ຫວຽດນາມດຳເນີນການທົດລອງສັກຢາວັກແຊງໄຂ້ຫວັດສັດປີກກັບຄົນ
cri
ຕາມຂ່າວສານຊິນຮວາ: ວັນທີ 18 ກຸມພາ,ສະຖາບັນ ຄົ້ນຄ້ວາສາທາລະນະສຸກແລະພະຍາດຕິດແປດຂອງຫວຽດນາມປະກາດວ່າ,ຈະດຳເນີນການທົດລອງສັກຢາວັກແຊງໄຂ້ຫວັດສັດປີກກັບຄົນໃນ ໄວໆນີ້. ແຕ່ຕົ້ນປີມານີ້,ຢູ່ຫວຽດນາມມີແຂວງແລະກຳແພງນະຄອນກວ່າເຄິ່ງຫນຶ່ງໄດ້ປະກົດມີໄຂ້ຫວັດສັດປີກຢ່າງເປັນລຳດັບ,ພາໃຫ້ຜູ້ຕິດແປດ 12 ຄົນເສຍຊີວິດ,ສັດປີກລ້ຽງ 1 ລ້ານ 5 ແສນໂຕຖືກຂ້າ.ເລີ່ມແຕ່ຕົ້ນປີກາຍເປັນຕົ້ນມາ,ຝ່າຍທີ່ກ່ຽວຂ້ອງຂອງຫວຽດນາມກໍ່ໄດ້ລົງມືຄົ້ນຄວ້າຜະລິດວັກແຊງໄຂ້ຫວັດສັດປີກ,ປະຈຸບັນ,ການທົດລອງສັກຢາວັກແຊງໃຫ້ໄກ່ແລະຫນູໄດ້ຮັບຜົນສຳເລັດແລ້ວ.
ຫວ່າງມໍ່ໆນີ້,ພະແນກສັດຕະວະແພດກະຊວງກະສິກຳແລະການພັດທະນາຊົນນະບົດຫວຽດນາມກ່າວວ່າ,ຫລັງບຸນເຕັດ,ໄຂ້ຫວັດສັດປີກຢູ່ຫວຽດນາມມີທ່ວງທ່າຫມັ້ນທ່ຽງ,ໃນ 9 ແຂວງທີ່ມີໄຂ້ຫວັດສັດປີກບໍ່ໄດ້ປະກົດມີໄຂ້ຫັວດສັດປີກລາຍໃຫມ່ໃນ ສາມອາທິດລຽນຕິດແລ້ວ.
|
|