ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-17 15:01:10    
ຮູບ​ເງົາ​ສະຫລອງ​ປີ​ໃຫມ່​ໄດ້​ເຫີ່​ກັນ​ສາຍ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ(ສຽງ)

cri Author: mo

ໃນ​ທ້າຍ​ປີ​ແລະ​ຕົ້ນປີ​ຂອງ​ແຕ່ລະ​ປີ​ແມ່ນ​ຍາມ​ທີ່​ຕະຫລາດ​ຮູບ​ເງົາ​ຈີນ​ຄຶກຄັກ​ກວ່າ​ຫມູ່, ປີນີ້​ກໍ່​ບໍ່​ຍົກ​ເວັ້ນ,ຮູບ​ເງົາ​ສະຫລອງ​ປີ​ໃຫມ່ສອງ​ເລື່ອງຄື Tianxiawuzei ​ແປ​ວ່າ​ໃນ​ໂລກ​ນີ້​ບໍ່​ມີ​ຂີ້ລັກ​ແລະ​ເລື່ອງ​ກົງ​ຟູ​ໄດ້​ສາຍ​ພ້ອມ​ກັນ​ຢູ່​ໂຮງສາຍ​ຮູບ​ເງົາ​ຕ່າງໆ​ຂອງ​ຈີນ,ນັບ​ມາ​ຮອດ​ປະ​ຈຸ​ບັນ, ຮູບ​ເງົາ​ສອງ​ເລື່ອງ​ດັ່ງກ່າວ​ຕ່າງ​ໄດ້​ຮັບ​ລາຍ​ຮັບ​ຈາກ​ການ​ຂາຍ​ປີ້​ເກືອບ 100 ລ້ານ​ຢວນ. ການ​ໄປ​ເບິ່ງ​ຮູບ​ເງົາ​ສະຫລອງ​ປີ​ໃຫມ່​ໃນ​ຍາມ​ບຸນ​ກຸດ​ຈີນ​ນັ້ນ​ໄດ້​ກາຍ​ເປັນຄວາມ​ນິຍົມ​ໃຫມ່​ອັນ​ຫນຶ່ງ​ຂອງ​ສາມັນ​ຊົນ​ຈີນ​ແລ້ວ.

ຮູບ​ເງົາ​ສະຫລອງ​ປີ​ໃຫມ່​ເລື່ອງ​ທຳ​ອິດ​ທີ່​ຜູ້ຊົມ​ຈີນ​ໄດ້​ເບິ່ງ​ກ່ອນ​ໝູ່ນັ້ນ​ແມ່ນ​ຮູບ​ເງົາ​ເລື່ອງJiafangyifang ​ແປ​ວ່າ​ຝ່າຍ​ກ.ກັບ​ຝ່າຍ​ຂ. ​ເຊິ່ງທ່ານ​ເຝີ​ງສຽວ​ກ່າງຖ່າຍ​ທຳໃນປີ 1998,ຈາກ​ນັ້ນ, ຮູບ​ເງົາ​ສະຫລອງ​ປີ​ໃຫມ່​ທີ່​ທ່ານ​ເຝີງ​ສຽວ​ກ່າງ​ຖ່າຍທຳ​ປີ​ລະ​ເລື່ອງ​ລ້ວນ​ແຕ່​ໄດ້​ສ້າງ​ລາຍ​ຮັບ​ສູງ​ທີ່​ສຸດຈາກ​ການ​ຂາຍ​ປີ້ຢູ່​ຕະຫລາດ​ຮູບ​ເງົາ​ຈີນ,ຮູບ​ເງົາ​ສະຫລອງ​ປີ​ໃຫມ່​ຂອງ​ທ່ານ​ເຝີ​ງສຽວ​ກ່າງໄດ້ກາຍເປັນຍີ່ຫໍ້ດັງຍີ່ຫໍ້ຫນຶ່ງຂອງຮູບເງົາການຄ້າຈີນ.

