ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-21 14:25:47    
ຄະ​ນະ​ລັດ​ຖະ​ບານ​ອິສ​ລະ​ແອນ​ຜ່ານ​ແຜນ​ຜັງ​ເສັ້ນ​ທາງ​ກໍ່​ກຳ​ແພງ​ຂັ້ນ​ສະ​ບັບ​ດັດ​ແກ້

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 20 ກຸມ​ພາ ຄະນະ​ລັດ​ຖະ​ບານ​ອິສ​ລະ​ແອນ​ໄດ້​ຜ່ານ​ແຜນ​ຜັງ​ກໍ່​ກຳ​ແພງຂັ້ນ​ໂດຍ​ແບ່ງ​ເປັນ​ຍ່ານ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ສະ​ບັບ​ດັດ​ແກ້​ດ້ວຍ 20 ບັດ​ເຫັນ​ດີ​ແລະ​ 1 ບັດ​ຄັດ​ຄ້ານ.

ອີງ​ຕາມ​ແຜນ​ຜັງ​ເສັ້ນ​ທາງ​ໃຫມ່​ດັ່ງກ່າວ, ກຳ​ແພງ​ຂັ້ນ​ຍິ່ງ​ໃກ້​ກັບ​ເສັ້ນ ຢຸດ​ຍິງ​ກ່ອນ​ສົງ​ຄາມ​ຕາ​ເວັນ​ອອກ​ກາງ​ຄັ້ງ​ທີ​ສາມ​ໃນ​ປີ 1967,​ແຕ່​ຍັງ​ໄດ້​ຂີດ​ເອົາ​ດິນ​ແດນ 7% ຂອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ແລະ​ປະ​ຊາ​ກອນ​ປາ​ເລັສ​ຕິນ ປະມານ 1 ຫມື່ນ​ຄົນ​ເຂົ້າ​ຢູ່​ເບື້ອງ​ອິສ​ລະ​ແອນ.ນອກ​ນີ້, ​​ເສັນ​ທາງ​ກໍ່​ກຳ​ແພງ​ຂັ້ນ​ສະ​ບັບ​ໃຫມ່​ຍັງ​​ໄດ້​ຂີດ​ເອົາ​ບ່ອນ​ຕັ້ງ​ຖີ່ນ​ຖານ​ຂະ​ຫນາດ​ໃຫຍ່​ສອງ​ແຫ່ງ​ຂອງ​ຊາວ​ຢິວ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ທີ່​ຕັ້ງ​ຢູ່​ທິດ​ຕາ​ເວັນ​ອອກ​ຂອງ​ເຢລູຊາ​ເລັມ​ເຂົ້າຢູ່​ໃນ​ເບື້ອງ​ອິສ​ລະ​ແອນ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ຄະ​ນະ​ບໍ​ລິ​ຫານ​ງານ​ຂອງ​ອົງ​ການ​ປົດ​ປ່ອຍ​ປາ​ເລັສ​ຕິນ​ໄດ້​ອອກ​ຖະ​ແຫລງ​ການ​ກ່າວ​ວ່າ, ຄະນະ​ລັດ​ຖະ​ບານ​ອິສ​ລະ​ແອນ​ຜ່ານ​ແຜນ​ຜັງ​ກໍ່ກຳ​ແພງ​ຂັ້ນ​ສະ​ບັບ​ດັດ​ແກ້​ໄດ້​ຝ່າຝືນ​​​ແຜນ​ການ​ເສັ້ນ​ທາງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ແລະ​ກົດ​ຫມາຍ​ສາກົນ​ທີ່​ກ່ຽວ​ຂ້ອງ, ​ມັນໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທາດ​ແທ້​ຂອງ​ນະ​ໂຍ​ບາຍ​ລັດ​ຖະ​ບານ​ອິສ​ລະ​ແອນ,ຄື ​ເຈດ​ຕະ​ນາ​ເອົາ​ການ​ຖອນ​ອອກ​ຈາກ​ແຖບ​ກາຊາ​ເປັນ​ຄັນ​ຕາ​ລະ​ບັດປິດ​ບັງ​ແຜນ​ການ​ແຜ່​ຂະ​ຫຍາຍ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ດ້ວຍ​ການ​ກໍ່​ກຳ​ແພງ​ຂັ້ນ.