ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-18 17:34:40    
ທ່ານ​ຊາ​ລົງ​ກ່າວ​ວ່າ,ການ​ປະຕິ​ຮູບ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕິນ​ແມ່ນ​ສຳຄັນ​ທີ່​ສຸດຕໍ່ການ​​ເລີ່​ມເຈລະຈາ​ສັນຕິພາບ​ຕາ​ເວັນ​ອອກ​ກາງຄືນ​ໃຫມ່

cri
ຕາມ​ຂ່າວCRI: ວັນ​ທີ 17 ກຸມພາ,ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ວ່າ,ການ​ປະຕິ​ຮູບ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕິນ​ແມ່ນ​ສຳຄັນ​ທີ່​ສຸດຕ​ຕໍ່​ການ​ເລີ່ມ​ເຈລະຈາ​ສັນຕິພາບ​ຕາ​ເວັນ​ອອກ​ກາງຄືນ​ໃຫມ່.

ພາຍຫລັງ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ວິນ​ລຽມ ຜູ້​ປະສານ​ງານ​ຄວາມ​ປອດ​ໄພ​ຜູ້​ໃຫມ່​ຂອງ​ອາ​ເມ​ລິ​ກາ​​ໃນ​ວັນ​ທີ 17 ກຸມພາ​ແລ້ວ,ທ່ານ​ຊາ​ລົງ​ກ່າວ​ວ່າ,ບັນຫາ​ຄວາມ​ປອດ​ໄພ​ແມ່ນ​ບັນ​ຫາ​ຕົ້ນ​ຕໍ​ທີ່​ຕ້ອງ​ແກ້​ໄຂ​ດ່ວນ​ໃນ​ຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ,​ແລະ​ກໍ່​ແມ່ນ​ຂໍ​ກະ​ແຈ​ທີ່​ບັນຫາ​ອື່ນໆ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ.ຕ້ອງ​ຊຸກ​ຍູ້​ການ​ປະຕິ​ຮູບ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕິນ,ສ້າງ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕິນທີ່​ມີ​ປະສິດ​ທິ​ພາບ​ສູງ,​ເພີ່ມ​ທະວີ​ການ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ,​ເພື່ອ​ເລີ່​ມຕົ້ນຂະ​ບວນວິວັດ​ສັນ​ຕິ​ພາບ​ຄືນ​ໃຫມ່.

ມື້​ດຽວ​ກັນ,​ເຈົ້າຫນ້າ​ທີ່​ຜູ້​ຫນຶ່ງ​ຂອງ​ພາກສ່ວນ​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕິນ​ເຜີຍ​ໃຫ້​ຮູ້​ວ່າ,​ ໂດ​​ຍໄດ້​ຮັບ​ຄວາ​ມ​ເຫັນ​ດີ​ຈາກ​ຝ່າຍ​ອິສຣາ​ແອນ,ຊາວ​ປາ​ເລັສຕິນ 55 ຄົນ​ທີ່​ຖືກ​ຝ່າຍ​ອິສຣາ​ແອນ​ເນລະ​ເທດ​ຈາກ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໄປ​ຮອດ​ແຖບ​ກາຊາ​ໃນ 4 ປີ​ຜ່ານ​ມາ​ນັ້ນຈະ​ກັບ​ຄືນ​ບ້ານ​ເກີດ​ຂອງ​ຕົນ​ໂດຍ​ແບ່ງ​ອອກ​ເປັນ​ງວດ​ແຕ່​ວັນ​ທີ 18 ກຸມພາ​ເປັນຕົ້ນ​ໄປ.