ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-21 16:59:28    
ຜູ້ນຳ​ສ່ວນ​ໜຶ່ງ​ຂອງ​ນິ​ກາຍ​ຊຸນ​ນິດ​ຢາກ​ເຂົ້າ​ຮ່ວມ​ຂະ​ບວນ​ວິ​ວັດ​ການ​ເມືອງ​ອີຣັກ​ໃນ​ອະ​ນາ​ຄົດ

cri Author: q
ຕາມ​ຂ່າວCRI,ວັນ​ທີ20​ກຸມພາ,ຢູ່​ແບກ​ແດດ,ຜູ້ນຳ​ສ່ວນ​ໜຶ່ງ​ຂອງ​ມຸສລິ​ມນິກາຍຊຸນ​ນິດ​ຂອງ​ອີຣັກ​ທີ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ເດືອນ​ແລ້ວ​ນີ້​ໄດ້​ທວງ​ໃຫ້​ອະ​ນຸ​ຍາດ​ມຸສ​ລິມ​ນິ​ກາຍ​ຊຸນ​ນິດ​ເຂົ້າ​ຮ່ວມ​ຂະ​ບວນ​ວິ​ວັດ​ການ​ເມືອງ​​ໃນ​ອະ​ນາ​ຄົດ​ເຊັ່ນ​ການ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ເປັນ​ຕົ້ນ.

ວັນ​ທີ20​ກຸມພາ,​ເຈົ້າ​ກົກ​ເຈົ້າ​ເຫຼົ່າ,ຜູ້​ແທນພັກ​ການ​ເມືອງ​ແລະ​ອົງການ​ຈັດ​ຕັ້ງ​ຂອງມຸສລິມ​ນິ​ກາຍ​ຊຸນ​ນິດທີ່​ມາ​ຈາກ6​ແຂວງ​ອີຣັກປະມານ200ຄົນ​ໄດ້​ຈັດ​ກອງ​ປະຊຸມຢູ່​ແບກ​ແດດ,ຫາລື​ບັນ​ຫາ​ຕ່າງໆ​ເຊັ່ນ,​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ,ຈະ​ຮ່ວມ​ມື​ກັນ​ກັບ​ສະພາ​ແຫ່ງ​ຊາດ​ຂ້າມ​ຜ່ານ​ແນວ​ໃດ,​ການ​ເຂົ້າ​ຮ່ວມ​ການຮ່າງ​ລັດຖະທຳ​ມະນູນ​ເປັນ​ຕົ້ນ.ຜູ້​ຮ່ວມ​ປະຊຸມ​ເປັນ​ເອກ​ກະສັນ​ກັນ​ເຫັນ​ວ່າ,​ຄວນ​ພະ​ຍາ​ຍາມ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະ​ພາບ,​ເອກະລາດ​ແລະ​ອະ​ທິ​ປະ​ໄຕ​ຂອງ​ອີຣັກ,​ເຮັດ​ໃຫ້​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ອີຣັກ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.