ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-17 16:11:16    
ສິງ​ກະໂປ​ປະດັບ​ປະດາ​ຕ້ອນ​ຮັບບຸນ​ກຸດ​ຈີນ

cri Author: da
ສີງ​ກະໂປ​ແມ່ນ​ປະ​ເທດ​ນະ​ຄອນ​ທີ່​ສວຍ​ງາມ​ປານ​ສວນ​ດອກ​ໄມ້,​ໃນ​ປະຊາ​ກອນ,​ຊາວ​ຈີນ​ຫຼາຍ​ກວ່າ​ໝູ່​,ດັ່ງ​ນັ້ນ ຢູ່​ປະ​ເທດ​ສິງ​ກະ​ໂປ ກໍ​ຫຼິ້ນ​ບຸນ​ກຸດ​ຈີນ​ເຊັ່ນ​ດຽວ​ກັນ.​ເມື່ອ ຮອດ​ບຸນ​ກຸດ​ຈີນ,​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ທຸກ​ເສັ້ນ​ໄດ້​ປະ​ດັບ​ປະດາ​ເປັນ​ສີ​ແດງ​ດ້ວຍ​ດອກ​ໄມ້ສີ,​ໂຄມ​ໄຟ​ແດງ​ແລະ​ຄະຕິ​ຄູ່​ເພື່ອ​ສ້າງ​ບັນ​ຍາ​ກາດ​ສີລິ​ມຸງຄຸນ​ແລະ​ມ່ວນ​ຊື່ນ.

ຖະ​ໜົນ​ນິວ​ເຊີ​ສວຍ ​ແມ່ນ​ໄຊ​ນາ​ທາວ​ຂອງ​ສິງກະ​ໂປທີ່ມີ​ລັກສະ​ນະຕົວ​ແທນ​ທີ່ສຸດ.​ໃນວັນທີ 15 ມັງ​ກອນ​ທຸກ​ທຸກ​ປີ,ຢູ່ຖະ​ໜົນກໍ​ຈະຈັດ​ພິທີ​ເປີດ​ດອກໄຟ ​ໂຄມ​ໄຟ​ຕ້ອນ​ຮັບ​ບຸນ​ກຸດ​ຈີນ,ດອກ​ໄຟສີ​ນ້ອຍ​ໃຫຍ່ ພ້ອມ​ກັບ​ເຄື່ອງ​ເອ້ທີ່​ນັບ​ບໍ່​ຖ້ວນ​ເຫຼື້ອມ​ຍິບ​ຍັບ.​ປີນີ້​ແມ່ນປີລະ​ກາຈັນ​ທະຄະ​ຕິຈີນ,ຢູ່ຖະ​ໜົນ​ນິວ​ເຊີ​ສວຍ​ດອກໄຟ​ສີທີ່ປະ​ຈັກ​ຕາທີ່​ສຸດກໍ​ແມ່ນ​ເຮັດ​ເປັນ​ຮູບ​ຈຳ​ລອງ​ໄກ່ໂຕ​ແມ່ທີ່​ເກີດໄຂ່​ຄຳເງີຍ​ໜ້າເອິກ​ຢືນຢູ່​ເທິງ​ກອງ​ເຂົ້າ​ທີ່ສູງ 5 ແມັດ​ປາຍ​,ໝາຍ​ຄວາມ​ວ່າ​ໃນປີ​ໃໝ່​ນີ້ຈະ​ສາ​ມາດ​ເກັບ​ກ່ຽວ​ຜົນ​ໄດ້​ອຸດົມ​ສົມ​ບູນ,​ໄດ້ດູດ​ດຶງ​ຄົນ​ທັງ​ຫຼາຍ​ພາ​ກັນຊົມ​ເບິ່ງ​ຖ່າຍ​ຮູບ​ເປັນທີ່​ລະລຶກ.​ຢູ່ຕະ​ຫຼອດ​ຖະ​ໜົນ​ເຕັມ​ໄປ​ດ້ວຍ​ບັນຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ,ບໍ່​ວ່າ​ຈະ​ແມ່ນ​ຮ້ານ​ຄ້າ​ນ້ອຍ​ຫຼື​ແມ່ນ​ຮ້ານ​ຄ້າ​ໃຫຍ່ ຮ້ານ​ໃດ​ກໍ​ຂາຍ​ໂຄມ​ໄຟ​ແດງ,​ໝາກ​ກະ​ໂພກ,​ຄະຕິ​ຄູ່ແລະ​ຂອງ​ກິນ​ຂອງ​ຫຼິ້ນ,ຄົນ​ຊື້​ກໍ​ເຕັມ​ຮ້ານ.

