ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-23 14:31:17    
ຊັບພະຍາກອນ​ນ້ຳ

cri Author: li
ມີ​ຄົນ​ເວົ້າ​ວ່າ,ໜ່ວຍ​ໂລກ​ຂອງ​ພວກ​ເຮົາ​ຄວນ​ເອີ້ນ​ເປັນບານ​ນ້ຳ. ນີ້​ກໍ​ມີ​​ເຫດຜົນ​ໃນ​ລະດັບ​ໃດ​ໜຶ່ງ,​ເພາະວ່າ​ໜ່ວຍ​ໂລກ​ທີ່​ພວກ​ເຮົາ​ດຳລົງ​ຊີວິດ​ຢູ່​ນີ້​ມີ​ນ້ຳ,​ເນື້ອ​ທີ່​ພາຍ​ນອກ​ມີ 71% ຖືກ​ນ້ຳ​ປົກ​ຫຸ້ມ. ​ຈາກ​ທ້ອງຟ້າ​ຮອດ​ໃຕ້ດິນ,ຈາກ​ແຜ່ນດິນ​ເທິງ​ບົກ​ຮອດ​ທະ​ເລ,ຢູ່​ທຸກ​ແຫ່ງ​ຫົນ​ລ້ວນ​ແຕ່​ມີ​ນ້ຳ. ​ແຕ່​ວ່າ​ຢູ່​ໜ່ວຍ​ໂລກ​ນີ້ບໍ່​ແມ່ນ​ວ່າ​ບ່ອນ​ໃດ​ກໍມີ​ນ້ຳ​ຈືດ​.

ນ້ຳ​ບົນ​ໜ່ວຍ​ໂລກ,​ເຖິງ​ວ່າມີ​ປະລິມານ​ຢ່າງ​ຫຼວງຫຼາຍ​​ກໍ​ຕາມ​,​ແຕ່​ສ່ວນ​ທີ່​ຄົນ​ທັງຫຼາຍ​ສາມ​າດ​ໃຊ້​ໃນ​ການ​ຜະລິດ​ແລະການ​ດຳລົງ​ຊີ​ວິດ​ໂດຍ​ກົງນັ້ນພັດ​ໜ້ອຍ​ທີ່​ສຸດ. ກ່ອນ​ອື່ນ,ນ້ຳ​ທະ​ເລ​ທັງ​ເຄັມ​ທັງ​ຂົມ,ກິນ​ບໍ່​ໄດ້,ຫົດ​ດິນ​ບໍ່​ໄດ້,​ແລະ​ຍາກ​ທີ່​ຈະ​ໃຊ້​ໃນ​ດ້ານ​ອຸດສາຫະກຳ. ຖັດມາ,ນ້ຳ​ຈືດ​ມີ​ແຕ່ກວມ​ປະມານ 2,6% ຂອງ​ຍອດ​ປະລິມານ​ນ້ຳ​ເທົ່າ​ນັ້ນ,​ໃນ​ນັ້ນ ສ່ວນ​ຫຼາຍ​ທີ່​ສຸດ​ຄື​ປະມານ 99% ​ເປັນ​ນ້ຳກ້ອນ​ຢູ່​ສອງ​ຂົ້ວ​ໂລກ​ເໜືອ​ໃຕ້​ແລະ​ດິນ​ນ້ຳກ້າມ​ທີ່​ຫ່າງ​ໄກ​ຈາກ​ມວນ​ມະນຸດ,​ໃຊ້​ບໍ່​​ໄດ້,ມີ​ແຕ່​ນ້ຳ​ຈືດ​ບໍ່​ຮອດ 1% ກະ​ຈັດ​ກະຈາຍ​ຢູ່​ໃນ​ບຶງ​ໜອງ,​ແມ່​ນ້ຳ​ລຳ​ເຊ​ແລະ​ໃຕ້​ດິນ. ​ເມື່ອ​ທຽບ​ກັບ​ຍອດ​ປະລິມານ​ນ້ຳ​ໃນ​ທົ່ວ​ໂລກ​ແລ້ວ,ປະລິມານ​ນ້ຳ​ຈືດ​ແມ່ນ​ໜ້ອຍ​ທີ່​ສຸດ.