ທີ່​ທ່ານພວມຟັງ​ຢູ່​ນີ້​ແມ່ນຮູບ​ເງົາ​ສະຫລອງ​ປີ​ໃຫມ່​​ເລື່ອງ Tianxiawuzei ​ແປ່​ວ່າ​ໃນ​ໂລກ​ນີ້​ບໍ່​ມີ​ຂີ້​ລັກທີ່​ທ່ານ​ເຝີ​ງສຽວ​ກ່າງ​ຖ່າຍທຳ​ໃຫມ່​ໃນ​ທ້າຍ​ປີ 2004. ຮູບ​ເງົາ​​ເລື່ອງ​ນີ້ໄດ້​ເລົ່າ​ເລື່ອງ​ທ້າວ​ສາ​ເກີ່​ນ ຊາວ​ກະສິກ​ອນ​ໄປ​ເປັນ​ລູກຈ້າງ​ໃນ​ເມືອງ​ມາ​ຫລາຍ​ປີ, ລາວ​ກຽມນຳ​ເອົາ​ເງິນ 6 ຫມື່ນ​ຢວນທີ່​ຕົນ​ເອງ​ຫາ​ໄດ້​ນັ້ນ​ເມືອ​​ແຕ່ງດອງ​ຢູ່​ບ້ານ,ລາວ​ບໍ່​ເຊື່ອ​ວ່າ,​ ໃນ​ໂລກ​ນີ້​ມີ​ຂີ້ລັກ.​ໃນ​ລົດ​ໄຟ​ທີ່​ທ້າວສາ​ເກີ່​ນຂີ່​ນັ້ນມີ​ຂີ້ລັກ​ສາມ​ກຸ່ມ, ນາງ​ວາງ​ລີ້​ແລະ​ທ້າວ​ວາງ​ປໍ​​ເປັນ​ຂີ້ລັກ​ຄູ່​ຫນຶ່ງ​ແລະ​ກໍ່​ແມ່ນ​ຄູ່​ຮັກ​ຄູ່​ຫນຶ່ງ, ພວກ​ເຂົາ​ເຈົ້າຄ່ອຍໆ​ຖືກກະ​ຕຸ້ນ​ໃຈຍ້ອນ​ຄວາມ​ຊື່ສັດ​ແລະ​ໃຈ​ບຸນ​ຂອງ​ທ້າວ​ສາ​ເກີ່​ນ,​ ແລ້ວ​ພະຍາຍາມ​ປົກ​ປ້ອງທ້າວສາ​ເກີ່​ນ,​ເພື່ອຮັກສາ​ຄວາມ​ຝັນ​ຂອງ​ລາວ​ທີ່​ວ່າ​ໃນ​ໂລກ​ນີ້​ບໍ່​ມີ​ຂີ້ລັກ.

ຕ່າງ​ກັບ​ຮູບ​ເງົາ​ສະຫລອງ​ປີ​ໃຫມ່​ໃນ​​ເມື່ອ​ກ່ອນ​ຂອງ​ທ່ານ​ເຝີ​ງສຽວ​ກ່າງ​ທີ່​ເປັນ​ລະຄອນ​ຕະຫລົກ, ຮູບ​ເງົາ​ເລື່ອງ"​ໃນ​ໂລກ​ນີ້​ບໍ່ມີ​ຂີ້ລັກ​"​ ແມ່ນ​ຮູບ​ເງົາ​ເລື່ອງ​ຄວາມ​ຮັກ​ທີ່​ໂສກ​ເສົ້າ, ຜູ້​ຊົມ​ຫລາຍໆ​ຄົນ​ນ້ຳຕາ​ໄຫລ​ຍ້ອນ.

ທ່ານ​​ເຝີ​ງສຽວ​ກ່າງ ຜູ້​ກຳກັບ​ການສະ​ແດງ​ຂອງ​ຮູບ​ເງົາ​ເລື່ອງ​ດັ່ງກ່າວ​​ແນະນຳ​ວ່າ:

"ນີ້​ແມ່ນ​ຮູບ​ເງົາ​ເລື່ອງ​ຫນຶ່ງ​ທີ່​ຊັກ​ຊວນ​ໃຫ້​ຄົນ​ທັງຫລາຍ​ບຸກບືນ​ໄປຫນ້າ,​ ແລະ​ໃຫ້​ຄົນ​ບໍ່​ດີກັບ​ໃຈ​ເປັນ​ຄົນ​ດີ."

