ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-23 09:10:19    
ເລື່ອງ​ສາມ​ກົກ

cri

 ຢູ່​ຈີນ,​ເມື່ອ​​ເວົ້າ​ເຖິງ​ເລື່ອງ​ສາມ​ກົກ ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ບູ​ຮານ​ຊື່​ດັງ​ຂອງ​ຈີນ,​ອາດ​ເວົ້າ​ໄດ້​ວ່າບໍ່​ວ່າ​ຍິງ​ຊາຍ​ນ້ອຍ​ໃຫຍ່​ໃຜໆ​ກໍ​ຮູ້​ກັນ​ຫມົດ.​​ໃນ​ຫຼາຍ​ສະ​ຕະ​ວັດ​ມາ​ນີ້,​ເລື່ອງ​ສາມ​ກົກ​ທີ່​ໄດ້​ວາດ​ພາບ​ໃຫ້​ເຫັນ​​ສະ​ພາບ​ສົງ​ຄາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ລານ​ແລະ​ໂສມ​ຫນ້າ​ບຸກ​ຄົນ​ທີ່​ເປັນ​ໂຕ​ຢົ້ງໆ,​ນິ​ທານ​ເລື່ອງ​ທີ່​ຕໍ່​ສູ້​ດ້ວຍ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ອົງ​ອາດ​ກ້າ​ຫານ​ທີ່​ມີ​ຊີ​ວິດ​ຊີວາ,​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ມະ​ຫາ​ຊົນ​ຈີນ​ໂດຍ​ຕະ​ຫຼອດ,​ແລະ​ກໍ່​ແມ່ນ​ຫົວ​ຂໍ້​ທີ່​ນັກ​ປາດ​ຫຼາຍ​ໆ​ຄົນ​ຄົ້ນ​ຄວ້າ​ໃນ​ເວ​ລາ​ດົນ​ນານ​ມາ​ນີ້.

ທ່ານ​ໂລກ​ວ້ນ​ຈົ່ງ​ທີ່​ແຕ່ງ​ເລື່ອງ​ສາມ​ກົກ​​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສະ​ຕະ​ວັດ​ທີ 14 ,ທ່ານ​ມີ​ຄວາມ​ຮູ້​ເລິກ​ເຊິ່ງ,​ແຕ່​ຍາມ​ຍັງ​ນ້ອຍ​ທ່ານ​ກໍ່​ມັກ​ອ່ານ​ຫນັງ​ສຶ,​ມັກ​ອ່ານ​ປຶ້ມ​ປະ​ຫວັດ​ສາດ​ຕ່າງ​ໆ,​ທັງ​ຫມົດ​ເຫຼົ່າ​ນີ້​ໄດ້​ສ້າງ​ພື້ນ​ຖານ​​ອັນ​ດີ​ໃຫ້​ແກ່​ທ່ານ​ແຕ່ງ​ວັດ​ນະ​ຄະ​ດີນ​ໃນ​ອະ​ນາ​ຄົດ

