ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-17 18:22:23    
ປີກາຍນີ້, ການເຕີບໂຕ​ເສດ​ຖະ​ກິດ​ຂອງ​ອິນ​ໂດ​ເນ​ເຊຍ​ດີ​ກວ່າ​ການ​ຄາດ​ໄວ້

cri Author: MO
ຕາມຂ່າວສານຊີນຮວາ: ວັນທີ 17 ກຸມພາ, ສື່ມວນຊົນອິນໂດເນເຊຍໄດ້ນຳເອົາບົດ
ລາຍງານສະຖິຕິທີ່ກົມສະຖິຕິ​ສູນ​ກາງ​ອິນ​​ໂດ​ເນ​ເຊຍ​ປະກາດ​ນັ້ນມາ​ແຈ້ງ​ວ່າ, GDPຂອງ​ອິນ​ໂດ​ເນ​ເຊຍ​ໃນປີ 2004​ໄດ້​ເພີ່ມ​ຂຶ້ນ 5,13%, ລື່ນ​ກາຍ​ຄາດໝາຍ​ເດີມ, ​ແລະ​ກໍ​ສູງ​ກວ່າ​ຄວາມ​ໄວ​ເຕີບ​ໂຕ​ເສດຖະກິດ​ໃນ​ປີ 2003 ຢ່າງ​ເດັ່ນ​ຊັດ.

ບົດ​ລາຍ​ງານ​ຂຽນ​ວ່າ, ການ​ບໍລິ​ໂພ​ກຂອງ​ຄອບຄົວ​ຍັງ​ຄົງ​ແມ່ນ​ເສົາ​ຄ້ຳ​ຕົ້ນຕໍ​ທີ່​ຄ້ຳ​ຢັນ​ເສດຖະກິດ​ອິນ​​ໂດ​ເນ​ເຊຍ​ເຕີບ​ໂຕ​ຂຶ້ນ​ໃນ​ປີກາຍ​ນີ້. ນອກ​ນັ້ນ, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ກໍ​ແມ່ນ​ມູນ​ເຫດ​ໜຶ່ງທີ່​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ເຕີບ​ໂຕຂຶ້ນ. ບົດ​ລາຍ​ງານ​ຄາດ​ຄະ​ເນ​ວ່າ, ​ເຖິງ​ວ່າ​ຄື້ນຊູ​ນາ​ມີ​ຂອງ​ມະຫາ​ສະໝຸດ​ອິນ​​ເດຍ​ໃນ​ທ້າຍ​ປີ​ກາຍ​ນີ້​ໄດ້​​ເຮັດ​ໃຫ້ອິນ​ໂດ​ເນ​ເຊຍ​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫລວງຫລາຍ, ​ແຕ່​ຜົນ​ກະທົບ​ຕໍ່​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ໃນ​ປີ 2005 ​ແມ່ນ​ມີ​ຈຳ​ກັດ.