ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-20 16:29:47    
ອີຣັກ​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ຫຼາຍ​ລາຍ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 19 ກຸມພາ ຢູ່​ອີຣັກ​ໄດ້​ເກີດ​ເຫດການຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ຫຼາຍ​ລາຍ,​ເຮັດ​ໃຫ້ 130 ກວ່າ​ຄົນ​ຕາຍ​ແລະ​ບາດ​ເຈັບ.

ຝ່າຍ​ຕຳຫຼວດອີຣັກ​ເວົ້າວ່າ,ຕອນ​ບ່າຍ​ວັນ​ທີ 19 ກຸມພາ ຢູ່​ເຂດທີ່​ຊາວ​ມຸສລິມ​ນິກາຍ​ຊີ​ອິດ​ຕັ້ງ​ພູມລຳ​ເນົາ​ ທາງພາກ​ເໜືອ​​ແບກ​ແດັດ ລົດ​ເມ​ຄັນ​ໜຶ່ງ​ໄດ້​​ເກີດ​ເຫດລະ​ເບີດ,​ເຮັດ​ໃຫ້ 19 ຄົນ​ເສຍ​ຊີວິດ,40 ຄົນ​ບາດ​ເຈັບ.

ຢູ່​ມໍ່​ສຸ​ເຫຼົ່າ​ອິສລາມ​ແຫ່ງໜຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ແບກ​ແດັດ ​ໄດ້​ເກີດ​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດຈັກ​ແບບ​ສະຫຼະ​ຊີບ,​ຢ່າງ​ໜ້ອຍ​ໄດ້ເຮັດ​ໃຫ້ 7 ຄົນ​ເສຍ​ຊີວິດ,ຫຼາຍສິບ​ຄົນ​ບາດ​ເຈັບ.

ຢູ່​ເມືອງ​ບາ​ຄູບາ ພາກ​ຕ​າ​ເວັນ​ອອກສຽງ​ເໜືອ​ຂອງ​ແບກ​ແດັດ,ຜູ້ຫຼອນ​ໂຈມ​ຕີ​ແບບ​ສະຫຼະຊີບ​ຜູ້​ໜຶ່ງ​ໄດ້​ດຶງ​ສະ​ນວນ​ລະ​ເບີດ​ຢູ່​ປົດ​ກວດກາ​ຂອງ​ທະຫານ​ອີຣັກ,​ເຮັດ​ໃຫ້​ສອງ​ຄົນ​ເສຍ​ຊີວິດ.

ນອກ​ນີ້ ຢູ່​ປົດ​ກວດກາ​ແຫ່ງ​ໜຶ່ງ​ຂອງ​ທະຫານ​ອີຣັກ​ຢູ່​ທິດ​ໃຕ້​ແບກ​ແດັດ​ກໍໄດ້​ຖືກ​ການຫຼອນ​ໂຈມ​ຕີ​ແບບ​ສະຫຼະຊີບ​ດ້ວຍລະ​ເບີດ​ລົດຍົນ,ທະຫານ​ອີຣັກສອງ​ຄົນ​ຖືກ​ລະ​ເບີດ​ຕາຍ. ຢູ່​ເມືອງ​ບາ​ລັດ​ທີ່​ຫ່າງ​ຈາກ​ແບກ​ແດັດ​ໄປ​ທາງ​ທິດ​ເໜືອ 90 ກິ​ໂລ​ແມັດ,ຄົນ​ທັງຫຼາຍ​ຍັງ​​ໄດ້​ພົບ​ເຫັນ​ສົບ​​ທະຫານ​ອີຣັກ 5 ຂອນ.