​ນ້ຳ​ໃນ​ທົ່ວ​ໂລກ​ແມ່ນ​ເອກະ​ພົບ​ດຽວ​ທີ່​ມີ​ການ​ພົວພັນ​ກັນ. ​ໃຕ້​ການ​ສ່ອງ​ແສງ​ຂອງ​ຕາ​ເວັນ,ນ້ຳ​ທະ​ເລ​ລະ​ເຫີຍອອກ​ເລື້ອຍໆ,ກາຍ​ເປັນ​ອາຍ​ນ້ຳກຸ້ມກົ້ວ​ຢູ່​ທ້ອງຟ້າ​​ເທິງທະ​ເລ; ອາຍ​ນ້ຳ​ສ່ວນ​ໜຶ່ງ​ຖືກ​ກະ​ແສ​ລົມ​ພາ​ໄປ​ຮອດທ້ອງ​ຟ້າ​ເທິງ​ແຜ່ນດິນ​ໃຫຍ່,​ເມື່ອ​ພົບ​ອາກາດ​ໜາວ​ກໍ​ຈັບ​ເປັນ​ຢອດ​ນ້ຳ​ນ້ອຍໆ,ກາຍ​ເປັນ​ເມກ,ຕົກລົງ​​ໃສ່ໜ້າດິນ,ນີ້​ກໍ​ແມ່ນ​ຝົນ​ຫຼື​ຫິມະ; ​ເມື່ອ​ຝົນ​ແລະ​ຫິມະ​ຕົກລົງ​​ໃສ່​ໜ້າດິນ​ແລ້ວ,ສ່ວນ​ໜຶ່ງ​ໄຫຼ​​ເຂົ້າອ່າງ,ສ່ວນ​ໜຶ່ງ​ຊຶມລົງ​ໃຕ້​ດິນ,ສ່ວນ​ໜຶ່ງ​ໄຫຼ​ເຂົ້າ​ເໝືອງ,​ແມ່​ນ້ຳລຳ​ເຊແລະ​ທະ​ເລ. ຢອດ​ນ້ຳ​ນັບ​ບໍ່​ຖ້ວນ​ກໍ​ແມ່ນ​​ໄຫຼຢູ່​ໃນ​ໂລກ​ນີ້ຢ່າງ​ບໍ່​ຢຸດ​ບໍ່​ເຊົາ. ການ​ໝູນວຽນ​ຂອງ​ນ້ຳ​ໄດ້​ຮັບປະກັນ​ການ​ສະໜອງ​ນ້ຳ​ຈືດ​ໃຫ້​ມວນ​ມະນຸດ. ​ເມື່ອ​ຮູ້​ການ​ໝູນວຽນ​ຂອງ​ນ້ຳ​ແລ້ວ,ທ່ານ​ກໍຈະ​ອະທິບາຍ​ໄດ້​ວ່າ: ບ້ານ​ເກີດ​ຂອງ​ເມກ​ຢູ່​ໃສ? ​ເປັນ​ຫຍັງ​​ແມ່​ນ້ຳ​ລຳ​ເຊ​ຈຶ່ງ​ໄຫຼທັງ​ເວັນ​ທັງ​ຄືນ​ຢ່າງ​ບໍ່​ຢຸດ​ບໍ່​ເຊົາ? ​ເປັນ​ຫຍັງ​ພັນ​ປີ​ໝື່ນ​ປີ​ມາ​ນີ້ ມີ​ນ້ຳ​ໄຫຼ​ເຂົ້າ​ທະ​ເລ​ຫຼາຍ​ປານ​ນັ້ນ ​ແຕ່​ພັດ​ບໍ່​ເຫັນ​ນ້ຳ​ທະ​ເລ​ລົ້ນ​ອອກມາ?

