ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-21 22:08:50    
ຈີນຈະ​ຮ່ວມ​ມື​ກັບປະ​ເທດ​ລ້ອງ​​ແມ່​ນ້ຳ​ຂອງ​ສ້າງ​ຕາ​ໜ່າງ​ຕິດ​ຕາມ​ພະຍາດ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 21 ກຸມພາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ວ່າ, 6 ປະ​ເທດ​ໃນ​ພາກ​ພື້ນ​ແມ່ນ້ຳລ້ານ​ຊ້າງ-ແມ່ນ້ຳຂອງ​ພວມວາງ​ແຜນສ້າງ​ຕາໜ່າງຕິດຕາມ​ພະຍາດ,​ເພື່ອ​ພ້ອມ​ກັນ​ຕ້ານ​ພະຍາດຕິດ​ແປດຄື​​ໂຣກ​ເອດ​ສ໌​ເປັນຕົ້ນ.

ຕາມ​ໄດ້​ຊາບ,ຈີນ​ຈະ​ຮ່ວມ​ມື​ກັບ 5 ປະ​ເທດ​ອື່ນຕິດຕາມ​ພະຍາດຈຸດ​ໜັກແລະ​ການ​ຄົ້ນ​ຄວ້າ​ຜະລິດ​ວັກ​ແຊງ​ເປັນ​ຕົ້ນ,​ພ້ອມ​ກັນ​ສ້າງ​ແລະ​ບູລະນະ​ຕາ​ໜ່າງ​ຕິດ​ຕາມ​​ພະຍາດ,​ຍົກ​ສູງ​ຄວາມ​ສາ​ມາດ​ແກ້​ໄຂ ພະ​ຍາດ​ຕິດ​ແປດ​ຄື​ໂຣກ​ເອດ​ສ໌​​ເປັນ​ຕົ້ນ​ຢ່າງ​ວ່ອງ​ໄວ​ຂອງ​ປະ​​ເທດ​ພາກ​ພື້ນ​​ແຫ່ງ​ນີ້​.ນອກ​ນີ້,ຈີນ​ຍັງ​ຈະ​ສະ​ໜອງ​ພັດ​ສະ​ດຸ​ຊ່ອຍ​ເຫຼືອ​ຄື​ຢຸກ​ຢາ​ເປັນ​ຕົ້ນ​ໃຫ້​ປະ​ເທດ​ເຫຼົ່າ​ນີ້.​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່ນ້ຳ​ຂອງ​ຍາວ​ 2100 ກວ່າ​ກິ​ໂລ​ແມັດ,​ປະຊາ​ກອນ​ໃນ​ທົ່ວ​ລ້ອງ​ແມ່ນ້ຳ​​ເກືອບ 250 ລ້ານ​ຄົນ.