ຢູ່ຖະ​ໜົນອູ​ເຈ ເຊິ່ງ​ເປັນຖະ​ໜົນ​ການ​ຄ້າ​ທີ່ມີຊື່​ສຽງ​ທີ່ສຸດ​ຂອງສິງ​ກະໂປ, ​ບໍ່ວ່າຈະ​ແມ່ນ​ຕຶກ​ຮ້ານ​ຄ້າ​ໃຫຍ່ ຫຼື​ແມ່ນ​ຮ້ານ​ຄ້າ​ນ້ອຍ​ຢູ່​ສອງ​ຟາກຖະ​ໜົນ, ລ້ວນ​ແຕ່​ໄດ້ປະ​ດັບ​ປະດາ​ຕາມຈຸດ​ພິເສດ​ຂອງ​ຕົນ.​ເມື່ອ​ຄ່ຳ​ແລ້ວ,ຢູ່​ຕາມ​ຖະ​ໜົນອູ​ເຈ ຖະ​ໜົນ​ການຄ້າ​ທີ່ຮຸ່ງ​ເຮືອງ​ທີ່ສຸດ​ຂອງສິງ​ກະໂປ​ປະດັບ​ດ້ວຍ​ດອກ​ໄຟນີ​ອົງ,ບໍ່​ສະ​ເພາະ​ຢູ່​ຖະໜົນ​ເສັ້ນ​ນີ້,ຢູ່​ຕາມ​ຖະ​ໜົນ​ການ​ຄ້າ​ອື່ນໆ ຕຶກ​ເຮືອນ​ຢູ່,ຄຸ້ມ​ເຮືອນ​ຢູ່ແລະ​ສູນ​ການຄ້າ​ເປັນ​ຕົ້ນ,ຫອຍ​ໂຄມ​ໄຟ​ແດງ​ໄວ້​ສູງໆ,​ດອກ​ໄຟ​ເຫຼື້ອມ​ຍິບຍັບ.

ແຕ່ໃດ​ມາ ຊາວ​ຈີນ​ເອົາ​ໃຈໃສ່​ໝົດ​ຄອບຄົວ​ຫຼິ້ນ​ບຸນ​ນຳ​ກັນ,ໃນ​ນັ້ນ ສຳຄັນ​ທີ່​ສຸດກໍ​ແມ່ນ​ຍິງຊາຍ​ນ້ອຍ​ໃຫຍ່​ໝົດ​ຄອບ​ຄົວ,​ກິນ​ເຂົ້າ​ຄ່ຳຄືນ​ວັນ​ສິ້ນ​ປີ​ເກົ່າ.​ຍ້ອນ​ວ່າ​ຄົນ​ສິງກະ​ໂປມີ​ລາຍ​ໄດ້​ຂ້ອນ​ຂ້າງ​ສູງ,ສະ​ນັ້ນ ຂະ​ເຈົ້າ​ສ່ວນ​ຫຼາຍ​ມັກ​ໄປກິນ​ເຂົ້າຢູ່​ຮ້ານອາ​ຫານ​ໃນ​ຕອນ​ຄ່ຳ​ວັນ​ສິ້ນ​ປີ​ເກົ່າ​ໝົດ​ຄອບ​ຄົວ. ຮ້ານ​ອາ​ຫານກໍ​ສວຍໂອ​ກາດນີ້ ປຸງ​ແຕ່ງ​ອາ​ຫານ​ເຍືອງ​ສະ​ເພາະ​ຫຼາຍ​ຢ່າງ​ຫຼາຍ​ແນວ​ຫຼືອາ​ຫານ​ເປັນ​ຊຸດ​.ອາ​ຫານ​ທີ່ຊື່​ວ່າ​"ໄກ່​ຄຳຂັນ​ໄຊ​ໂຢ​ເຍື່ອງ​ດີ"ກໍມີ​ວິທີ​ປຸງ​ແຕ່ງ​ຫຼາຍສິບ​ຊະນິດ.

