ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-17 17:01:44    
ເທັນ​ນິສຈີນ​ເຂົ້າສູ່​ໄລຍະ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ(ສຽງ)

cri Author: lm

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ເວົ້າສຳລັບ​ເທັນ​ນິສ ​ເຊິ່ງເປັນ​ລາຍການ​ກິລາອ່ອນ​ແອ​ຂອງ​ຈີນ, ​ໃນ​ປີ 2004 ທີ່​ຫາ​ກໍ່​ຜ່ານ​ພົ້ນ​ໄປ​ໄດ້ຮັບຜົນຫຼາຍ. ​ໃນ​ປີ 2004, ລາຍການ​ຕີ​ຄູ່​ເພດ​ຍິງ​ຈີນ​ໄດ້​ເຂົ້າ​ສູ່​ຮອບ 8 ທີ​ມສຸດ​ທ້າຍ​ຄັ້ງ​ປະຫວັດສາດ​ໃນ​ງານ​ແຂ່ງ​ຂັນ​ເທັນ​ນິສ​ໂອ​ເພນ​ອົສ​ຕຼາ​ລີ​ເຊິ່ງ​ເປັນ​ໜຶ່ງ​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ກຼັງ​ເຊ​​ແລມສີ່​ປະ​ເພດ​​ໃນ​ໂລກ, ​​ເຮັດ​ໃຫ້​ຄົນ​ຈີນ​ຮູ້​ສຶກ​ຕື່ນ​ເຕັ້ນ; ສ່ວນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ, ຄວາມ​​ຕື່ນ​ເຕັ້ນດັ່ງກ່າວ​ໄດ້​ເຖິງ​ລະດັບ​ສຸດ​ຍອດ​ຍ້ອນ​ນາງ​ລີ​ຖິງກັບ​ນາງ​ຊຸນ​ຖຽນຖຽນຊິງ​ໄດ້​ແຊມ​ປຽນ​ການ​ຕີ​ຄູ່​ເພດ​ຍິງ. ​ທ້າຍ​ປີ 2004, ນາງ​ລີ​ນ້າຊິງ​ໄດ້​​ແຊມ​ປຽນ​ໃນ​ງານ​ແຂ່ງຂັນ​​ເທັນ​ນິສໂອ​ເພນກວາງ​ໂຈ່​ວ, ນີ້​ແມ່ນ​ແຊມ​ປຽນ​ຄັ້ງທຳ​ອິດຂອງ​ນັກ​ກິລາ​ຈີນ​ໃນງານ​ຕະ​ເວນ​ແຂ່ງຂັນ WTA. ປີ 2004 ​ເທັນນິສຈີນ​ໄດ້ຜົນ​ງານ​ດີ​ເດັ່ນ, ​ແຕ່​ໃນ​ປີ 2005 ນີ້, ເທັນ​ນິສຈີນ​ຈະ​ຂະຫຍາຍຕົວ​ໄປ​ແນວ​ໃດ? ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສ​ຽງທີ່​ພາດ​ຫົວ​ເລື່ອງ​ວ່າ: ​ເທັນ​ນິສຈີນ​ໄດ້​ເຂົ້າສູ່​ໄລຍະ​ຂະຫຍາຍຕົວ​ຢ່າງ​ວ່ອ​ງ​ໄວ.

​​ການ​ບຸກທະລຸຂອງ​​ເທັນ​ນິສຈີນ​ໃນ​ປີ 2004 ​ແມ່ນ​ເລີ່​ມຈາກ​ງານ​ແຂ່ງຂັນ​ເທັນ​ນິສ​ໂອ​ເພນ​ອົສຕຼາລີ​ທີ່​ຈັດ​ຂຶ້ນ​ໃນຕົ້ນປີ​ກາຍ​ນີ້. ​ພາຍຫຼັງງານ​ແຂ່ງຂັນ​ເທັນ​ນິສ​ໂອ​ເພນ​ອົສຕຼາລີ​ໄດ້​ເລີ່​ມຈັດ​ຂຶ້ນເມື່ອວັນ​ທີ 17 ມັງກອນ​ປີ 2005 ອີກ​ແລ້ວ, ການສະ​ແດງ​ຂອງ​ນັກ​ກິລາ​ຈີນ​ຍິ່ງ​ເຮັດ​ໃຫ້​ຄົນ​ຕື່ນ​ເຕັ້ນກວ່າ​ເກົ່າ​. ​ເຖິງ​ວ່າ​ຜົນງານ​ຂອງ​ນັກ​ກິລາ​ຈີນ​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ໂອ​ເພນ​ອົສຕຼາລີ​ຄັ້ງນີ້​ບໍ່​ທໍ່​ຄັ້ງກ່ອນ​ໃນປີ​ກາຍ​ກໍ່ຕາມ, ​ແຕ່​ລະດັບ​ກວມລວມ​ໄດ້​ຍົກ​ສູງ​ຂຶ້ນຢ່າງ​ໃຫຍ່. ​ໂດຍ​ສະ​ເພາະແມ່ນ​ຄວາມ​ກ້າວໜ້າ​ຂອງ​ລາຍການ​ຕີດ່ຽວ.