ຍຸກ​ສະ​ໄຫມ​ທີ່​ທ່ານ​ໂລກ​ວ້ນຈົ່ງ​ຢູ່​ນັ້ນ​ພໍ​ດີ​ແມ່ນ​ສະ​ໄຫມ​ທີ່​ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ຊົນ​ເຜົ່າ​​ແລະ​ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ຊົນ​ຊັ້ນ​ສັບ​ສົນ​ແລະ​ແຫຼມ​ຄົມ​ທີ່​ສຸດ.​ອຳ​ນາດ​ການ​ປົກ​ຄອງ​ລາ​ຊະ​ວົງ​ຢວນ​ທີ່​ຂຸນ​ນາງ​ມົງ​ໂກ​ນ​ສ້າງ​ຂຶ້ນ​ນັ້ນ,ປະ​ຕິ​ບັດ​ການ​ປົກ​ຄອງ​ແບບ​ກົດ​ຂີ່ຂົ່ມ​ແຫ້ງ​​ຕໍ່​ເຜົ່າ​ຮ້ານ,​ເຮັດ​ໃຫ້​ປະ​ຊາ​ຊົນ​ເຜົ່າ​ຮ້ານ​ອັນ​ໄພ​ສານ​ຕ້ານ​ຢັນ​ຄືນ,ຢູ່​ແຫ່ງ​ຕ່າງໆ​​ໄດ້​ປະກົດ​ມີ​ກອງ​ທະ​ຫານ​ລຸກ​ຮື​ຂຶ້ນ,ກອງ​ທະ​ຫານ​ລຸກ​ຮື​ຂຶ້ນ​ຕ່າງໆ​ບໍ່​ພຽງ​ແຕ່​ສູ້​ລົບ​ກັບ​ກອງ​ທະ​ຫານ​ຢວນ​ທໍ່​ນັ້ນ,ພ້ອມ​ກັນ​ນັ້ນ​ຍັງ​ໂຮມ​​ເຂົ້າ​ກັນ​,ຫມາຍ​ຈະ​ປົກ​ຄອງ​ຈີນ​ຄືນ​ໃຫມ່​ຫຼັງ​ຈາກ​ໄດ້​ໂຄ່ນ​ລົ້ນ​ລາຊະວົງ​ຢວນ​ແລ້ວ.ທ່ານ​ໂລກ​ວ້ນ​ຈົ່ງ​ໃນ​ໄວຫນຸ່ມ​ກໍ່​​ໄດ້ເຂົ້າ​ຮ່ວມ​ກອງ​ທະຫານ​ລຸກ​ຮື​ຂຶ້ນກອງ​ຫນຶ່ງ,ດຳລົງ​ຕຳ​ແຫນ່​ງ​ເປັນ​ເສນາ​ທິການຜູ່​ຫນຶ່ງ.ທ່ານ​ໂລກວ້ນ​ຈົ່ງ​ໃນ​ຄາວ​ນັ້ນ​ເຕັມ​ໄປ​ດ້ວຍອຸດົມ​ການທາງ​ການ​ເມືອງ,ປາຖະຫນາ​ຢາກ​​ປົກຄອງ​ລັດ​ໃນ​ສະພາບ​ປັ່ນ​ປ່ວນ.ພາຍຫຼັງ​ມາ,ກອງ​ທະຫານ​ລຸກ​ຮືຂຶ້ນ​ທີ່ນຳ​ໂດຍ​ທ່ານ​ຈູ​ຢວນຈັ່ງ​ໄດ້​ຮັບ​ໄຊຊະນະ​​ໃນ​ທີ່​ສຸດ,​ໄດ້ສ້າງ​ຕັ້ງ​ລາ​ຊະ​ວົງ​ມິ​ງ,ຄວາມປາຖະຫນາ​ທາງ​ການ​ເມືອງຂອງ​ທ່ານ​​ໂລກ​ວ້ນ​ຈົ່ງ​ໄດ້​ກາຍ​ເປັນ​ຟອງ​ສະບູ​​ແລ້ວ,​ທ່ານເລີ່​ມແຕ່ງ​ວັນນະຄະດີ​ຢ່າງ​ມິດງຽບ​.