ອາ​ຫານ​ປາດິບ​ທີ່ມີ​ສີ​ສັນ​ພິເສດ​ຂອງ​ສິງ​ກະໂປ​ແລະ​ໝາຍ​ຄວາມວ່າ​ຄົນ​ທັງ​ຫຼາຍ​ພ້ອມ​ກັນ​ຮັ່ງມີ​ກໍຖືກ​ຊົມ​ເຊີຍ​ຫຼາຍ.​ຊາວ​ຈີນ​ມັກຕົວ​ເລກ 8 ,​ເພາະ​ວ່າ ພາ​ສາຈີນ​ຜັນ​ສຽງ 8,ຄ້າຍ​ຄື​ກັນ​ກັບ​ຟາ,ມີ​ຄວາມ​ໝາຍ​ວ່າ "ພັດ​ທະ​ນາ", ຈົນວ່າ​ເລກ​ໂຕສຸດ​ທ້າຍ​ຂອງ​ລາຄາອາ​ຫານ​ເປັນ​ຊຸດກໍ​ແມ່ນ 8 ຄື 8 ຢວນ,18 ຢວນ, 108 ຢວນ​ເປັນ​ຕົ້ນ.

ໃນ​ຍາມບຸນ​ກຸດຈີນ,​ຊາວ​ສິງກະ​ໂປມັກເອົາ​ດອກ​ໄມ້​ໝາກ​ກ້ຽງນ້ອຍ​ເປັນ​ຂອງ​ຂວັນ​ຕ້ອນມິດ​ສະ​ຫາຍ​ຍາດ​ພີ່ນ້ອງ.​ເຂົາ​ເຈົ້າ​ຍັງ​ຕັ້ງຊື່​ມ່ວນໆ​ຄື:​ດອກ​ໄມ້​ໂຊກດີ ດອກ​ໄມ້ເງິນ​ຄຳ ແລະ​ດອກ​ໄມ້ຮັ່ງ​ມີເປັນ​ຕົ້ນ.​ໃນ​ຍາມ​ບຸນ​ກຸດ​ຈີນ​ປີ​ນີ້,ຊາວ​ສິງກະ​ໂປ​ຍັງ​ໄດ້​ງານ​ວາງ​ສະ​ແດງ​ດອກ​ໄມ້​ຢູ່​ເກາະ​ຊານ​ທາວ​ຊາ ເຊິ່ງ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່ມີຊື່​ສຽງດົງ​ດັງ​ຂອງ​ສິງ ກະໂປ​ເປັນ​ເທື່ອ​ທຳ​ອິດ,​ໄດ້​ວາງ​ດອກໄມ້​ສົດນາ​ນາ​ຊະນິດ​ໜຶ່ງ​ລ້ານ​ຕົ້ນ​ສະ​ຫຼອງ​ບຸນກຸດ​ຈີນ​ໄດ້​ວຽນມາ​ເຖິງ.ສະ​ຖານ​ທີ່ງານ​ວາງສະ​ແດງ​ດອກ​ໄມ້​ກວມ​ເນື້ອທີ່ 5 ເຮັກ​ຕາ,​ກວ້າງ​ທໍ່ສະ​ໜາມ​ບານ​ເຕະ 5 ແຫ່ງ.​ສວນ​ນ້ຳພຸ່ຂ​ອງຊ​ານ​ທາວ​ຊາ​ແມ່ນ​ບ່ອນ​ຕົ້ນ​ຕໍຂອງ​ງານ​ວາງສະ​ແດງ.ຢູ່​ປາກ​ປະຕູ​ເຂົ້າ​ງານ​ວາງສະ​ແດງ​ດອກ​ໄມ້ໄດ້​ຕັ້ງ​ທາດ​ຮູບ​ກົງທີ່​ປະດັບ​ປະດາ​ດ້ວຍ​ດອກ​ໄມ້, ສູງ 5,5 ແມັດ,​ຕ້ອນ​ຮັບ​ຜູ້​ທ່ອງ​ທ່ຽວ​ມາຫຼິ້ນ​ສວນ​ນ້ຳ​ພຸ່.ຜູ້​ຈັດ​ງານ​ຍັງ​ຕັ້ງ​ແກງ​ເລືອກ ດອກ​ໄມ້ 12 ປະ​ເພດມາ​ຕາງ​ໜ້າ 12 ເດືອນ, ໄດ້ດູດ​ດຶງຜູ້​ທ່ອງ​ທ່ຽວ​ຫຼາຍ​ຄົນ​ມາຊົມ​ເບິ່ງ​ຖ່າຍ​ຮູບ​ເປັນທີ່ ລະ​ລຶກ.ໃນ​ວັນ​ຄູ່ຮັກ​ທີ່ຫາກໍ່​ຜ່ານ​ໄປ,​ງານ​ວາງສະ​ແດງ​ດອກ​ໄມ້ຍັງ​ສ້າງ​ກຳ​ແພງ​ໃຫຍ່​ໂດຍ​ຈຳ ເພາະ, ປະດັບ​ດ້ວຍ​ດອກກຸ​ຫຼາບ​ແດງ​ຊ້ຳ​ຫຼາຍໆ​ດອກ.​ຢູ່ນີ້​ຍັງ​ຕັ້ງ​ຮູບ​ຈຳ​ລອງໄກ່​ໂຕຜູ່​ໃຫຍ່ທີ່​ສູງ 4,2 ແມັດ,​ເພື່ອ​ສ້າງ​ບັນຍາ​ກາດ​ຄຶກ​ຄື້ນ.

ເພື່ອ​ສະ​ຫຼອງ​ບຸນ​ກຸດ​ຈີນ,​ການ​ເຄື່ອນ​ໄຫວຢູ່​ພາຍໃນ​ຫໍເບິ່ງ​ໂລກ​ພື້ນ​ທະເລ​ຂອງ ເກາະ​ຊານ​ທາວ​ຊາກໍ​ຕ່າງ​ກັນ​ຊູ່ປີ. ປີນີ້​ແມ່ນ​ທິມ​ກັງຟູ​ຈີນສະ​ແດງ​ຢູ່ໃນ​ນ້ຳ,ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້ສຶກ​ມ່ວນ​ຫຼາຍ.​ນອກ​ຈາກສະ​ແດງ​ຟ້ອນ​ລຳ​ທຳ​ເພງໃຫ້​ຜູ້ຊົມ​ແລ້ວ,​ຍັງມີ​ການສະ​ແດງຈູດ​ໄຟ​ດອກ 3 ນາທີ. ໃນຄ່ຳ​ຄືນ​ວັນ​ສິ້ນ​ປີ​ເກົ່າ, ການ​ເຄື່ອນ​ໄຫວ​ລະດູ​ບານ​ໃໝ່ມາ​ຮອດ​ແຄມ​ນ້ຳຕ້​ອນ​ຮັບ​ປີໃໝ່​ກໍ​ໄດ້​ຈັດ​ການ​ນັບ​ເວລາ​ຄືນ​ຕ້ອນ​ຮັບປີໃ​ໝ່,ເມື່ອ​ຮອດ​ທ່ຽງ​ຄືນ 12 ໂມງກົງ,​ໄຟ​ດອກທີ່​ສວຍ​ງາມ​ໄດ້​ພົ່ນ​ຂຶ້ນ​ທ້ອງ​ຟ້າ​ຕາມ​ສຽງ​ດົນ​ຕີບັນ​ເທີງ,ໃນ​ຕອນ​ຄ່ຳວັນ​ຂຶ້ນ​ປີໃໝ່,​ຄົນ​ທັງ​ຫຼາຍ​ກໍຈູດ​ໄຟ​ດອກອີກ​ເທື່ອ​ໜຶ່ງ,​ໄຟ​ດອກ​ພົ່ນ​ຂຶ້ນສູ່​ທ້ອງ​ຟ້າ,​ເປັນ​ສັນຍາ​ລັກສະ​ແດງ​ວ່າ ລະດູບານ​ໃໝ່​ວຽນມາ​ເຖິງ.

ສິງກະ​ໂປ​ໃນ​ກາງ​ເວັນມີ​ຄວາມ​ສະເໜ່​ຫຼາຍ,​ສ່ວນ​ສິງ​ກະໂປ​ໃນຄ່ຳ​ຄືນກໍ​ຍິ່ງ​ງາມ​ຍ້ອນ​ປີ​ລະກາ​ວຽນ​ມາ​ເຖິງ​ແລ້ວ​.