​ໃນ​ກິລາ​ເທັນ​ນິສອາຊີບ, ຄົນ​ທັງຫຼາຍຍິ່ງ​ເອົາ​ໃຈ​ໃສ່​ນຳ​ຜົນງານ​​ຕີ​ດ່ຽວ, ​ເພາະວ່າ​ເຕັກ​ນິກ​​ຕີ​ຄູ່​ເທັນ​ນິສຕ້ອງ​ຖື​ການ​ຕີ​ດ່ຽວ​ເປັນ​ພື້ນຖານ, ສ່ວນ​ການລ​ຽງລຳດັບ​ຂອງ​ນັກ​ກິລາ​ຕີ​ຄູ່​ໃນ ATP ​ແລະ WTA​ ກໍ່​ຖື​ການ​ຕີ​ດ່ຽວ​ເປັນ​ພື້ນຖານ. ​ໃນ​ການ​ແຂ່ງຂັນ​ຂອງ​ປີ​ກາຍ​ແລະ​ໃນ​ງານ​ກິ​ລາ​ໂອ​ລິ​ມປິກ​ອາ​ແຕນ, ນັກ​ກິລາ​ຈີນ​ໄດ້​ເລືອກ​ເອົາ​ການ​ຕີ​ຄູ່​ທີ່​ປະ​ເທດ​ອື່ນ​ບໍ່​ເອົາ​ໃຈ​ໃສ່​ນັ້ນ​ເປັນ​ຂອດ​ບຸກທະລຸ, ​ເຖິງ​ວ່າ​ໄດ້ຜົນ​ງານ​ດີ​ກໍ່ຕາມ, ​ແຕ່​ກໍ່​ບໍ່​​ໄດ້ສະ​ແດງ​​ເຖິງ​ກຳລັງ​ອັ​ນ​ແທ້​ຈິງ​ຂອງ​ເທັນ​ນິສຈີນ​ຢ່າງ​ສົມບູນ, ສ່ວນ​ຜົນງານ​ຂອງ​ການ​ຕີ​ດ່ຽວຈະ​ສຳຄັນ​ກວ່າການ​ຕີ​ຄູ່​. ທ່ານ​ຈຽງ​ຫົງ​ເວີຍ ຄູ​ຝຶກ​ໃຫຍ່​ຂອງ​ທີ​ມ​ເທັນ​ນິສ​ແຫ່ງ​ຊາດ​ຈີນ​ເຂົ້​າ​ໃຈຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ສອງອັນ​ດັ່ງກ່າວ​ເປັນ​ຢ່າງ​ດີ, ທ່ານ​ເວົ້າວ່າ: ພາຍຫຼັງການ​ຕີ​ຄູ່​ເພດ​ຍິງ​ຊິງ​ໄດ້​ແຊມ​ປຽນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ແລ້ວ, ​ເທັນ​ນິສຂອງ​ຈີນ​ຮູ້ສຶກ​ວ່າ​ຖືກ​ກຳລັງ​ໜີບຫຼາຍກວ່າ​ເກົ່າ, ຄົນ​ທັງຫຼາຍ​ເຫັນ​ວ່າ​ລະດັບ​ເທັນ​ນິສ​​ຕີ​ຄູ່​ເພດ​ຍິງ​ໄດ້​ສູງ​ສົມຄວນ​ແລ້ວ, ນີ້​ເຂົ້າ​ໃຈ​ຜິດ​ແລ້ວ, ​ເທັນ​ນິສຈີນ​ພຽງ​ມໍ່​ລະດັບ​ກ້າວໜ້າ​ຂອງ​ໂລກ​ທໍ່​ນັ້ນ, ມີ​ໂອກາດ​ແຂ່ງຂັນ​ກັບ​ນັກ​ກິລາ​ເກັ່ງຫຼາຍກວ່າ​ເກົ່າ, ​ແຕ່​ຍັງ​ຫຼ້າຫຼັງຢູ່. ລະດັບການ​ຕີ​ຄູ່​ຢູ່​ແຖວ​ໜ້າ, ບໍ່​ໝາຍ​ຄວາມ​ວ່າ​ເທັນ​ນິສຈີນ​​ໄດ້​ຮັບ​ການ​ບຸກທະລຸ​ຢ່າງ​ໃຫຍ່​ແລ້ວ. ​ເວົ້າຈາກ​ດ້ານ​ວິຊາ​ສະ​ເພາະ​ແລ້ວ, ຕ້ອງ​ຍົກ​ສູງ​ລະດັບ​ຂອງການ​ຕີ​ດ່ຽວ, ຖ້າ​ຜົນງານ​ການ​ຕີ​ດ່ຽວ​ບໍ່​ດີ, ການລ​ຽງລຳດັບ​ຈະ​ຢູ່​ຫຼັງ, ຈະ​ບໍ່​ມີ​ຄຸນ​ວຸດ​ທິ​ເຂົ້າຮ່ວມ​ການ​ຕີ​ຄູ່.