ມີ​ດາລາ​ຮູບ​ເງົາ​ຈຳນວນ​ຫລວງຫລາຍ​ຮ່ວມ​ກັນ​ສະ​ແດງ, ນີ້​ກໍ່​ແມ່ນ​ສາຍ​ເຫ​ດຫນຶ່ງ​ທີ່​ຮູບ​ເງົາ​ເລື່ອງ"​ໃນ​ໂລກ​ນີ້​ບໍ່​ມີ​ຂີ້ລັກ"ຈັບ​ໃຈ​ຄົນ, ພະ​ເອກ​ສະ​ແດງ​ໂດຍ​ທ່ານ​ຫຼີວເຕີ​ຫົວ ດາລາ​ເພງ​ແລະ​ດາລາ​ຮູບ​ເງົາ​ທີ່​ມີ​ຊື່ສ​ຽງຂອງ​ຮົງ​ກົງ​ຈີນ, ນາງ​ເອກ​ເຊິ່ງກໍ່​ຄື​ຜູ້ຍິງຂີ້ລັກ​ທີ່​​ໃກ້​ຈະ​ເປັນ​ແມ່​ແມ່ນ​ສະ​ແດງ​ໂດຍ​ນາງ​ຫຼີວຢໍ້ຢິ່ງ ດາລາ​ເພງ​ແລະ​ດາລາ​ຮູບ​ເງົາ​ທີ່​ມີ​ຊື່ສ​ຽງຂອງ​ໄຕ້​ຫວັນ​ຈີນ,​ ເຮັດ​ໃຫ້​ຮຸບ​ເງົາ​ເລື່ອງ​ນີ້​ບໍ່ພ​ຽງ​ແຕ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຢູ່​ພາກ​ເຫນືອ​ຈີນ​ຄື​ຮູບ​ເງົາ​ສະຫລອງ​ປີ​ໃຫມ່​ໃນ​​ເມື່ອກ່ອນເທົ່ານັ້ນ, ຢູ່​ຕົວ​ເມືອງ​ພາກ​ໃຕ້​ຂອງ​ຈີນ​ແລະ​ຢູ່​ຮົງ​ກົງ​ຈີນ​ກໍ່​ໄດ້​ຮັບ​ການ​ຕີ​ລາຄາ​ເປັນ​ຢ່າງ​ດີ​ຄື​ກັນ.