​ໃນ​ສະ​ໄໝ​ບູຮານ,ຊົນ​ເຜົ່າ​ລ້ຽງສັດ​ເພື່ອ​ຫາ​ບ່ອນ​ລ້ຽງສັດ,ບ່ອນ​ໃດ​ມີ​ນ້ຳ​ມີ​ຫຍ້າ ກໍ​ຕັ້ງ​ເຮືອນ​ຢູ່​ບ່ອນ​ນັ້ນ. ​ປັດຈຸບັນ ຄົນ​ເຮົາ​ຕັ້ງ​ພູມລຳ​ເນົາ​ກໍ​ຕ້ອງ​ພິຈາລະນາ​ສະພາບ​ແຈກ​ຢາຍຂອງ​ຊັບພະ​ຍາກອນ​ນ້ຳ. ​ແຕ່​ວ່າ,ນ້ຳ​ແຈກ​ຢາຍຢູ່​ບົນ​ໜ່ວຍ​ໂລກນີ້​ແມ່ນ​ບໍ່​ສະໝ່ຳສ​ະ​ເໝີ​​ທີ່​ສຸດ. ທະ​ເລ​ໄດ້​ອ້ອມ​ໜ່ວຍ​ໂລກ,​ແຜ່ນດິນ​ຖືກ​ຕັດ​ເປັນ 7 ຕອນ​ໃຫຍ່​ແລະ​ເກາະດອນ​ນັບ​ບໍ່​ຖ້ວນ. ຢູ່​ເຂດ​ທີ່​ດິນ​ຟ້າອາກາດ​ປຽກ​ຊຸ່ມ​​ແລະ​ມີ​ຝົນຕົກ​ອຸດົມ​ສົມບູນ​ເທິງ​ແຜ່ນດິນ​ໃຫຍ່,ມີ​ແມ່​ນ້ຳ​ລຳ​ເຊ​ໃຫຍ່​ແລະ​ບຶງ​ໜອງ​ຫຼວງ​ຫຼາຍ; ​ແຕ່​ຢູ່ເຂດ​ໃນ​ທີ່​ຫ່າງ​ໄກ​ຈາກທະ​ເລ,ອາຍ​ນ້ຳ​ມີ​ໜ້ອຍ​ທີ່​ສຸດ,ອາກາດ​ແຫ້ງ​ແລ້ງ,ມີຝົນຕົກ​ໜ້ອຍ,​ແມ່​ນ້ຳ​ລຳ​ເຊກໍ​ມີ​ໜ້ອຍ,​ແລະ​ຍັງ​ບົກ​​ແຫ້ງ​ເລື້ອຍໆ,ຈົນ​ກະທັ້ງກາຍ​ເປັນ​ທະ​ເລ​ຊາຍ. ສາມາດ​ເວົ້າ​​ໄດ້​ວ່າ,ກໍ​ແມ່ນ​ຍ້ອນ​ນ້ຳ​​ແຈກ​ຢາຍ​ບໍ່ສະ​ໝ່ຳສະ​ເໝີ​ກັນ,ຈຶ່ງ​ໄດ້​ຈໍ່​ຕົວ​ເປັນ​ໂລກ​ທີ່​ແປກ​ປະຫຼາດ​ແລະ​ມີ​ຊີວິດ​ຊີວາ.

ນ້ຳ​ໃນ​ແມ່ນ້ຳລຳ​ເຊ​ແມ່ນ​​ນ້ຳ​ທີ່​ຕົກມາ​ຈາກ​ທ້ອງຟ້າ,​ລວມທັງ​ຝົນ,ຫິມະ​ແລະ​ໝາກ​ເຫັບ​ເປັນ​ຕົ້ນ. ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ແຫ່ງ​ຕ່າງໆ,ປະລິມານ​ນ້ຳ​ໃນ​​ແມ່​ນ້ຳລຳ​ເຊ​ແມ່ນ​ຕ່າງ​ກັນຫຼາຍ​ໃນ 4 ລະດູການ​,ບາງ​ລະດູ​ບໍ່​ມີ​ຝົນ,ບາງ​ລະດູຝົນ​ຕົກ​ລິນ​ແຍະໆ,​ ​ປີ​ໃດ​ກໍ​ບໍ່​ຄື​ກັນ. ຫຼາຍ​ທີ່​ສຸດ​ແມ່ນ​ໃນ 4,5​ເດືອນ​ຂອງ​ລະດູຝົນ​,ປະລິມານ​ນ້ຳຝົນກວມ 