ປະຈຸ​ບັນ ການ​ກະທຳ​ຂອງນັກ​ກິລາ​ຈີນ​ພວມ​ພິສູດ​ໃຫ້​ເຫັນ​ທັດສະນະ​ຂອງ​ທ່ານ​ຈຽງ​ຫົງ​ເວີຍ. ​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ໂອ​ເພນ​ອົສຕຼາລີ​ປີນີ້, ຈີນ​ມີ​ນັກ​ກິລາ 5 ຄົນ​ເຂົ້າຮ່ວມ​ການ​ຕີ​ດ່ຽວ​ເພດ​ຍິງ, ​ເຊິ່ງຫຼາຍກວ່າ​ທຸກ​ຄັ້ງທີ່​ຜ່ານ​ມາ, ​ເຖິງ​ວ່າ​ມີ​ແຕ່​ນາງ​ລີ​ນ້າ​ກັບ​ນາງ​ເຜິງ​ຊວ້າຍ​ໄດ້​ຜ່ານ​ເຂົ້າ​ຮອບ​ທີ​ສອງທໍ່​ນັ້ນ, ​ແຕ່​ເມື່ອ​ທຽບ​ກັບ​ປີ​ກາຍ​ທີ່​ມີ​​ແຕ່ນາງ​ເຈິ້ງ​ແຈ​ຜູ່​ດຽວ​​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​​ເປັນ​ທາງ​ການ ​ແລະ​ຍັງ​ຕົກຮອບ​ໃນ​ຮອບ​ທຳ​ອິດ​ແລ້ວ, ຜົນງານ​ປີ​ນີ້​ນັບ​ວ່າ​ມີ​ຄວາມ​ກ້າວໜ້າ​ແບບ​ກ້າວ​ກະ​ໂດດ. ກ່ອນ​​ງານ​ແຂ່ງຂັນ​ເທັນ​ນິສ​​ໂອ​ເພນ​ອົສຕຼາລີ, ນັກ​ກິລາ​ເພດ​ຍິງ​ຈີນ​ຍັງ​ໄດ້​ສ້າງ​ຜົນງານ​ດີ​ເດັ່ນ​ລຽນຕິດ. ​ໃນ​ງານ​ແຂ່ງຂັນ​ເທັນ​ນິສສາກົນ​ທີ່​ຊິດ​ນີ ​ເຊິ່ງ​ເປັນ​ງານ​ແຂ່ງຂັນ​ອຸ່ນ​ຄີງ​ກ່ອນ​​ໄຂ​ງານ​ແຂ່ງຂັນ​ໂອ​ເພນ​ອົສຕຼາລີ, ນາງ​ເຜິ​ງຊວ້າຍທີ່​ອາຍຸ 19 ​ປີ​ໄດ້​ເອົາ​ຊະນະ​ນາງ​ອານາ​ສ໌ຕາ​ເຊຍ ມິ​ສກີ​ນາ ນັກ​ກິລາຣັດ​ເຊຍ ​ແຊມ​ປຽນ​ຂອງ​ງານ​ແຂ່ງຂັນ​ເທັນ​ນິສ​ໂອ​ເພນ​ຝຣັ່ງ​ເມື່ອປີ​ກາຍ, ​ເປັນນັກກິລາ​ຈີນ​ຜູ່​ທຳ​ອິດ​ທີ່​ເອົາ​ຊະນະ​​ແຊມ​ປຽນ​ຕີ​ດ່ຽວ​ຂອງ​ກຼັງ​ເຊ​ແລມ, ພາຍຫຼັງມາ ນາງ​ໄດ້​ເອົາ​ຊະນະ​ນາງ​ນາ​ເດຍ ​ເປ​ໂຕຼວາ ນັກ​ກິລາຣັດ​ເຊຍ​ທີ່​ດີ​ເລີດ​ອີກ​ຜູ່​ໜຶ່ງ, ​ເຮັດ​ໃຫ້​ນາງ​ຕົກຮອບ. ​ເຖິງ​ວ່າ​ໃນ​ທີ່​ສຸດ​ນາງ​ບໍ່​ໄດ້​ເຂົ້າຮອບ​ຊິງ​ຊະນະ​ເລີດ​ກໍ່ຕາມ, ​ແຕ່​ກໍ່​ເຮັດ​ໃຫ້​ທົ່ວ​ໂລກ​ຕື່ນຕົກ​ໃຈ​ແລ້ວ. ​ພ້ອມ​ກັນນັ້ນ, ​ໃນ​ງານ​​ແຂ່ງຂັນ​ເທັນ​ນິສ​​ໂຮ​ບາດ, ນາງ​ເຈິ້ງ​ແຈ​ຊິງ​ໄດ້​ແຊມ​ປຽນ WTA ຄັ້ງທຳ​ອິດ, ນີ້​ໄດ້​ເຮັ​ດ​ໃຫ້​ຄົນ​ທັງຫຼາຍຕື່ນ​ເຕັ້ນ​ອີກ. ​ເຖິງ​ວ່າ​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ໂອ​ເພນ​ອົສຕຼາລີ​ທີ່​ມີນັກ​ກິລາ​ລະດັບ​ສູງຫຼາຍໆ​ຄົນ​ເຂົ້າຮ່ວມ​ນັ້ນກໍ່ຕາມ, ​ແຕ່ນັກ​ກິລາ​ຈີນ​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ລະດັບ​ຂອງ​ຕົນ, ປະກົດ​ການ​ໃນ​​ເມື່ອ​ກ່ອນທີ່​ທະ​ແນມ​ແຕ່​ແຂ່ງຂັນ​ກັບ​ນັກ​ກິລາ​ລະດັບ​ສູງ​ກໍ່​​ເສຍ​​ໄຊ​ຢ່າງ​ເຈັບ​ແສບ​ນັ້ນ ດຽວນີ້ບໍ່​ມີ​ອີກ​ແລ້ວ. ​ມີ​ຜູ່​ຊ່ຽວຊາ​ນຊີ້​ອອກ​ວ່າ, ປະຈຸ​ບັນ ​ໃນ​ດ້ານ​ຄວາມ​ໄວ ນັກ​ກິລາ​ເພດ​ຍິງ​ຈີນ​ສາມາດ​ສູ້​ກັບ​ລະດັບ​ສູງ​ສຸດຂອງ​ໂລກ​ແລ້ວ.