ຮູບ​ເງົາ​ສະຫລອງ​ປີ​ໃຫມ່​ອີກ​ເລື່ອງ​ຫນື່ງຄື​ກົງ​ຟູ​ແມ່ນ​ທ່ານ​ໂຈ່​ວຊິງ​ສື ດາລາ​ຮູບ​ເງົາ​ທີ່​ມີ​ຊື່​ສຽງ​ຂອງ​ຮົງ​ກົງ​ຈີນ​ເປັນ​ຜູ້​ກຳກັບ​ການສະ​ແດງ​ແລະ​​ເປັນ​ຜູ້​ສະ​ແດງ, ຮູບ​ເງົາ​ເຕັ​ມໄປ​ດ້ວຍພາບ​ຕະຫລົກ​ແລະ​ມວຍ​ກົງ​ຟຸທີ່​ຊວນ​ຫົວ. ​ເລື່ອ​ງນີ້​ເກີດ​ຂຶ້ນ​ຢູ່​ຈີນ​​ເມື່ອ​ຊຸມ​ປີ 40 ສະຕະວັດ​ທີ 20, ທ່ານ​ໂຈ່​ວຊິງ​ສື​ໄດ້​ສະ​ແດງ​ເປັນ​ຊາວ​ຫນຸ່ມ​ຜູ້​ຫນຶ່ງ​ທີ່​ມີ​ທ່າ​ທາງ​ນັກ​ເລງ​​ແຕ່ມີ​ມີ​ອຸດົມ​ການ, ​ເພິ່ນ​ໄດ້​ຕັດສິນ​ໃຈ​ເຂົ້າຮ່ວມ​ກຸ່ມ​ຂວານ​ເຊິ່ງ​ເປັນ​ກຸ່ມ​ສັງຄົມ​ມືດ​ທີ່​ມີ​ອິດ​ທິພົນໃຫຍ່​ກວ່າ​ຫມູ່.​ ເພິ່ນ​ເຈດ​ຕະນາຫລອກ​ຂູ່​​ເອົາ​ເງິນ​ນຳ​ປະຊາຊົນ​ຢູ່​ບ້ານ​ຄອກ​ຫມູ, ພັດ​ບໍ່​ຮູ້​ວ່າ, ​ໄທບ້ານ​ຢູ່​ແຫ່ງ​ນັ້ນມີ​ໄມ້​ເດັດ​ມື​ເດັດ​ຫມົດ​ທຸກ​ຄົນ,​ ໃນ​ທີ່​ສຸດ​ເລີຍ​ເສຍ​ໃຊຢູ່​ແຫ່ງ​ນີ້. ຊາວ​ຫນຸ່ມ​ຜູ້​ນີ້​ໄດ້​ຄ່ອຍໆ​ປະລະ​ແນວ​ຄິດ​ແລະ​ອຸດົມ​ການ​ໃນ​ເມື່ອກ່ອນ,​ ເລີ່​ມສຳນຶກ​ເຖິງ​ທາດ​ແທ້​ຂອງ​ກົງ​ຟູ.

ຮູບ​ເງົາ​ເລື່ອງ​"ກົງ​ຟູ"​ແມ່ນ​ຮູບ​ເງົາ​ຕະຫລົກ​ບວກ​ກັບ​ກົງ​ຟູ​ອ້ອຍຕ້ອຍ,ພາບ​ທີ່​ບຸກຄົນ​ຜູ້​ນ້ອຍ​ສວຍ​​ໂອກາດ​ຫາ​ຜົນ​ກຳ​ໄລແລະ​ຕົກ​ຢູ່​ໃນ​ສະພາບເກີ້​​ເຂີນນັ້ນ​ໄດ້​ປະກົດ​ໃຫ້​ເຫັນ​ຢູ່​ເລື້ອຍໆ,​ ເຮັດ​ໃຫ້​ຜູ້​ຊົມມີ​ສຽງ​ຫົວ​​ເລື້ອຍໆ.​ ແຕ່​ວ່າ, ພາບ​ຕະຫລົກ​ສ່ວນ​ຫລາຍ​ລ້ວນ​ແຕ່​ແມ່ນ​ຫມູນ​ອ້ອມ​ຫົວ​ຂໍ້"ກົງ​ຟູ"ຢ່າງ​ແຫນ້ນ​ແຟ້ນ​ໃນ​ຂັ້ນພື້ນຖານ.​ ໃນ​ຂະ​ບວນການ​ທີ່​ບຸກຄົນ​ນ້ອຍ​ເຕີບ​ໂຕ​ເປັນ​ອາຈານ​ກົງ​ຟູ​ທີ່​ທ່ານ​ໂຈ່​ວຊິງ​ສື​ເປັນ​ຜູ້​ສະ​ແດງ​ນັ້ນ​ ໄດ້​ກ່ຽວ​ພັນ​ເຖິງ​ກົງ​ຟູ​ຂອງ​ສຳນັກ​ຕ່າງ​ກັນ​ຢ່າງ​ຫລວງຫລາຍ, ​ເຮັດ​ໃຫ້​ຜູ້​ຊົມ​ລາຍ​ຫູລາ​ຍຕາ​ຍ້ອນ.

