ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-22 16:04:09    
ກອງ​ປະຊຸມສຳ​ມະ​ນາວົງ​ການ​ວິ​ທະ​ຍາ​ສາດ​ສາ​ກົນ​ກ່ຽວ​ກັນ​ການ​ຫຼຸດ​ໄພ​ແລະ​ເຕືອນ​ໄພ​ຈັດ​ຂຶ້ນ​ຢູ່​​ປັກ​ກິ່ງ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່​ໆ​ນີ້,ຢູ່​ປັກ​ກິ່ງ,ສະພາ​ບັນດິດ​ວິທະຍາ​ສາດ​ຈີນ​ກັບ​ອົງການ​ ​ສະພາ​ບັນ​ດິດວິທະຍາສາດ​ສາກົນ​ໄດ້​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ ​ວົງ​ການ​ວິ​ທະ​ຍາ​ສາດ​ສາ​ກົນ​ກ່ຽວ​ກັບ​ການ​ຫຼຸດ​ໄພ​ແລະ​ເຕືອນ​ໄພ​ພາກ​ພື້ນ.ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຫັນ​ວ່າ,ອົງການ​ຄົ້ນ​ຄວ້າ​ວິທະຍາສາດ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ຄວນ​ຮ່ວມ​ມື​ກັນວາງ​ແຜນການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ສາກົນ,​ເພື່ອ​ປະກອບ​ສ່ວນ​ເຂົ້າ​ໃນ​ການຫຼຸດ​ໄພ,ປ້ອງ​ກັນ​ໄພ​ແລະ​ເຕືອນ​ໄພ​ຢູ່​ພາກ​ພື້ນ​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ມວນ​ມະນຸດ.

ວັນ​ທີ22​ກຸມພາ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ເສິນ​ຈູ ຮອງ​ປະທານ​ສະພາ​ບັນດິດ​ວິ​ທະ​ຍາ​ສາດ​ຈີນ,ປະທານ​ຮ່ວມ​ຂອງ​ອົງການສະພາ​ບັນດິດ​ວິທະຍາສາດ​ສາກົນ​ກ່າວ​ວ່າ,ວົງ​ການ​ວິ​ທະ​ຍາ​ສາດ​ຄວນ​ສະໜອງ​ຄວາມ​ຮູ້​ວິຊາ​ການ​ແລະ​ຂໍ້​ມູນ​ຂ່າວສານ​ທີ່​ກ່ຽວຂ້ອງ​ໃຫ້​ແກ່​ ​ປະຊາ​ຄົມ​​ໂລກ​ໃນ​ການຫຼຸດ​ໄພ,ດຳ​ເນີນ​ການ​ຄົ້ນຄວ້າ​ວິທະຍາສາດ​ດ້ານ​ການ​ຫຼຸດ​ໄພ​ໂດຍ​ໄວ,​ເພື່ອ​ຫຼຸດ​ຄວາມ​​ເສຍ​ຫາຍ​ດ້ານ​ຊີວິດແລະ​ຊັບ​ສິນ.

ຜູ້ຕາງໜ້າ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ຂອງ9​ປະ​ເທດ​ເຊັ່ນ​ອິນ​ໂດ​ເນ​ເຊຍ​ແລະ​ສີ​ລັງກາ​ເປັນຕົ້ນ​ແລະ​ຜູ້ຕາງໜ້າ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ກ່ຽວຂ້ອງ​ກັບ​ຊ່ຽວຊານ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ຈີນ,ກົມ​ແຜ່ນດິນ​ໄຫວຈີນ​ເປັນ​ຕົ້ນ​ໄດ້​​ແລກປ່ຽນ​ຄວາມ​ເຫັນ​ກັນ.