ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-20 19:45:43    
ປາ​ເລັສ​ຕີນບໍ່​ຍອມ​ຮັບ​ເອົາ​ຊາວ​ຢິວ​ແຖບ​ກາ​ຊາ​ຍົກ​ຍ້າຍ​ໄປຢູ່​​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 19 ກຸ​ມພາ,ທ່ານ​ລາ​ເດ​ເນ ​ໂຄສົກ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ, ປາ​ເລັສຕີນ​ບໍ່​ເຫັນ​ດີ​ນຳ​ລັດຖະບານ​ອິສຣາ​ແອນ​ທີ່​ຈະຍົກຍ້າຍຊາວ​ຢິວແຖບ​ກາ​ຊາ​ໃຫ້ໄປຢູ່​ດິນ​ແດນ​ປາ​ເລັສຕີນຢູ່ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ.

ທ່ານ​ລາ​ເດ​ເນ​ຮຽກຮ້ອງ​ໃຫ້​ລັດຖະບານ​ອິສຣາ​ແອນຈົ່ງ​ໃຊ້​ທ່າ​ທີຮອບ​ຄອບ,ແກ້​ໄຂ​ບັນ​ຫາ​ຍົກ​ຍ້າຍ​ຊາວ​ຢິວຜູ້​ຕັ້ງ​ຖິ່ນ​ຖານ​ດ້ວຍ​ຮູບ​ການ​ທີ່​ເໝາະສົມ.

ອີງ​ຕາມ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຂອງ​ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິສຣາ​ແອນ,ຊາວ​ຢິວ​ເຫຼົ່າ​ນີ້ຈະ​ເລີ່​ມຍ້າຍອອກ​ຈາກບ່ອນຢູ່​ 21 ​ແຫ່ງແລະ 4 ​ແຫ່ງ​ຢູ່​​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ແຕ່​ເດືອນ​ກໍ​ລະ​ກົດ​ປີ​ນີ້​ເປັນຕົ້ນ​ໄປ.ລັດຖະບານ​ອິສຣາ​ແອນ​ກ່າວ​ວ່າ,ຖ້າຊາວ​ຢິວທີ່​ຖອນ​ອອກ​ຈາກ​ແຖບ​ກາ​ຊາຍິນ​ດີ,ພວກ​ເຂົາ​ເຈົ້າຈະ​ໄປ​ຢູ່​ບ່ອນຕັ້ງຖິ່ນ​ຖານ​ຂອງ​ຊາວ​ຢິວ​ແຫ່ງ​ອື່ນຢູ່​​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ກໍ​ໄດ້.