ເລື່ອງ​ສາມ​ກົກ​ທີ່​ທ່ານ​​ໂລກ​ວ້ນຈົ່ງ​ແຕ່ງ​ນັ້ນແມ່ນນະວະນິຍາຍ​ນິ​ເຂົ້າ​ໃຈ ງ່າ​ຍທີ່​ແຕ່ງ​ຫນັງສືບັນທຶກ​​ປະຫວັດສາມ​ກົກຂອງ​ຈີນ,​ເປັນ​ນະວະ​ນິຍາຍ ປະຫວັດສາດພິສະ​ດານ​ຍາວ,​ເລື່ອງສາມ​ກົກ​ໄດ້​ພັນ​ລະນາ​ເຫດການ ປະຫວັດສາດ​ທີ່​ສັບສົນ​ຫຼາຍ​ໃນ​​ເກືອບ 100 ປີ​ຄື​ແຕ່ຄ.ສ ປີ 184 ຮອດຄ.ສປີ 280,ທ່ານ​​ໂລກ​ວ້ນ​ຈົ່ງ​ໄດ້​ເກັບ​ໂຮມ​ປະຫວັດສາດ​ສາມ​ກົກ​ອັນ​ຫຼວງ​ຫຼາຍປຶ້ມ ບັນທຶກ​,​ເລື່ອງ​ ນະວະນິຍາຍ​ເຈົ້າ​ນາຍ​ເອກ​ະຊົນ​ແລະ​ເລື່ອງ​ພື້ນສືບ,ປະສານ​ກັນ​ກັບ​ອຸດົມ​ການ​ທາງ​ການ​ເມືອງ​ຂອງ​ຕົນ​ແລະ​ປະສົບ​ການ​ຊີວິດ​ສົງຄາມ​ທີ່​ຕົນ​ເຂົ້າ​ຮ່ວມ​ກອງ​ທະຫານ​ລຸກ​ຮື​ຂຶ້ນ,​ໄດ້​ສະ​ແດງ​ໃຫ້​ປະຫວັດ​ການ​ຕໍ່ສູ້​ທາງ​ການ​ເມືອງ​ແລະ​ການ​ທະຫານ​ຢ່າງ​ມີຊີວິດ​ຊີວາ​ອີກ​ລະຫວ່າງ​ລັດ​​ເວ້,ລັດ​ສູ​ແລະ​ລັດ​ອູ.​


ເລື່ອງ​ສາມ​ກົກ​ໄດ້​ແຕ່ງ​ເລື່ອງ​ທີ່​ທ່ານ​ໂຈ​ໂສ​ອອກ​ຄຳ​ສັ່ງ​ແຕ່ງ​ກອງ​ທະຫານ​ໄປ​ພາກ​ໃຕ້,ທ່ານ​ຊຸນ​ກ່ວນ​ແລະ​ທ່ານ​ເຫຼົາ​ປີ່​ໄດ້​ຮ່ວມ​ກັນ​ຕ້ານ​ຢັນ,​ໄດ້​ວາດ​ພາບ​ໃຫ້​ເຫັນ​ສະຫຼອງ​​ໄຊຊະນະ​ຂອງ​ວິລະ​ຊົນ​ຕ່າງໆ,ສວຍ​ໂອກາດ​ລົມ​ແຮງ,​ເຜົາ​ເຮືອ​ສັດຕູ​ເປັນ​ຕົ້ນ,​ໃນ​ທີ່​ສຸດ​ໄດ້​ໂຮມ​ລັດ​ຊີ​ຈີນ​ເປັນ​ເອກະ​ພາບ​ກັນ,​ເຕັມ​ໄປ​ດ້ວຍ​ຄວາມ​ອາດ​ຫານ​ຊານ​ໄຊ​ແລ​ະຄວາມ​ສະຫຼາດ​ສະຫຼຽວ​ໃນ​ສົງຄາມ.


