|
![](/images/spacer.gif) |
(GMT+08:00)
2005-02-18 13:32:28
|
![](/images/shim.gif) |
ຄະນະກຳມະການເລືອກຕັ້ງອີຣັກປະກາດຜົນສຸດທ້າຍຂອງການເລືອກຕັ້ງແລະແຜນການແບ່ງປັນທີ່ນັ່ງ(ພາບ)
cri
Author: q
![]( /mmsource/images/2005/02/18/guo1.jpg) ຕາມຂ່າວCRI,ວັນທີ17ກຸມພາ,ຄະນະກຳມະການເລືອກຕັ້ງອິດສະຫຼະສູງສຸດຂອງອີຣັກໄດ້ປະກາດຜົນສຸດທ້າຍຂອງການເລືອກຕັ້ງທົ່ວໄປແລະແຜນການແບ່ງປັນທີ່ນັ່ງຂອງສະພາແຫ່ງຊາດຂ້າມຜ່ານ.
![]( /mmsource/images/2005/02/18/guo5.jpg) ຜູ້ຊ່ຽວຊານຂອງສະຫະປະຊາຊາດທີ່ຮັບຜິດຊອບຕິດຕາມກວດກາການເລືອກຕັ້ງທົ່ວໄປອີຣັກກ່າວຄຳປາໄສໃນງານຖະແຫຼງຂ່າວທີ່ຈັດຂຶ້ນຢູ່ແບກແດັດ
![]( /mmsource/images/2005/02/18/guo2.jpg) ຮອງປະທານາທິບໍດີຂອງລັດຖະບານຊົ່ວຄາວອີຣັກຕ້ອນຮັບການເຂົ້າສຳພາດຂອງສື່ມວນຊົນຫຼັງງານຖະແຫຼງຂ່າວ
ຕາມໄດ້ຊາບ,ໃນການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນໃນວັນທີ30ມັງກອນ,ສະຫະພັນສາມັກຄີອີຣັກທີ່ສະໜັບສະໜູນໂດຍທ່ານອາລີອານສິສຕານີຜູ້ນຳສາສະໜາມຸສລິມນິກາຍຊີອິດໄດ້ຮັບບັດ48%,ໄດ້140ທີ່ນັ່ງໃນຈຳນວນທັງໝົດ275ທີ່ນັ່ງຂອງສະພາແຫ່ງຊາດຂ້າມຜ່ານ.ສະຫະພັນພັກການເມືອງເຄີດໄດ້ຮັບບັດ26%,ໄດ້75ທີ່ນັ່ງ,ຂະບວນການປອງດອງຊາດອີຣັກທີ່ນຳໂດຍທ່ານອາຣາວີ ນາຍົກລັດຖະມົນຕີລັດຖະບານຊົ່ວຄາວໄດ້ບັດ14%,ໄດ້40ທີ່ນັ່ງໃນສະພາແຫ່ງຊາດຂ້າມຜ່ານ.
1 2
|
|
|