​ເທັນ​ນິສຈີນ​ມີ​ຄວາມ​ກ້າວໜ້າ​ຢ່າງ​ວ່ອງ​ໄວ, ​ແມ່ນ​ຍ້ອນ​ໄດ້​ກ້າວ​ໄປ​ຕາມ​ເສັ້ນ​ທາງ​ຫັນ​ເປັນ​ອາຊີບ​ຢ່າງ​ສຳ​ເລັດຜົນ, ນີ້​ກໍ່​ແມ່ນ​ເສັ້ນທາງ​ທີ່​ຕ້ອງ​ເດີນ​ຕາມ​ໃນ​ການ​ຂະຫຍາຍ​ເທັນ​ນິສ. ​ເມື່ອ​ໄດ້​ຮັບ​ການ​ທົດ​ສອບ​ໃນ​ງານ​ແຂ່ງຂັນ​ອາຊີບຫຼາຍໆ​ຄັ້ງ​ແລ້ວ, ພຽງ​ແຕ່​ປີດ​ຽວທໍ່​ນັ້ນ ນັກ​ກິລາ​ຈີນ​ກໍ່​ໄດ້​ຍົກ​ລະດັບ​ໃຫ້​ສູງ​ຂຶ້ນຢ່າງ​ໃຫຍ່ຫຼວງ. ທັງ​ນີ້​ໄດ້​ເຮັດ​ໃຫ້​ທ່ານ​ຈຽງ​ຫົງ​ເວີຍ ຄູ​ຝຶກ​ໃຫຍ່​ຂອງ​ທີ​ມ​ເທັນ​ນິສ​ແຫ່ງ​ຊາດ​ຈີນ​ຮູ້ສຶກ​ປະ​ເອີ​ບ​ໃຈ, ​ໂດຍ​ສະ​ເພາະ​ແມ່ນ​ຮູ້ສຶກ​ດີ​ໃຈຫຼາຍທີ່​ໄດ້​ເຫັນ​ລະດັບ​ລວມຂອງ​ນັກ​ກິລາ​ຈີນ​ໄດ້​​ສູງ​ຂຶ້ນ, ທ່ານ​ເວົ້າວ່າ: ​ແຕ່​ກ່ອນ​ພວກ​ຂ້າພະ​ເຈົ້າມີ​​ແຕ່ 1-2 ຄົນ​ເກັ່ງທໍ່​ນັ້ນ, ສິ່ງ​ທີ່​ໜ້າ​ພາກພູມ​ໃຈ​ແມ່ນ​ໃນ​ປະຈຸ​ບັນ ພວກ​ຂ້າພະ​ເຈົ້າມີ​ກຸ່ມໜຶ່ງ. ສ່ວນຣັດ​ເຊຍ, ຜູ່​ເກັ່ງຈາກ​ທີ 1 ຫາ​ທີ 10 ​ຂອງໂລກ​ມີ 4-5 ຄົນ, ກໍ່​ເປັນ​ປະ​ເທດແຂງ​ແຮງດ້ານ​ເທັນ​ນິສ​. ສ່ວນ​ຈີນ​ພວກຂ້າພະ​ເຈົ້າ ມີ​ແຕ່ທີ 1 ຫາ​ທີ 100 ​ແລະ​ນັກ​ກິລາ​ທີ່​ເຂົ້າຮ່ວມ​ງານ​ແຂ່ງຂັນ​ເທັນ​ນິສກຼັງ​ເຊ​ແລມສີ່​ປະ​ເພດ​ໃນ​ໂລກ​ມີ 4-5 ຄົນ, ອັດຕາ​ສ່ວນ​ທີ່​ໄດ້​ຮັບ​ຜົນງານ​ດີ​ກໍ່​ຈະ​ສູງ​ຂຶ້ນ​ເປັນ​ກ້າວໆ.

ການ​ຕີ​ດ່ຽວ​ຂອງ​ນັກ​ກິລາ​ຈີນ​ໄດ້ຮັບຜົນ​ງານດີ​ຢ່າງ​ວ່ອງ​ໄວ, ​ໄດ້​​ເຮັດ​ໃຫ້​ວົງ​ການ​ເທັນ​ນິສສາກົນ​ເອົາ​ໃຈ​ໃສ່​ນຳ. ນາງ​ລິນ​ເຊ ດາ​ເວັນ​ພອດ ນັກ​ກິລາ​ທີ່​ມີ​ຊື່ສ​ຽງຂອງ​ອາ​ເມ​ລິ​ກາ​ທີ່​ລຽງ​ລະດັບ​ເປັນ​ທີ​ໜຶ່ງ​ໃນ WTA ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ຄົນ​ຈີນ​ມາ​ແລ້ວ! ນາງ​ວີ​ນັສ ວິນ​ລຽມສ໌ ນັກ​ກິລາ​ທີ່ຊື່​ດັງ​ຂອງ​ອາ​ເມ​ລິ​ກາ​ອີກ​ຜູ່​ໜຶ່ງ​ໄດ້​ເອົາ​ຊະນະ​ນາງ​ເຜິ​ງຊວ້າຍ​ໃນ​ຮອບ​ທີ​ສອງ, ນາງ​ກໍ່​ຍ້ອງຍໍ​ວ່າ​ນາງ​ເຜິ​ງຊວ້າຍ​ແມ່ນ​ນັກ​ກິລາ​ທີ່​ດີ​ເລີດ​ທີ່​ສຸດ. ຈົນ​ວ່າ​ມີສື່​ມວນ​ຊົນ​ຂອງອົສຕຼາລີ​ຈົນ​ຄາດ​ຄະ​ເນ​ວ່າ, ຄົນ​ຈີນ​ຈະ​ຊິງ​ໄດ້​ແຊມ​ປຽນ​​ກຼັງ​ເຊ​​​ແລມເພດ​ຍິງພາຍ​ໃນ 4 ປີ​ຂ້າງໜ້າ.