ເລື່ອງ​ສາມ​ກົກ​ໄດ້​ວາດ​ພາບ​ໃຫ້​ເຫັນ​ຄວາມ​ຈະ​ເລີ​ນ​ແລະ​ຄວາມ​ດັບ​ສູນ​ຂອງ​ສາມ​ກົກ​ຄື​ລັດ​ເວ້ ລັດ​ສູ້​ແລະ​ລັດ​ອູ,ສະ​ແດງ​ໃຫ້​ເຫັນ​ການ​ຕໍ່ສູ້​ທາງ​ການ​ທະຫານ​ການ​ປົກຄອງ​ທີ່​ສັບສົນ​ທີ່​ສຸດ​ໃນ​ສະ​ໄຫມ​ສາມ​ກົກ,ສ່ອງ​ແສງ​ໃຫ້​ເຫັນ​ແນວ​ຄິດ​ທີ່​ສະຫນັບສະຫນູນ​ອູ້ມ​ຊູ​ທ່ານ​ເຫຼົາ​ປີ່​ແລະ​ຄັດຄ້ານ​ທ່ານ​ໂຈ​ໂສ​ຢ່າງ​ເດັ່ນ​ຊັດ​ແລະ​ແນວ​ຄິດ​ດຳ​ເນີນ​ການ​ປົກຄອງ​​ດ້ວຍ​ເມດ​ຕາ​ທຳ,ພ້ອມ​ກັນ​ນັ້ນ,ກໍ​ໄດ້​ຕິຕຽນ​ເຈົ້າ​ຂຸນ​ນາຍ​ລົບ​ເລວ​ກັນ​ແລະ​ເຈົ້າ​ຊີວິດ​ດຳ​ເນີນ​ການ​ປົກຄອງໂຫດຮ້າຍ​ທາລຸນ,ສະ​ແດງ​ໃຫ້​ເຫັນ​ຄວາມ​ປາຖະຫນາ​ຂອງ​ປະຊາຊົນ​ທີ່​ຢາກ​ໃຫ້​ເຈົ້າ​ຊີວິດ​ດຳ​ເນີນ​ກາ​ນປົກຄອງ​ຢ່າງ​ສະຫຼາດ​ສ່ອງ​ໄສ​ແລະ​ຢາກ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ​ສຸກ


ຜົນສຳ​ເລັດ​ດ້ານ​ສີ​ລະ​ປະ​ຂອງ​ເລື່ອງ​ສາມ​ກົກ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ໃນ​ຫຼາຍ​ດ້ານ,ນັກ​ແຕ່ງ​ໄດ້​ຜ່ານ​ການ​ວາດ​ພາບ​ການ​ສູ້​ຊົນ​ທາງ​ການ​ທະຫານ​ແລະ​ການ​ເມືອງ​ທີ່​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ,ຫມູນ​ໃຊ້​ແບບ​ວິທີ​ສີ​ລະ​ປະ​ຕ່າງໆ,ປັ້ນ​ແຕ່ງ​​ໂສມ​ຫນ້າ​ບຸກຄົນ​ທີ່​ພົ້ນ​ເດັ່ນ​ຢ່າງ​ສຳ​ເລັດ​ຜົນ,​ໃນ​ປຶ້ມ​ເຫຼັ້ມ​ນີ້​ມີ​ບຸກຄົນ 400 ກວ່າ​ຄົນ,​ໃນ​ນັ້ນ,ມີ​ບຸກຄົນ 10 ກວ່າ​ຄົນ​ນັກ​ແຕ່າງ​ໄດ້​ເຈາະ​ຈົງ​ວາດ​ພາບ​ແລະ​ມີ​ບຸ​ກຄະ​ລິກລັກສະນະ​ອັນ​ແຈ່ມ​ແຈ້ງ,ຄື​ໂຈ​ໂສ ​ເຈົ້າ​ຊີວິດ​ລັດ​ເວ້ທີ່​ຊ່າງ​​ໃຊ້​ກົນອຸບາຍ​ແລະ​ຫນ້າ​ເນື້ອ​ໃຈ​ເສືອ​ທັງ​ມັກ​​ສົງ​ໄສດທ່ານ​ຂົງ​ເປັ້ງ ​ເສ​ນາ​ທິການ​ລັດ​ສູ​ທີ່​ມີ​ສະຕິ​ປັນຍາ​ຫຼາຍ,ທ່ານ​ຈັ່ງ​ເຟ່ ນາຍ​ພົນ​ລັດ​ສູ​ທີ່​ທັງ​ກ້າຫານ​ທັງ​ລະອຽດ,​ແລະ​ທ່ານ​ໂຈ​ຢູ ຈອມພົນ​ລັດ​ອູ​ທີ່​ມີ​ປັນຍາ​ແຕ່​ໃຈ​​ແຄບລ້ວນ​ແຕ່​ແມ່ນ​ບຸກຄົນ​ແບບຢ່າງ​ທີ່​ຄົນ​ທັງຫຼາຍ​ນິຍົມ​ຊົມ​ຊອບ​ທີ່​ສຸດ.