ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-22 22:21:38    
ປາ​ເລັສຕີນ​ເລື່ອນ​ເວລາ​ປ່ອນ​ບັດ​ໄວ້​ວາງ​ໃຈ​ຕໍ່​ລາຍ​ຊື່​ສະມາຊິກ​ລັດຖະບານ​ຊຸດ​ໃໝ່

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ 21 ກຸມ​ພາ,ຄະນະ​ກຳມະ​ການນິຕິ​ບັນຍັດ​ປາ​ເລັສ​ຕີນ​ປະ​ກາດ​ວ່າ​ຈະ​ເລື່ອນ​ເວລາ​ປ່ອນ​ບັດ​ໄວ້​ວາງ​ໃຈ​ຕໍ່​ລາຍ​ຊື່​ສະມາ​ຊິກ​ລັດຖະ​ບານ​ທີ່​ສະ​​ເໜີ​ໂດຍ​ທ່ານ​ຄູ​ໄລ ນາຍົກ​ລັດ​ຖະມົນ​ຕີປາ​ເລັສ​ຕີນ​ປົກ​ຄອງ​ຕົນ​ເອງ.

ຕອນ​ເຊົ້າມື້​ດຽວ​ກັນ,ຄະນະ​ກຳມະການ​ນິຕິບັນ​ຍັດ​ປາ​ເລັສຕີນ​ໄດ້​​ໄຂກອງ​ປະ​ຊຸມສະ​ໄໝ​ວິສາ​ມັນ,ພິຈາ​ລະນາ​ລາຍ​ຊື່​ສະມາ​ຊິກ​ລັດຖະ​ບານ​ທີ່​ສະ​ເໜີ​ໂດຍທ່ານ​ຄູ​ໄລ​.ອີງ​ຕາມ​ບັນຊີ​ລາຍ​ຊື່​ສະບັບ​ນີ້,ລັດຖະບານ​ຊຸດ​ໃໝ່​ມີ 24 ຄົນ,​ໃນ​ນັ້ນຜູ້​ໃໝ່ມີ 4 ຄົນ, 4 ຄົນ​ປ່ຽນ​ຕຳ​ແໜ່​ງ,ຄົນ​ເຫຼືອ​ນັ້ນ​ດຳລົງ​ຕຳ​ແໜ່​ງ​ເກົ່າ.

ຕາມ​ໄດ້​ຊາບ,ບັນດາ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ​ໄດ້​ໂຕ້​ຖຽງ​ກັນ​ຢ່າງ​ດຸ​ເດືອດຕໍ່ລາຍ​ຊື່​ດັ່ງກ່າວ.ຍ້ອນບັນດາ​ຝ່າຍ​ມີ​ຄວາມ​ເຫັນ​ຂັດ​ກັນ​ຫຼາຍ,ດັ່ງນັ້ນ ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ຕໍ່​ລາຍ​ຊື່​ລັດຖະບານ​ຊຸດ​ໃໝ່ຈະ​ເປັນ​ຕ້ອງ​ເລື່ອນ​ເວລາ.