​ໂດຍ​ຢູ່​ຕໍ່ໜ້າ​ການ​​ຍ້ອງ​ຍໍ​ເຫຼົ່ານີ້, ຄູ​ຝຶກ​ແລະ​ນັກ​ກິລາ​ເທັນ​ນິສຈີນ​ຮູ້ສຶກ​ດີ​ໃຈ​ແຕ່​ກໍ່​​ເຮັດໃຈ​ເຢັນ. ​ນາງ​ເຜິ​ງຊວ້າຍ​ແມ່ນຄົນ​ຈີນ​ຜູ່​ທຳ​ອິດ​ທີ່​ເອົາ​ຊະນະ​ແຊມ​ປຽນ​ກຼັງ​ເຊ​ແລມ, ​ໃນ​ເວລາ​ເວົ້າ​ເຖິງ​ຄວາມຫຼຸດລື່ນ​ກັນ​ລະຫວ່າງ​ຕົນ​ເອງກັບ​ນາງ​ມິ​ສກີ​ນາ​ແລະ​ນາງ​ວີ​ນັສ ວິນ​ລຽມສ໌, ນາງ​ເຜິ​ງຊວ້າຍກ່າວ​ວ່າ, ນີ້​ບໍ່​ແມ່ນ​ຄວາມ​ເວົ້າຄວາມໜຶ່ງ​ກໍ່​ຈະ​​ເວົ້າ​ໃຫ້​ຈະ​ແຈ້ງ​ໄດ້​ດອກ, ຫາກ​ແມ່ນ​ຕ້ອງ​ໄລ່​ໃຫ້​ທັນ​ກັບ​ນັກ​ກິລາ​ລະດັບ​ສູງ​​ດ້ານ​ເຕັກນິກ ກຳລັງ​ກາຍ​ແລະ​ບົດຮຽນ. ເມື່ອ​ທຽບ​ກັບ​ຄວາມ​ກ້າວໜ້າ​ຂອງ​ເທັນ​ນິສ​ເພດ​ຍິງ​ແລ້ວ, ນັກ​ກິລາ​ເພດ​ຊາຍ​ຈີນ​ຍັງ​ມີ​ຄວາມຈຳກັດຫຼາຍ.

​ຈັ່ງໃດ​ກໍ່ຕາມ, ​ເທັນ​ນິສຈີນ​ໄດ້​ກ້າວ​ຂຶ້ນສູ່ເສັ້ນທາງ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ​ແລ້ວ. ວົງ​ການ​ເທັນ​ນິສຈີນ​ມີ​​ຄວາມໝັ້ນ​ໃຈຕໍ່​ອະນາຄົດ. ການ​​ແຂ່ງຂັນ​ກັບ​ນາງ​ວີ​ນັສ ວິນ​ລຽມສ໌​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ໂອ​ເພນ​ອົສຕຼາລີ​ປີ​ນີ້, ​ແມ່ນ​ນາງ​ເຜິ​ງຊວ້າຍລົງສະໜາມ​ກາງ​ເປັນຄັ້ງທຳ​ອິດ ​ເຊິ່ງ​ຈັດ​ການ​ແຂ່ງຂັນຊິງ​ຊະນະ​ເລີດສະ​ເພາະ​ແລະບັນຈຸ​ຜູ່​ຊົມ​ໄດ້​ຫຼາຍໝື່ນຄົນ. ​ເຖິງ​ວ່າ​ໄດ້​ເສຍ​​ໄຊ​ໃນ​ການ​ແຂ່ງຂັນ​ກໍ່ຕາມ, ​ແຕ່​ນາງ​ເຜິ​ງຊວ້າຍ​ເວົ້າວ່າ: ນີ້​ແມ່ນ​ຂ້າພະ​ເຈົ້າ​ແຂ່ງຂັນ​ຢູ່​ສະໜາມ​ກາງ​ເປັນ​ເທື່ອທຳ​ອິດ. ຂ້າພະ​ເຈົ້າ​ເຊື່ອ​ວ່າ, ນີ້​ບໍ່​ແມ່ນ​​ເທື່ອສຸດ​ທ້າຍ​ຢ່າງ​ເດັດຂາດ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍການ​ໂລກ​ກິລາ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງພ​ຽງທໍ່​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ.