ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-21 15:48:39    
ຈີນ​ນຳ​ໃຊ້​ເຕັກ​ນິກ​ທັນ​ສະ​ໄໝ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​​ຢາ​ຈີນ

cri Author: li
ຕາມ​ຂ່າວ CRI: ຈີນ​ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ນຳ​ການ​ນຳ​ໃຊ້​ເຕັກນິກ​ທັນ​ສະ​ໄໝ​ມາ​ພັດທະນາ​ອຸດສາຫະກຳ​ຢາ​ຈີນ,​ໃນຫຼາຍປີ​ມາ​ນີ້ ຂົງ​ເຂດ​ດັ່ງກ່າວ​ໄດ້​ມີ​ການ​ຄືບ​ໜ້າ​ທີ່​ໜ້າ​ຊົມ​ຊື່ນ,ລະບົບ​ຄົ້ນຄວ້າ​ພັດທະນາ​ຢາ​ຈີນ​​ກໍ​ສົມບູນ​ຂຶ້ນ​ເລື້ອຍໆ,ຫົວຄິດ​ປະດິດ​ສ້າງ​ຢາ​ຈີນ​ກໍແຂງ​ແຮງ​ຂຶ້ນຢ່າງ​ເດັ່ນຊັດ,​ໄດ້​ຜະລິດ​​ຢາ​ຈີນ​ງວດ​ໜຶ່ງທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ມີ​ເຕັກນິກ​ສູງຂອງ​ຕົນເອງ.

​ແພດ​ສາດ​ຈີນແລະ​ຢາ​ຈີນ​ໄດ້​ມີ​ປະຫວັດ​ມາ 5 ພັນ​ກວ່າ​ປີ​ແລ້ວ,ມັນ​ມີ​ຜົນ​ປິ່ນປົວ​ດີຫຼາຍຕໍ່​ພະຍາດ​ຊຳ​ເຮື້ອ,ພະຍາດ​ປົວ​ຍາກ,ພະຍາດ​ໄວ​ຊະລາ​ແລະ​ພະຍາດ​ດ້ານ​ສັບພະ​ຄຸນ​ຈຳນວນ​ໜຶ່ງ,​ແລະ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ດ້ານ​ປ້ອງ​ກັນ​ແລະ​ປົວ​ພະຍາດ​ຕິດ​ແປດ​​​ແຮງ.

​ແຕ່​ວ່າ,ຍ້ອນ​​ຢາ​ຈີນ​ດັ້ງ​ເດີມ​ຂາດ​​ການ​ຄົ້ນຄວ້າ​ທາງ​ດ້ານ​ຫຼັກໝູນ​ຂອງ​ພະຍາດ​​ແລະ​ຢຸກຢາ​ທີ່​ຖື​ແພດສາດ​ຍຸ​ກປັດຈຸບັນ​ເປັນ​ພື້ນຖານ,​ເຕັກນິກ​ກວດກາ​ແລະ​ຄວບ​ຄຸມ​ຄຸນ​ນະພາບ​ຂອງ​ຢາ​ຈີນ​ກໍຂ້ອນ​ຂ້າງ​ຫຼ້າຫຼັງ,​ອັນ​ເປັນ​ຈຳກັດ​ຢາ​ຈີນ​ບໍ່​ສາມາດ​ເສີມ​ຂະຫຍາຍ​ທ່າ​ແຮງ​ແລະ​ຈຸດ​ພິ​ເສດ​ຂອງຕົນ​ຢ່າງ​ເຕັມ​ສ່ວນ.

​ເພື່ອ​ແກ້​ໄຂ​ບັນຫາ​ເຫຼົ່ານີ້,​​ເລີ່ມ​ແຕ່​ປີ 2002 ລັດຖະບານ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຈຶ່ງ​ຍິ່ງ​ເອົາ​ໃຈ​ໃສ່​ການ​ນຳ​ໃຊ້​ເຕັກນິກ​ຍຸກ​ປັດຈຸບັນ​ມາ​ພັດທະນາ​ອຸດສາຫະກຳ​ຢາ​ຈີນ.ທ່ານ​ນາງ​ອິຈິງ ຫົວໜ້າ​ກົມ​ຄຸ້ມ​ຄອງ​ແພດ​ສາດແລະ​ຢາ​ຈີນ​ແຫ່ງ​ຊາດ​ຈີນ​ແນະນຳ​ວ່າ:

"ພວກ​ເຮົາ​ໄດ້​ຈັດຕັ້ງຜູ້​ຊ່ຽວຊານຮ້ອຍ​ກວ່າ​ຄົນ​ດຳ​ເນີນ​ການ​ຄົ້ນຄວ້າ​ຍຸດ​ທະ​ສາດ​ພັດທະນາ​​ຢາ​ຈີນ​ໃຫ້​ທັນ​ສະ​ໄໝ,​ໄດ້​ຕັ້ງຫົວ​ຂໍ້​ໃນ​ດ້ານ​ຕ່າງໆ​ເຊັ່ນ​ທິດ​ສະ​ດີ​ແພດ​ສາດ​ຈີນ,ການ​ກໍ່ສ້າງ​ໃຫ້​ເປັນ​ມາດຖານ,ການ​ຊຸກ​ຍູ້​ຢາ​ຈີນ​​ໃຫ້ເດີນ​ໄປ​ສູ່​ໂລກ​ພ້ອມ​ດ້ວຍ​ເຕັກນິກ​ຂໍ້​ກະ​ແຈ​ໃນ​ການ​ຫັນ​ແພດສາດ​ຈີນ​ໃຫ້​ທັນ​ສະ​ໄໝ,ການ​ອົບຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ແລະ​ປົກ​ປັກ​ຮັກສາ​ສິດ​ຊັບ​ສິນ​ທາງ​ປັນຍາ​ເປັນຕົ້ນ,ຊອກ​ຫາ​ເນື້ອ​ໃນ,​ເບົ້າ​ແບບ​ແລະ​ຊ່ອງ​ທາງ​ໃນ​ການ​ຫັນ​ແພດສາດ​ຈີນ​ໃຫ້​​ທັນ​ສະ​ໄໝ."

ຕາມ​ແນະນຳ​ວ່າ,​ໃນ​ປີ 2004 ນັບ​ສະ​ເພາະ​ແຕ່​ກົມ​ຄຸ້ມ​ຄອງ​ແພດສາດ​ແລະ​ຢາ​ຈີນ​ແຫ່ງຊາດ​ທໍ່​ນັ້ນ​ກໍ​ໄດ້​ເພີ່ມ​ທຶນ​ຄົ້ນຄວ້າ​ຮ້ອຍ​ກວ່າ​ລ້ານ​ຢວນ,ຈັດຕັ້ງ​ການ​ຄົ້ນຄວ້າ​ໝູນ​ອ້ອມ​ທິດ​ສະ​ດີ​ພື້ນຖານ​ດ້ານ​ແພດ​ສາດ​ແລະ​ຢາ​ຈີນ,ຕີ​ລາຄາ​ຜົນ​ປິ່ນປົວ​ພະຍາດ​ໜັກຂອງ​ຢາ​ຈີນ​ພ້ອມທັງ​ຄວາມ​ປອດ​ໄພ​​ແລະ​ການ​ຄວບ​ຄຸມ​ຄຸນ​ນະພາ​ບຂອງ​ຢາ​ຈີນ​ເປັນຈຸດ​ໜັກ.

​ໃນ​ຂະນະ​ດຽວ​ກັນ​ນີ້,​ໂດຍ​ໝູນ​ອ້ອມ​ຫົວ​ຂໍ້​ທີ່​ຫັນ​ຢາ​ຈີນ​ໃຫ້​ທັນ​ສະ​ໄໝ,ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ຈີນ​ແລະ​ແຫ່ງ​ຕ່າງໆ​ລ້ວນ​ແຕ່​ໄດ້​ໃຊ້​ການ​ກະທຳ​ຕົວ​ຈິງ. ຕົວຢ່າງ​ຄື,ພະ​ແນກ​ຕິດຕາມ​ຄຸ້ມ​ຄອງ​ຢາ​ໄດ້​ດຳ​ເນີນ​ວຽກ​ງານ​ກ່ຽວ​ກັບ​ມາດຖານ​ເຕັກນິກ​ຂອງ​ຢາ​ຈີນ,ການ​ຄຸ້ມ​ຄອງ​ຄຸນ​ນະພາບ​ຫວ້ານ​ຢາ​ຈີນ​ແລະ​ການ​ຮັບຮອງ​ວິ​ສາ​ຫະກິດ​ຢາ​ຈີນ​ເປັນຕົ້ນ; ພະ​ແນກ​ສາທາລະນະ​ສຸກ​​ໄດ້​ລົງມື​ສ້າງ​ສູນ​ຄົ້ນຄວ້າ​ຢາ​ຈີນ​ໃຫ້​ທັນ​ສະ​ໄໝ​ລະດັບ​ຊາດ;ພະ​ແນກ​ກະສິກຳ​ກໍຕັ້ງໜ້າ​ພັດທະນາ​ຫວ້ານ​ຢາ​ຈີນ​ທີ່​ບໍ່​ມີ​ມົນ​ລະ​ພິດ.

