ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-17 14:43:48    
ທ່ານ​ຈາ​ຟາ​ຣີ​ເວົ້າ​ວ່າ​ຈະ​ພະ​ຍາ​ຍາມ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ພາບ​ແຫ່ງ​ຊາດ

cri Author: da
ຕາມ​ຂ່າວ​CRI:​ວັນ​ທີ 16 ກຸມ​ພາ,ທ່ານ​ຈາ​ຟາ​ຣີ ຜູ້​ສະ​ໝັກ​ເປັນ​ນາ​ຍົກ​ລັດ​ຖະມົນ​ຕີທີ່​ສະ​ເໜີ​ໂດຍ​ສະຫະ​ພັນ​ສາ​ມັກຄີ​ອີຣັກ ຫົວ​ໜ້າ​ພັກ​ດາ​ວາ​ອິສ​ລາມ​ຊຸດ​ປະຈຸ​ບັນ ທັງ​ເປັນ​ຮອງ​ປະ​ທານາ​ທິບໍດີ​ລັດຖະ​ບານ​ຊົ່ວ​ຄາວ​ໄດ້​ກ່າວ​ວ່າ,​ທ່ານ​ຈະ​ພະຍາ​ຍາມ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ເອກະ​ພາບ​ຂອງ​ອີ​ຣັກ,ຈະ​ບໍ່​ປ່ຽນ​ອີຣັກ​ເປັນ​ປະ​ເທດ​ສາ​ສະໜາ.

ທ່ານ​ຈາ​ຟາຣີ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ເວລາ​ຕ້ອນ​ບ​ການ​ເຂົ້າ​ສຳ​ພາດ​ຂອງ​ນັກ​ຂ່າວ​ຂ່າວ​ສານ​ອາ​ເປ.​ທ່ານ​ເວົ້າ​ວ່າ,​ທ່ານ​ຈະ​ພະ​ຍາ​ຍາມ​ສຸດ​ຂີດ​ເຮັດ​ໃຫ້​ຊາວ​ອີ​ຣັກ​ທີ່​ເຊື່ອ​ຖາ​ສາສະ​ໜາ​ຕ່າງ​ກັນ ລ້ວນ​ແຕ່​​ເຂົ້າ​ຮ່ວມ​ການ​ສ້າງ​ລັດ​ຖະທຳ​ມະນູນ​ໄດ້.​ທ່ານ​ຈາ​ຟາ​ຣີຍັງ​ເວົ້າ​ວ່າ,​ໂດຍ​ແນ​ໃສ່​ສະ​ພາບ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ໃນ​ສະ​ເພາະ​ໜ້າ​ນີ້,ທ່ານ​ຈະ​ບໍ່​ຮຽກ​ຮ້ອງ​ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ຖອນ​ອອກ​ຈາກ​ອີຣັກ.