ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-22 14:42:27    
ກິນ​ປາ​ມີ​ຜົນ​ດີ​ຕໍ່​ສຸຂະ​ພາບ​(ພາບ)(ສຽງ)

cri Author: li

ຢູ່​ລາວ​,ມີ​ແມ່​ນ້ຳ​ລຳ​ເຊ​ຫຼວງ​ຫຼາຍ,ປາ​​ແມ່ນ​ອາຫານ​ທີ່​ຄົນ​ສ່ວນຫຼາຍ​ມັກ​ກິນ. ​ແຕ່​ທ່ານ​ຮູ້​ບໍ່​ວ່າ,ກິນ​ປາ​ເລື້ອຍໆ​ມີ​ຜົນ​ດີ​ຫຼາຍ​ຕໍ່​ສຸຂະພາບ.

ກິນ​ປາ​ແມ່ນ​ເລື່ອງ​ງ່າຍ​ທີ່​ສຸດ,​ແຕ່​ເວົ້າ​ໃນ​ດ້ານ​ທິດ​ສະ​ດີ​ແພດສາດ​ຈີນ​ແລ້ວ,ປາ​ມີຫຼາຍ​ຊະນິດ,​ແຕ່​ລະ​ຊະນິດ​ກໍ​​ຕ່າງ​ມີ​ບົດບາດ​ບໍ່​ຄື​ກັນ​ຕໍ່​ສຸຂະພາບ​ຂອງ​ຄົນ​ເຮົາ.



ປາ​ເຂັງ​ເທດ​ມີ​​ໂປຼຕິນ​ແລະອາ​ມີ​ໂນ​ອາ​ສິດຫຼາຍ,ມັນ​ມີ​ບົດບາດ​ຢ່າງ​ເດັ່ນ​ຊັດ​ຕໍ່​ການ​ຊຸກຍູ້​ການ​​ຈະ​ເລີ​ນເຕີບ​​ໂຕ​ຂອງ​ສະໝອງ,ລົດ​ໂກ​ເລ​ສະ​ເຕລອນ​ແລະ​ລົດ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ເລືອດ​ໃຫ້​ຕ່ຳລົງ​ແລະ​ປ້ອງ​ກັນ​ພະຍາດຫົວ​ໃຈ,ແລະ​ສາຍ​ເລືອດ ສະໝອງ.

ປາ​ໄນ​ມີ​ບົດບາດ​ແກ້​ບວມ,​ລົມ​ເດີນ​​ແລະ​ແມ່​ລູກ​ອ່ອນ​ມີ​ນ້ຳນົມຫຼາຍ,​ແກ້​ໄອ,​​ແກ້​ຫືດ,ຮັກສາ​ລູກ​ໃນ​ທ້ອງ​ບໍ່​ໃຫ້ຫຼຸ,​ແກ້​ພະຍາດໝາກ​ເຫຼືອງ,​ເໝາະ​ສຳລັບ​ຜູ້​ເປັນ​ພະຍາດບວມ,​ໄອ,​ເປັນ​ຫືດ​ແລະ​ບ້າໝູ​ເປັນ​ຕົ້ນ. ນອກ​ນີ້,ຍ້ອນ​ຕາຂອງ​ປາ​ໄນ​ມີ​ວິດຕາມິນ​ອາ​ຢ່າງ​ຫຼວງ​ຫຼາຍ,ສະ​ນັ້ນ ກິນ​ຕາປາ​​ໄນ​ມີ​ຜົນ​ດີ​ພິ​ເສດ​ທີ່​ເຮັດ​ໃຫ້​ຕາ​ແຈ້ງ​ຕາ​ໃສ. ​ໃນ​ເວລາ​​ໄອ​ຫຼື​ເປັນ​ຫືດ,​​ໃຫ້ເອົາ​ຫົວ​ປາ​ໄນ​ຕົ້ມ​​ໃສ່ຂີງ,ນ້ຳ​ສົ້ມ​ແລະ​ຜັກ​ທຽມຟັກ,ກິນ​ແລ້ວ​ຈະ​ມີ​ບົດບາດ​ຜ່ອນຄາຍ​ອາການ​ໃຫ້​ເບົາ​ລົງ. ຜູ່​ທີ່​ເປັນ​ພະຍາດ​ບ້າໝູ,​ໃຫ້​ເອົາ​ມັນ​ສະໝອງ​ຫຼື​ໄຂມັນ​ປາ​ໄນຕົ້ມ​​​​ໃສ່ເຂົ້າປຽກ​​ກິນ.

1  2  3