ເວົ້າສຳລັບ​ຜູ້​ຊົມ​ຮູບ​ເງົາ​ຈີນ​ແລ້ວ, ການ​ທີ່​ໄດ້​ເບິ່ງ​ຮູບ​ເງົາ​ສະຫລອງ​ປີ​ໃຫມ່​ທີ່​ໂລດ​​ໂຜນ​ສອງ​ເລື່ອງ​ພ້ອມ​ກັນນັ້ນ​ແມ່ນ​ເລື່ອງ​ທີ່​ດີ​ໃຈ​ທີ່​ສຸດ, ນາງ​ຢູທີ່​​ເຄີຍ​ເບິ່ງ​ຮູບ​ເງົາ​ສອງ​ເລື່ອງ​ດັ່ງກ່າວ​ເມື່ອ​ບໍ່​ດົນ​ນີ້​ເວົ້າຕໍ່​ນັກ​ຂ່າວ​ວ່າ:

"ຂ້ອຍ​ມັກ​ຮູບ​ເງົາ​ສະຫລອງ​ປີ​ໃຫມ່​ສອງ​ເລື່ອງ​ໃນ​ປີ​ນີ້​ຫລາຍ,​ ໃນ​ຍາມ​ທຳ​ມະ​ດາ​ຄາ​ວຽກ​ຫລາຍ,​ ເບິ່ງ​ຮູບ​ເງົາ​ແບບ​ນີ້​ຮູ້ສຶກ​​ເບົາ​ອົກ​​ເບົາ​ໃຈຫລາຍ. ຮູບ​ເງົາ​ຈີນ​ມີ​ຫລາຍໆ​ເລື່ອງ​ຫນ້າ​ເບິ່ງ​ຫລາຍ, ຕົວຢ່າງ​ຄື​ຮູບ​ເງົາ​ເລື່ອງShimianmaifu ​ແປ​ວ່າ​ ດັກ​ສະກັດ​ 10 ດ້ານ​ແລະ​ເລື່ອງ "2046​"ໃນ​ປີ​ກາຍ​ນີ້​ລ້ວນ​ແຕ່​ຫນ້າ​ເບິ່ງ​ຫລາຍ."

ນອກຈາກ​ຮູບ​ເງົາ​ສະຫລອງ​ປີ​ໃຫມ່​ສອງ​ເລື່ອງ​ນີ້​ແລ້ວ, ​ໃນ​ປີ 2004 ທີ່​ຫາກໍ່ຜ່ານ​ພົ້ນ​ໄປ​ນີ້, ຂະ​ແໜງ​ການຮູບ​ເງົາ​ຈີນ​ໄດ້​ຮັບ​ຜົນສຳ​​ເລັດ​ທີ່​ຫນ້າ​ຊົມ​ຊື່ນ,​ ໄດ້​ຖ່າຍ​ທຳຮູບ​ເງົາ 212 ​ເລື່ອງ​ສຳ​ເລັດ​, ​ໃນ​ນັ້ນມີ​ຮູບ​ເງົາ​ດີ​ເລີດ​ຈຳນວນ​ຫລວງຫລາຍ,ຕົວຢ່າງ​ຄື​ເລື່ອງShimianmaifu ​ເລື່ອງ​ເຄີ​ເຄີ​ຊີ​ລີ​ເລື່ອງທ່ານຈາງ​ຊື​ເຕີ ເປັນຕົ້ນ, ລາຍ​ໄດ້​ຈາກ​ການ​ຂາຍ​ປີ້​ບັນລຸ​ເຖິງ 1 ​ແສນ 5 ຫມື່ນ​ຢວນ. ພ້ອມ​ກັນນັ້ນ,​ ໃນ​ປີ 2004, ຮູບ​ເງົາ​ຈີນ​ກໍ່​ມີ​ອິດ​ທິພົນ​ສູງ​ຂຶ້ນ​ຕື່ມ​ອີກ​ໃນ​ສາກົນ, ປີ 2004, ຮູບ​ເງົາ​ຈີນ​ໄດ້​ເຂົ້າຮ່ວມງານ​ມະ​ໂຫລານ​ຮູບ​ເງົາ​ທີ່ 30 ກວ່າ​ປະ​ເທດ​ຈັດ​ຂຶ້ນ,​ ໄດ້​ຮັບ​ລາງວັນ 16 ລາຍ.