ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-22 16:08:21    
ຈີນ​ໃຊ້​ມາດ​ຕະ​ການ​​ໃຫ້​ການ​ບໍ​ລິ​ການ​ຊ່ອຍ​ເຫຼືອ​ຊາວ​ນາ​ຫາ​ວຽກ​ເຮັດ​ໃນ​ ເມືອງ​ຈາກ​ຫຼາຍ​ດ້ານ​(ສຽງ)

cri Author: li

ຕາມ​ຂ່າວ CRI​: ປັດຈຸບັນ ຈີນ​ພວມ​ປະຕິບັດ​ແຜນການ​ດຳ​ເນີນ​ງານ​ທີ່​ໝາຍ​ຈະ​ປັບປຸງ​ສະພາບ​ແວດ​ລ້ອມການ​ປະກອບ​ອາຊີບ​ຂອງ​ຊາວນາ​ທີ່​ເຮັດ​ວຽກ​ຢູ່​​ໃນຕົວ​ເມືອງ,​ໃຫ້ການ​ບໍລິການ​ແລະ​ຊ່ອຍ​ເຫຼືອພວກ​ເຂົາ​ເຈົ້າ​ໃນຫຼາຍດ້ານ,ການ​ປະຕິບັດ​ແຜນການ​ດັ່ງກ່າວ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ອັນ​ດີງາມ​ໃຫ້​ຊາວນາ​ເຂົ້າ​ເຮັດ​ວຽກ​ໃນ​ເມືອງ,​ແລະ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ພວກ​ເຂົາ​ເຈົ້າ.

ຕາມ​ສະຖິຕິ​ຂອງ​ຝ່າຍ​ທີ່​ກ່ຽວຂ້ອງ,ນັບ​ມາ​ຮອດທ້າຍ​ປີ​ກາຍ​ນີ້ ຊາວນາ​ຊົນນະບົດ​ທີ່​​ເຂົ້າມາເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ​ຂອງ​ຈີນ​ມີ​ປະມານ 200 ລ້ານ​ຄົນ. ​ແຜນການ​ທີ່​ໃຫ້​ຊື່ວ່າ"​ການ​ເຄື່ອນ​ໄຫວ​ລົມ​ລະດູບານ​ໃໝ່"ມີ​ເນື້ອ​ໃນ​ສຳຄັນດັ່ງ​ນີ້​ຄື: ອົງການ​ແນະນຳ​ອາຊີບ​ສາທາລະນະ​ໃນ​​ເມືອງ​ໃຫຍ່​ແລະ​ເມືອງ​ຜ້ານ​ກາງ​ຈະ​ຈັດ​ໃຫ້​ມີ​ງານ​ຕິດ​ຕໍ່​ຮັບ​ສະໝັກ​ດ້ວຍຫຼາຍຮູບການ,ຫາ​ວຽກ​ອັນເໝາະ​ສົມ​ໃຫ້​ຊາວນາ​ທີ່​ມາ​ຫາເຮັດ​ວຽກ​; ​ໃຫ້ການ​​ເຝິກອົບຮົມ​ລັກສະນະ​ຊີ້​ນຳ​ເຊັ່ນ​ຄວາມ​ຮູ້​ຮອບ​ຕົວ​ໃນການ​​ເຮັດ​ວຽກ​ຢູ່​​ຕົວ​ເມືອງ​ເປັນຕົ້ນ​​ແກ່​ຊາວນາ​ທີ່​ມາ​ຫາ​ວຽກ​ເຮັດ​ຢູ່​ໃນ​​ເມືອງ​ຄັ້ງທຳ​ອິດ,​ປາບ​ປາມ​ອົງການ​ສື່​ກາງ​​ແນະນຳອາຊີບ​ທີ່​ຜິດ​ກົດໝາຍ,​ເຮັດ​ໃຫ້​ຕະຫຼາດ​ແຮງ​ງານ​ເປັນ​ແບບ​ສະບັບ​ຕື່ມ​ອີກ.

