ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-18 11:27:16    
ອົງການ​ຟາ​ວກ່າວ​ວ່າ​ໄພ​ຄື້ນ​ຊູ​ນາ​ມີ​​ເຮັດ​ໃຫ້​ການ​ປະ​ມົງ​ເສຍ​ຫາຍ​ໂດຍ​ກົງ​ຫຼາຍ​ເຖິງ 500 ລ້ານ​ກວ່າ​ໂດ​ລາ​ສະ​ຫະ​ລັດ​

cri Author: lm

ຕາມ​ຂ່າວສານຊິນ​ຮວາ​: ວັນ​ທີ 17 ກຸມພາ, ອົງການ​ຟາ​ວສະຫະ​ປະຊາ​ຊາດ​ໄດ້​ອອກ​ປະ​ກາດ​ແຈ້ງ​ຂ່າວ​ວ່າ, ​ແຜ່ນດິນ​ໄຫວ​ແລະ​ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍທີ່​ເກີດ​ຂຶ້ນ​ໃນ​ທ້າຍ​ເດືອນ​ທັນ​ວາ​ປີກາຍ​ນີ້​ໄດ້​ເຮັດ​ໃຫ້ການ​ປະມົງ​ແລະ​ການ​ລ້ຽງສັດ​​ນ້ຳຂອງ​ປະ​ເທດ​ປະ​ສົບ​ໄພ​​ເສຍ​ຫາຍ 520 ລ້ານ​ໂດ​ລາ​ສະຫະລັດ​.

ປະກາດ​ແຈ້ງຂ່າວ​ຂຽນ​ວ່າ, ອົງການ​ຟາ​ວ​ໄດ້​ສົ່ງ​ຜູ່​ຊ່ຽວຊານ​ດ້ານ​ການ​ປະມົງ ການ​ເດີນ​ເຮືອ ການ​ຕໍ່​ເຮືອ ຊີວະ​ຊາດ​ໃນ​ມະຫາ​ສະໝຸດ​ແລະການ​ລ້ຽງສັດ​ນ້ຳ​ເປັນຕົ້ນ​ໄປ​ປະ​ເທດ​ປະ​ສົບ​ໄພ, ຊ່ອຍ​ປະ​ເທດ​ປະສົບ​ໄພ​ຕີ​ລາຄາ​ສະພາບ​ການ​ເສຍ​ຫາຍ​ຢ່າງ​ລະ​ອຽດ, ວາງ​ແຜນ​ແກ້​ໄຂ, ​ແລະ​​ໃຫ້​ການ​ສະໜັບສະໜູນ​ດ້ານ​ເຕັກນິກ. ອົງການ​ຟາ​ວຍັງ​ຈະ​ຮ່ວມ​ມື​ກັບລັດ​ຖະ​ບານ​ປະ​ເທດ​ປະ​ສົບ​ໄພ, ວາງ​ນະ​ໂຍບາຍ​ໄລຍະ​ໄກ​ເພື່ອ​ຟື້ນ​ຟູ​ກະສິກຳ​ແລະ​ການ​ປະມົງ​ຂອງ​​ເຂດ​ປະ​ສົບ​ໄພ.