ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-17 10:25:59    
ສະພາ​ຄວາມ​ໝັ້ນຄົງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຊ່ອຍ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ການ​ເມືອງ​ອີ​ຣັກ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 16 ກຸມພາ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຫາລື​ກັນ​ກ່ຽວ​ກັບ​ບັນ​ຫາ​ອີຣັກ​​ແລະ​ໄດ້​ອອກ​ຖະ​ແຫຼງການ​ປະທານ, ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຕັ້ງ​ໜ້າ​ຊ່ອຍ​ສະ​ຫະ​ປະຊາ​ຊາດ​ສືບ​ຕໍ່​ຊຸກ​ຍູ້​ຂະ​ບວນວິ​ວັດ​ການ​ເມືອງ​ອີ​ຣັກ.

ຖະ​ແຫຼງການ​ກ່າວ​ລື້​ມວ່າ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຈະ​ສືບ​ຕໍ່ປະຕິບັດ​ມະ​ຕິ​ເລກ 1546, ຊ່ອຍ​ອີຣັກກ້າວ​ໄປ​ສູ່ທິດ​ປະຊາ​ທິປະ​ໄຕ ມີຫຼາຍ​ເຄົ້າ​ແລະ​ເປັນ​ເອ​ກະ​ພາບ.

ຖະ​ແຫຼງການ​ຮຽກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ຈົ່ງ​ກະກຽມ​​ເປັນ​ຢ່າງ​ດີ​ໂດຍ​ໄວ​ເພື່ອ​ເຂົ້າ​ຮ່ວມ​ຂະ​ບວນວິວັດ​ການ​ເມືອງ​ອີຣັກ, ​ແລະ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ສະ​ໜອງ​ທີ່​ປຶກ​ສາ​ແລະ​ດ້ານ​ເຕັກ​ນິກ​ແກ່​ສະຫະ​ປະຊາ​ຊາດ, ຊ່ອຍ​ສະຫະ​ປະຊາ​ຊາດ​ສຳ​ເລັດ​ພາ​ລະ​ກຳ​ຢູ່​ອີ​ຣັກ.