່ງ. ​ໃນ​ລາຍການ​ມື້ນີ້, ຂ້າພ​ະ​ເຈົ້າສົມບູນ​ໄດ້​ຈັດ​ເອົາ​ເພງ​ສິລິ​ມຸງຄຸນ​ແລະ​ມ່ວນ​ຊື່ນ​ປະມວນ​ໜຶ່ງ​ມາສູ່​ຟັງ, ຫວັງ​ຈະ​ໄດ້​ມ່ວນ​ຊື່ນ​ກັບ​ທ່ານ​ໃນ​ລາຍການ​ມື້ນ​ນີ້.

​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ວ້ານຊື້​ຢູອີ້ ​ແປ​ວ່າ ສົນ​ຫວັງ​ທຸກ​ປະການ ຂັບ​ຮ້ອງ​ໂດຍ​ນາງ​ຈ່າງ​ເຢ. ​ເພງ​ນີ້​ອ່ອນ​ຫວານ​ແລະ​ອົບ​ອຸ່ນ, ສົ່ງ​ພອນ​ໃຫ້​ຍາດ​ພີ່ນ້ອງ​​ໃນ​ວັນ​ບຸນ​ເນື້ອ​ເພງ​ມີ​ຄວາມ​ໝາຍ​ໃນ 365 ຄືນ: ຫວານ​ຊື່ນ​ແລະ​ສວຍ​ງາມ​ກວ່າ​ໝູ່​ກໍ່​ແມ່ນ​ຄືນ​ວັນ​ສິ້ນ​ປີ. ກິ່ນ​ຫອມ​ໃນສາຍ​ລົມ, ນ້ຳ​ເຜິ້ງ​ໃນ​ຫິມະ, ຄະ​ຕິ​ຄູ່​ຂຽນ​ແຕ່​ຄຳ​ສິລິ​ມຸງຄຸນ, ​ໃນ​ຈອກ​ເຫຼົ້າກໍ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັ່ງມີ. ​ໂຄມ​ໄຟ​ແດງ​ແສງ​ເຍືອງ​ຮຸ່ງ​ຄອບ​ຄົວມີ​ຄວາມສຸກ, ທຽນສິ​ແດງ​ໄດ້​ສົ່ງ​ຂ່າວ​ດີ​ມາ, ລູກຫຼານປະຊາ​ຊາດ​ຈີນ​ເພີດ​ເພີນ​ຢູ່​ໃນຄວາມ​ຮັກ​ແພງ​ຂອງ​ຍາດຕິ​ພີ່ນ້ອງ​ໃນ​ບ້ານ​ເກີດ, ອວຍພອນ​ເຈົ້າຈົ່ງ​ສົມ​ດັ່ງ​ປາຖະໜາ​ທຸກ​ປະການ.

​ທີ່ທ່ານຟັງ​ມານັ້ນ​ແມ່ນ​ເພງ"ສົມ​ດັ່ງ​ປາຖະໜາ​ທຸກ​ປະການ​"ທີ່​ຂັບ​ຮ້ອງ​ໂດຍ​ນາງ​ຈ່າງ​ເຢ. ຊາວ​ຈີນ​ສະຫຼອງບຸນ​ກຸດ​ຈີນ​ກໍ່​ເໝືອນ​ດັ່ງ​ຊາວ​ຝ່າຍ​ຕາ​ເວັນ​ຕົກສະຫຼອງບຸນ​ໂນ​​ແອນ, ທຸກ​ຄົນ​ຕ້ອງ​ເມືອ​ບ້ານ, ​ເຕົ້າ​ໂຮມ​ມ່ວນ​ຊື່ນ​ນຳ​ກັນ​ກັບ​ຄອບຄົວ. ​ເພງ​ຮວນ​ຈູ້​ອີ້​ຖາງ ຄື, ​ເຕົ້າ​ໂຮມ​ກັນ ທີ່​ທ່ານ​ຈະ​ໄດ້​ຟັງ​ຕໍ່​ໄປ​ໄດ້​ວາດ​ພາບ​ຄວາມ​ມ່ວນ​ຊື່ນ​ແລະ​ອົບ​ອຸ່ນ​ໃນ​ວັນ​ບຸນ. ​ເນື້ອ​ເພງ​ນີ້​ແມ່ນ: ​ເອົາ​ຄວາມ​ມ່ວນ​ຊື່ນ​ມາ​ໂຮ​ມກັນ, ​ເອົາ​ຄວາມ​ສິລິ​ມຸງ​ຄຸນ​ມາ​ໂຮມ​ກັນ, ປີ​ໃໝ່​ເດືອນ​ເພັງ​ມາລາ​ງາມ. ພວກ​ເຮົາ​ຈົ່ງ​ຍົກ​ຈາກ, ດື່ມ​ໃຫ້​ຊື່ນ​ອຸລາ, ຂໍ​ໃຫ້​ມິດຕະພາບ​ຈົ່ງ​ຍຶນຍົງ​ຊົ່ວ​ນິລັນ.

ບຸນ​ກຸດ​ຈີນ​ເປັນ​ການ​ເລີ່​ມຕົ້ນປີ​ໃໝ່​ໃນ​ຈັນທະຄະຕິ​ຂອງ​ຈີນ, ພ້ອມ​ນັ້ນກໍ່​ໝາຍ​ຄວາມ​ວ່າ, ລະດູບານ​ໃໝ່​ໄດ້​ວຽນມາ​ເຖິງ​ແລ້ວ. ​ໃນ​ຍາມ​ບຸນ​ກຸດ​ຈີນ, ​ເມື່ອ​ຄົນ​ທັງຫຼາຍພົບ​ໜ້າ​ກັນ​ກໍ່ຈະ​ຖາມ​ສະບາ​ຍດີ​ປີ​ໃໝ່, ​ແລະ​ເວົ້າຄຳ​ສິລິ​ມຸງຄຸນ​ຕໍ່​ກັນ, ຫວັງ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ເດີນ​ແມ່ນ​ແລ່ນ​ສະດວກ, ປະສົບ​ແຕ່​ເລື່ອງ​ດີ​ເລື່ອງ​ງາມ​ໃນ​ປີ​ໃໝ່.

1  2