ທ່ານຫຼິ​ເຊຍ​ຢົງ ຮອງ​ລັດຖະມົນຕີ​ກະ​ຊວງ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈີນ​ຊີ້​ອອກ​ວ່າ,ການ​ທີ່ຈີນ​ນຳ​ໃຊ້​ເຕັກນິກ​ທັນ​ສະ​ໄໝ​ພັດທະນາ​ອຸດສາຫະກຳ​ຢາ​ຈີນ​ນັ້ນ​ໄດ້​ມີ​ການ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າມາ​ແລ້ວ. ທ່ານ​ເວົ້າວ່າ:

"ລະບົບ​ຄົ້ນຄວ້າ​ພັດທະນາ​​ຢາ​ຈີນ​​ໄດ້​ສົມບູນຂຶ້ນ​ເລື້ອຍໆ,ມີ​ຄວາມ​ສາມາດ​ປະດິດ​ສ້າງ​ຢາ​ຈີນ​​ຊະນິດ​ໃໝ່ໄດ້​ແຂງ​ແຮງ​ຂຶ້ນຢ່າງ​​ເດັ່ນຊັດ,​ໄດ້​ບຸກ​ເບີກ​ຜະລິດ​ຕະພັນ​ຢາ​ຈີນ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ມີ​​ເຕັກນິກ​ສູງ​ງວດ​ໜຶ່ງ​​ແລ້ວ; ​ໄດ້​​ເຜີຍ​ແຜ່​ແລະ​ນຳ​ໃຊ້​ເຕັກນິກ​ປູກ​ຫວ້ານ​ຢາຈີນ​ທີ່​ເປັນ​ແບບ​ສະບັບ​ງວດ​ໜຶ່ງ​,​ເຕັກນິກ​ແລະ​ລະດັບ​​ເຄື່ອງ​ປະກອບ​ຂອງ​ການ​ຜະລິດ​ຢາ​ຈີນ​ໄດ້ຍົກ​ສູງ​ຂຶ້ນ​ຫຼາຍ​ສົມຄວນ,ລະດັບ​ການ​ຜະລິດ​ຢາ​ຈີນ​ຕາມ​ມາດຖານ​ແລະ​ເປັນ​ແບບ​ສະບັບ​ກໍສູງ​ຂຶ້ນ​ເລື້ອຍໆ."

ຕາມ​ສະຖິຕິ,​ໃນ​ສອງ​ປີ​ມາ​ນີ້ ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ສູນ​ຄົ້ນຄວ້າ​ພັດທະນາ​ຢາ​ຈີນ​ປະ​ເພດ​ຕ່າງໆ 100 ກວ່າ​ຫຼັງ,ສ້າງ​ແຫຼ່ງ​ປູກ​ຫວ້ານ​ຢາ​ຈີນ​ທີ່​ເປັນ​ແບບ​ສະບັບ 400 ກວ່າ​ແຫ່ງ. ສູນ​ເຕັກນິກ​ຂອງ​ອົງການ​ຄົ້ນຄວ້າ​ທຸກຂັ້ນ​ແລະ​ວິ​ສາ​ຫະກິດ​ໄດ້​ຜະລິດ​ຢາ​ຈີນ​ສຳ​ເລັດ​ຮູບ​ທັນ​ສະ​ໄໝ​ງວດ​ໜຶ່ງ,​ໃຊ້​ພາສາ​ວິຊາ​ສະ​ເພາະ​ແພດ​ສາດຈີນ​ແລະ​​ແພດສາດ​ຝ່າຍ​ຕາ​ເວັນ​ຕົກ​ບັນ​ລະ​ຍາຍ​ສັບພະ​ຄຸນ​ແລະ​ພະຍາດ​ທີ່​ປົວ​ໄດ້,​ໃຫ້​ຮູ້​ບົດບາດ​​ຂອງ​ຢາ​ຄັກ​ແນ່,ຮູ້​ສ່ວນ​ປະສົມ​ຂອງ​ຢາ​ຢ່າງຈະ​ແຈ້ງ,​ເຕັກນິກ​ປຸງ​ແຕ່ງ​ກ້າວໜ້າ​ແລະ​ຄວບ​ຄຸມ​ຄຸນ​ນະພາບ​ໄດ້.

ນອກ​ນີ້ ວົງ​ການ​ຕ່າງໆ​ໃນ​ສັງຄົມ​ກໍ​ເອົາ​ໃຈ​ໃສ່​ນຳ​ຢາ​ຈີນ​ຫຼາຍຂຶ້ນ​ຢ່າງ​​ເດັ່ນຊັດ,ວິ​ສາ​ຫະກິດ​ຢາ​ຈີນຫຼາຍ​ແຫ່ງ​ລົງທຶນ​ຄົ້ນຄວ້າ​ພັດທະນາ​ຢາ​ຈີນ​ຫຼາຍຂຶ້ນ,ຂອບ​ເຂດ​ແລະ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ​ຊາດ​ຜະລິດ​ຢາ​ຈີນກໍ​ນັບ​ມື້​ນັບ​ຂະຫຍາຍ​ກວ້າງ​ອອກ.