
ຕາມຂ່າວCRI ວັນທີ 19 ກຸມພາ ງານຮູບເງົາແບກແລງຄັ້ງທີ 55 ໄດ້ສະເຫຼີຍຜົນຮູບເງົາທີ່ໄດ້ຮັບລາງວັນທຸກລາຍ,ຮູບເງົາອາຟຼິກາໃຕ້ເລື່ອງຄາແມນຂອງຄາເຢລິດຊາໄດ້ຮັບລາງວັນຫມີຄຳ ເຊິ່ງເປັນລາງວັນສູງສຸດ,ຮູບເງົາຈີນສອງເລື່ອງຄືເລື່ອງນົກຍຸງແລະເລື່ອງປອນເມກຢູ່ຂອບຟ້າໄດ້ຮັບລາງວັນຫມີເງິນ

ທ່ານມາກ ລົດເທີມັນ ຜູ່ກຳກັບການສະແດງຂອງຮູບເງົາເຄົ້າເລື່ອງຕ້ານນາຊີຂອງເຢຍລະມັນຄືເລື່ອງວ່າມື້ສຸດທ້າຍຂອງໂຊຟີ ໂຊນແລະນາງຈູເລຍ ເຢັນສ໌ ນາງເອກໃນເລື່ອງນີ້ຕ່າງໄດ້ຮັບລາງວັນຫມີເງິນຜູ່ກຳກັບການສະແດງດີເດັ່ນທີ່ສຸດແລະລາງວັນຫມີເງິນນາງເອກຜູ່ດີເດັ່ນທີ່ສຸດໃນງານຮູບເງົາຄັ້ງນີ້.ທ່ານລູ ເທເລີ ປູຊີ ພະເອກໃນຮູບເງົາອາເມລິກາເລື່ອງຄົນຜູ່ດູດໂປ້ມືໄດ້ຮັບລາງວັນຫມີເງິນພະເອກຜູ່ດີເດັ່ນທີ່ສຸດ

|