|
 |
(GMT+08:00)
2005-02-17 14:39:56
|
ສະພາອິສຣາແອນຜ່ານກົດໝາຍໄຊ້ແທນຜູ້ຕັ້ງຖິ່ນທີ່ຖານຖອນອອກ
cri
Author: da
ຕາມຂ່າວCRI:ວັນທີ 16 ກຸມພາ, ສະພາອິສຣາແອນໄດ້ປ່ອນບັດຮອບສຸດທ້າຍກ່ຽວກັບກົດໝາຍໄຊ້ແທນຊາວຢິວຜູ້ຕັ້ງຖິ່ນຖານທີ່ຖອນອອກໃນແຜນການເຄື່ອນໄຫວແຕ່ຝ່າຍດຽວ,ແລະຜ່ານກົດໝາຍສະບັບນີ້ດ້ວຍຄະແນນສຽງ 59 ບັດເຫັນດີແລະ 40 ບັດຄັດຄ້ານ,ເຮັດໃຫ້ກົດໝາຍສະບັບນີ້ມີຜົນສັກສິດ.
ຕາມໄດ້ຊາບ,ຈຳນວນເງິນໄຊ້ແທນທີ່ລັດຖະບານອິສຣາແອນຈ່າຍໃນການເຄື່ອນໄຫວຖອນອອກນັ້ນຈະສູງເຖິງປະມານ 1 ຕື້ໂດລາສະຫະລັດ.
ອີງຕາມແຜນການເຄື່ອນໄຫວແຕ່ຝ່າຍດຽວທີ່ທ່ານຊາລົງນາຍົກລັດຖະມົນຕີອິສຣາແອນວາງອອກນັ້ນ,ອິສຣາແອນຈະຖອນຈຸດຕັ້ງຖິ່ນຖານຂອງຊາວຢິວຢູ່ແຖບກາຊາ 21 ແຫ່ງແລະຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ 4 ແຫ່ງກ່ອນທ້າຍປີນີ້. ລັດຖະບານອິສຣາແອນຈະລົງຄະແນນສຽງຕໍ່ການຖອນອອກໃນວັນທີ 20 ກຸມພາ,ບັດນັ້ນ ລັດຖະບານຊາລົງຈະໄດ້ສິດປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວ.
|
|
|