80% ​ໃນ​ໝົດ​ປີຫຼື​ຫຼາຍ​ກວ່າ​ນີ້. ນ້ຳ​ທີ່​ຕົກລົງ​ມາ​ຢ່າງ​ບໍ່​ທັນ​ການ​ແລະ​ບໍ່​ສະ​ໝ່ຳສະ​ເໝີ​ກັນ​ນີ້​ມັກ​ບໍ່​ສອດຄ່ອງ​ກັບ​ແຜນການ​ໃຊ້​ນ້ຳຂອງ​ຄົນ​ເຮົາ,ອັນ​ໄດ້​ນຳ​ເອົາ​ຄວາມ​ຫຍຸ້ງຍາກ​ຢ່າງ​ຫຼວງຫຼາຍ​ໃຫ້​ແກ່ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່ຂອງ​ຄົນ​ທັງຫຼາຍ,ຈົນ​ກະທັ້ງ​ກາຍ​ເປັນ​ໄພ​ຮ້າຍ. ​ເພື່ອ​ປ່ຽນ​ແປງ​ສະ​ພາບ​ນ້ຳ​ທຳ​ມະ​ຊາດ​ແນວ​ນີ້,ຄົນ​ເຮົາ​ໄດ້​ສ້າງ​ກິດຈະ​ການ​ຊົນລະ​ປະທານ​ຕ່າງໆ​ເຊັ່ນອ່າງ​ເກັບ​ນ້ຳ,ປະຕູ​ນ້ຳ​ເປັນ​ຕົ້ນ​ມາ​ດັດສົມ​ແລະ​ຄວບ​ຄຸມ​ປະລິມານ​ນ້ຳ,ຮັບປະກັນ​ການ​ສະໜອງ​ນ້ຳ​ຕາມ​ຄວາມ​ຕ້ອງການ​ຂອງ​ມະນຸດ.

ໃນ​ຖານ​ເປັນ​ຊັບ​ສິນ​ອັນ​ປະ​ເສີດ​ທີ່​ທຳ​ມະ​ຊາດ​ມອບ​​ໃຫ້​ມະນຸດ ​ນ້ຳໄດ້​ຖືກ​ຄົນ​ເຮົາ​ເອົາ​ໃຈ​​ໃສ່​ມາ​ແຕ່​ດົນ​ແລ້ວ. ​ແຕ່​ວ່າ​ຄົນ​ທັງຫຼາຍ​ໃຊ້​ສັບ​ທີ່​ວ່າ​"ຊັບພະຍາກອນ​ນ້ຳ"​ເລື້ອຍໆ​ນັ້ນ​ພັດແມ່ນ​ເລື່ອງ​ໃນ​ສິບ​ຊາວ​ປີມາ​ນີ້. ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຊັບພະຍາກອນ​ນ້ຳ​ມີຫຼາຍ​ສິບ​ກວ່າ​ຊະນິດ,ຄຳ​ເວົ້າ​​ທົ່ວ​ໄປ​ແມ່ນ​ໝາຍ​​ເຖິງ​"ປະລິມານ​ນ້ຳ​ທີ່ຄົນ​ທັງຫຼາຍ​ນຳ​ໃຊ້​ເລື້ອຍໆ​ໄດ້​ແລະ​ຟື້ນ​ຟູ​​ໄດ້​ຄູ່​ປີ". ໝາຍ​ເຖິງ​ຊັບພະຍາກອນ​ນ້ຳ​ຈືດ​ທີ່​ເວົ້າ​ທົ່ວ​ໄປ. ​ເມື່ອ​ເປັນ​ແນວ​ນີ້ ນ້ຳ​ທະ​ເລ​ທີ່​ທັງ​ຂົມ​ທັງ​ເຄັມ​ກໍ​ບໍ່​ລວມຢູ່​ໃນນີ້,ຈົນ​ຮອດ​ນ້ຳກ້າມ​ທີ່​ພັນ​ປີ​ກໍ​ບໍ່​ລະລາຍ​ແລະ​ນ້ຳ​ບາ​ດານ​ສ່ວນ​ໜຶ່ງ​ທີ່​ນຳ​ໃຊ້​ຍາກ​ກໍ​ບໍ່​ໄດ້​ເອີ່ຍ​ເຖິງ.