ຕາມ​ບຸກຄົນ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ແຮງ​ງານ​ແລະ​ປະກັນ​ສັງຄົມ​ຂອງ​ຈີນ​ແນະນຳ​ວ່າ,ປັດຈຸບັນ,​ແຫ່ງ​ຕ່າງໆ​ຂອງ​ຈີນ​ລ້ວນ​ແຕ່​ພວມ​ຕັ້ງໜ້າ​ພະຍາຍາມ​ເພື່ອ​ປັບປຸງສະພາບ​ແວດ​ລ້ອມ​ປະກອບ​ອາຊີບ​ຂອງ​ຊາວນາ​ທີ່​ເຮັດ​ວຽກ​ຢູ່​​ໃນ​ເມືອງ​ໃຫ້​ດີ​ຂຶ້ນ,​ໂດຍ​ສະ​ເພາະ​ແມ່ນ​ໄດ້​ເຮັດ​ວຽກຫຼາຍ​ຢ່າງ​ໃນ​ດ້ານ​ການ​ບໍລິການ​ແນະນຳ​ອາຊີບ​ໃຫ້​ຊາວນາ. ​ໃນ​ເວລາ​ນັກ​ຂ່າວ​ໄປ​ເອົາ​ຂ່າວ​ຢູ່​ສູນ​ບໍລິການ​ແນະນຳ​ອາຊີບ​ຂອງ​ນະຄອນ​ຈຸງກິ່ງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ນັ້ນ ​ໄດ້​ເຫັນ​ວ່າ,ຢູ່​ໜ້າ​ຈໍ​ໃຫຍ່​ທີ່​ແຂວນ​ໃສ່​ຝາ​ເຮືອນ,​ໄດ້​ປະກາດ​​ຂ່າວຕ້ອງການ​ແຮງງານ​ໃໝ່ສຸດ​ຢ່າງ​ບໍ່​ຢຸດ​ບໍ່​ເຊົາ​ຕະຫຼອດ 24 ຊົ່ວ​ໂມງ,ຊີ້​ນຳ​ຜູ້​ຫາ​ວຽກ​ເຮັດ​ງານ​ທຳ​ດ້ວຍນ​ຂໍ້​ມູນ​ຂ່າວສານ​ຢ່າງ​ທັນ​ການ​ແລະ​ຄົບ​ຖ້ວນ. ທ້າວຫຼີຮົງ​ຈູນ ຊາວນາ​ເມືອງ​ປີ​ຊານ​ນະຄອນ​ຈຸງກິ່ງ​ເວົ້າວ່າ:

"​ເບິ່ງ​ໜ້າ​ຈໍ​ໃຫຍ່​ນີ້​ກໍ​ຮູ້​ໝົດ​ທຸກ​ຢ່າງ,ຄື​ເງິນ​ເດືອນ​ທໍ່​ໃດ,ຫົວໜ່ວຍ​ໃດຕ້ອງການ​ຄົນ,ຈະ​ແຈ້ງ​ທີ່​ສຸດ."

ຢູ່​ບາງ​ຕົວ​ເມືອງ​ໃນ​ແຂວງ​ເຈີ​ຈຽງ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,ພະນັກງານ​ຂອງ​ຕະຫຼາດ​ແຮງ​ງານ​ໄດ້​ເບີກ​ບັດ​ຂໍ້​ມູນ​ຂ່າວສານ​ໃຫ້​ຊາວນາ​ທີ່​ມາ​ຫາ​ວຽກ,​ໃນ​ບັດ​ໄດ້​ຂຽນ​ເລື່ອງ​ທີ່​ຕ້ອງ​ລະວັງ​ໃນ​ເວລາ​ຫາ​ວຽກ​,ຕົວຢ່າງ​ຄື​ໄປ​ຫາ​ວຽກ​ຢູ່​ອົງການ​ໃດ​ແດ່​ແມ່ນ​ປອດ​ໄພ​ແລະ​ໄວ້​ໃຈ​ໄດ້,ຕຳ​ແໜ່ງວຽກທີ່​ສະ​ເໜີ,ຄຳ​ຊີ້​ນຳ​ໃນ​​ເວລາ​ຫາວຽກ​ເຮັດ​ງານ​ທຳ​ແລະ​​ເບີໂທລະສັບ​ຂອງ​ພະ​ແນກຕິດຕາມ​ກວດກາ​ແຮງ​ງານ​ເປັນຕົ້ນ.

​ແຂວງ​ກວາງ​ຕຸ້ງ​ໄດ້​ຖື​ເອົາ​ການ​ແກ້​ໄຂ​ບັນຫາຕິດ​ຄ້າງ​ເງິນ​ເດືອນຊາວນາ​ທີ່​ເຮັດ​ວຽກ​ຢູ່​​ໃນ​ເມືອງ​​ເປັນ​ຈຸດໜັກຂອງ​ວຽກ​ງານ. ຢູ່​​ເຂດ​ທີ່​ຊາວນາ​ເຮັດ​ວຽກ​ຫຼາຍ​ເຊັ່ນ​ກວາງ​ໂຈວ​ແລະ​ເສີນ​ເຈີນ​ເປັນຕົ້ນ,ພະ​ແນກ​ແຮງ​ງານ​ແລະ​ປະກັນ​ສັງຄົມ​ຂອງ​ທ້ອງ​ຖິ່ນ​ໄດ້​ສ້າງ​ລະບົບ​​ເອ​ເລັກ​ໂຕຼນິກທີ່ຕິດຕາມ​ຄວບ​ຄຸມການ​ຈ່າຍ​ເງິນ​ເດືອນ​ຢູ່​ນະຄອນ,​ເມືອງ​ແລະ​ຕາ​ແສງ,​ເພື່ອ​ຕິດຕາມ​ຄວບ​ຄຸມ​ຢູ່​ທຸກ​ເວລາ​ຕໍ່​ສະພາບ​ຈ່າຍ​ເງິນ​ເດືອນ​ຂອງ​ວິ​ສາ​ຫະກິດ. ທ່ານ​ເພີງ​ເຕີ​ຮວາ ຮອງ​ຫົວໜ້າ​ພະ​ແນກ​ແຮງ​ງານ​ແລະ​ປະກັນ​ສັງຄົມ​ຂອງ​ເມືອງ​ທຽນ​ເຮີ​ນະຄອນ​ກວາງ​ໂຈວ​ແນະນຳ​ວ່າ:

"ລະບົບ​ດັ່ງກ່າວ​ສາມາດ​ສະ​ແດງ​ໃຫ້​ເຫັນ​ວິ​ສາ​ຫະກິດ​ທີ່​ຕິດຄ້າງ​ເງິນ​ເດືອນ​ຂອງ​ຊາວນາ​ທີ່​ເຮັດ​ວຽກ​​ໃນ​ເມືອງ​ຢ່າງ​ທັນ​ການ,​ແລະກ່າວ​ເຕືອນ,ຜ່ານ​ເຄືອ​ຂ່າຍ​ດັ່ງກ່າວ​ສາມາດ​ຊອກ​ເຫັນ​ບັນຫາ​ຢ່າງ​ທັນ​ການ,​ແກ້​ໄຂ​​ໄວປົກ​ປ້ອງ​ສິດ​ປະ​ໂຫຍ​ດທາງ​ດ້ານ​ຄ່າ​ຕອບ​ແທນ​ການ​ອອກ​ແຮງ​ງານຕາມ​ກົດໝາຍ​ຂອງ​ຊາວນາ​ຢ່າງ​ແທ້​ຈິງ."

ຕາມ​ແນະນຳ​ວ່າ,​ເພື່ອ​ຮັບປະກັນ​ໃຫ້​ຊາວນາ​ທີ່​ເຮັດ​ວຽກ​ຢູ່​ໃນ​ເມືອງ​ແຕ່ລະຄົນ​ໄດ້​ຮັບ​ເງິນ​ເດືອນຕາມ​ເວລາ,ບາງ​ທ້ອງ​ຖິ່ນ​ຍັງ​ໄດ້​​ເປີດກົ້ງບັນຊີ​ເງິນ​ເດືອນ​ສະ​ເພາະ​ຢູ່​ໃນ​ທະນາຄານໃຫ້​ຊາວນາ​ທີ່​ເຮັດ​ວຽກ​ຢູ່​​ໃນ​ເມືອງ,ຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດ​ທີ່​ໃຊ້​ແຮງ​ງານ​ທັງ​ໝົດ​ຝາກ​ເງິນ​ສຳຮອງ​ຈຳນວນ​ອັນ​ແນ່ນອນ​ໃສ່​ທະນາຄານ,​ເມື່ອ​ເກີດ​ເຫດການ​ທີ່​ຕິດຄ້າງ​ເງິນ​ເດືອນ​ຂອງ​ຊາວນາ​ແລ້ວ,ກໍ​ເອົາ​ເງິນ​ສຳຮອງ​ເຫຼົ່ານີ້​ມາ​ຈ່າຍ​ເງິນ​ເດືອນ​ໃຫ້​ຊາວນາ.

ຢູ່​ປັກ​ກິ່ງ ນະຄອນຫຼວງຂອງ​ຈີນ,ພະ​ແນ​ກທີ່​ກ່ຽວຂ້ອງ​​ໄດ້​ຈັດ​ໃຫ້​ມີ​ການ​​ບໍລິການ​ໂດຍ​ຈຳ​ເພາະຊ່ອຍ​ຊາວນາ​ປະກອບ​ອາຊີບ,ພະ​ແນກ​ແຮງ​ງານ​ປັກ​ກິ່ງ​ໄດ້​ພິມ​ປຶ້ມ​ໂຄສະນາ​​ບໍລິການ​ປະກອບ​ອາຊີບ​ຢ່າງຫຼວງຫຼາຍ ​​ແຈກໃຫ້​ອົງການ​ແນະນຳ​ອາຊີບ​ຢູ່​ທຸກ​ເຂດ,ອົງການ​ແນະນຳ​ອາຊີບ​ສາທາລະນະ​ຍັງ​ໄດ້​ຊ່ອຍ​ຊີ້​ນຳ​ຊາວນາ​ປະກອບ​ອາຊີບຟີ,​ແລະ​ໄດ້​ເກັບ​ກຳ​ຂໍ້​ມູນ​ຂ່າວສານ​ໜ້າ​ວຽກງວດ​ໜຶ່ງທີ່​ເໝາະ​ສຳລັບ​ຊາວນາ​ເຮັດ,​ແຈກ​ໃຫ້​ຊາວນາ​​ຟີ.