ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-23 09:34:37    
ນິທານ​ເລື່ອງ​ໄຊ​ອິວ(ສຽງ)

cri

ໃນ​ສະ​ໄຫມ​ລາຊະວົງ​ມິງ​ໃນ​ປະຫວັດສາດ​ຈີນ​ເມື່ອ​ກາງ​ສັດຕະວັດ​ທີ 16 ນັກ​ປະພັນຈີນ​ຜູ່​ຫນຶ່ງ​ທີ່​ຊື່ວ່າ​ອູ​ເຊີງ​ເອີນ​ໄດ້​ແຕ່ງ​ນິຍາຍ​ພິສະ​ດານ​ເລື່ອງ​ຫນຶ່ງ​ຊື່ວ່າ,​ໄຊ​ອິວ,ທ່ານ​ໄດ້​ບຸກ​ເບີກ​ຂົວ​​ເຂດ​ນິຍາຍ​ແຫ່ງ​ຄວາມ​ໃຝ່ຝັນ​ຂອງ​ຈີນ​ດ້ວຍ​ຈີນ​ຕະນາ​ການ​ອັນ​ອຸດົມສົມບູນ,ນິທານ​ອັນ​ຫນ້າ​ອັດ​ຈະ​ຈັນ​ແລະ​ໂຄງ​ປະກອບ​ອັນ​ໃຫຍ່​ໂຕ​ມະ​ໂຫຖານ,ການ​ແຕ່ງ​ນິຍາຍ​ເລື່ອງ​ນີ້​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ວັນນະ​ຄະດີ​ເພີ້​ຝັນ​ສະ​ໄຫມ​ບູຮານ​ຈີນ​ໄດ້​ກ້າວ​ເຖິງ​ຍອດ​ສູງ​ໃຫມ່.


ນິທານ​ເລື້ອງ​ໄຊ​ອິວ​ແມ່ນ​ບັນຍາຍ​ຫັນ​ນູມານ​ເຮັງ​ເຈຍ​ປ້ອງ​ກັນ​ພະ​ເຖລະ​ສຳ​ຈັງ​ໄປ​ອາລາດທະນາ​ພະ​ໄຕ​ປີດົກ​ຢູ່​ຊົມ​ພູ​ທະວີບ,ບົນ​ເສັ້ນທາງ​ໄດ້​ພົບ​ຄວາມ​ລຳບາກ​ກັນດານ​ແລະ​ໄດ້​ຜາບ​ຜີ​ສາງ​ມານ​ຮ້າຍ,​ໃນ​ທີ່​ສຸດ​ກໍ​ອາລາດທະນາ​ພະ​ໄຕ​ປີດົກ​ມາ​ໄດ້.


ພະ​​ເຖລະ​ຊວນ​ຈວງ ​ໄປ​ອາລາດທະນາ​ພະ​ໄຕ​ປີດົກ​ແມ່ນ​ເລື້ອງ​ຈິງ​ຄົນ​ແທ້​ໃນ​ປະຫວັດສາດ​ຈີນ.​ໃນ​ລາຊະວົງ​ຖາງ,ມີ​ພະ​ອົງ​ຫນ່ຶງ​ຊື່​ພະ​ສຽນ​ຈວງ,​ເພ່ິນ​ອົງ​ດຽວ​ເຄີຍ​ໄປອາລາ​ທະ​ນາ​ພະ​ໄຕ​ປີດົກ​ທີ່​ດິນ​ເດຍ,​ເປັນ​ເວລາ​ເຖິງ 17 ປີ,​ແລະ​ໄດ້​ເດີນທາງ​ຕັ້ງຫຼາຍຫມື່ນ​ຫລັກ,ການ​ປະພຶດ​ອັນ​ຫນ້າ​ຕື່ນເຕັ້ນດັ່ງ ກ່າວ​ໄດ້​ກາຍ​ເປັນ​ພື້ນ​ສືບ​ອັນ​ຫນ້າ​ອັດສະຈັນ​ຕ່າງໆ​ນານາ​ທີ່​ເລົ່າ​ລື​ກັນ​ຢູ່​ໃນ​ຫມູ່​ຊາວບ້ານ​ຊາວ​ເມືອງ,ສິນລະປິນ​ພື້ນ​ເມືອງ​ໃນ​ສະ​ໄຫມ​ລາຊະວົງ​ມີ​ຈຶ່ງ​ໄດ້​ເອົາ​ເລື້ອງ​ນີ້​ເປັນ​ເຄົ້າ​ເລື່ອງ​ແຕ່ງ​ກອນ​ພະ​ເຖລະ​ສຽນ​ຈວງ​ໄປ​ອາ​ລາດ​ຊະນາ​ພະ​ໄຕ​ປີດົກ,​​ໃນ​ທ້າຍ​ລາຊະວົງ​ຢວນ​ແລະ​ຕົ້ນລາຊະວົງ​ມິງ,ພື້ນສືບ​ໄຊ​ອິວທີ່​ຍິ່ງ​ຄົບ​ຖ້ວນ​ກໍ​ໄດ້​ແຕ່ງ​ອອກ​ສຳ​ເລັດ​ແລ້ວ,​ເລື້ອງ​ໄຊ​ອິວທີ່​ແຕ່ງ​ໂດຍ​ທ່ານ​ອູ​ເຊິງ​ເອີນ ກໍ່​ແມ່ນ​ແຕ່ງ​ຂຶ້ນຕາມ​ພື້ນ​ສືບ​ໄຊ​ອິວດ່ັງກ່າວ​ນີ້.


​ເລື້ອງ​ໄຊ​ອິວທີ່​ແຕ່ງ​ໂດຍ​ທ່ານ​ອູ​ເຊິ​ງ​ເອິນ​ແບ່ງ​ອອກ​ເປັນ​ສາມ​ພາກສ່ວນ,ພາກສ່ວນ​ທີ​ຫນຶ່ງ​ແມ່ນ​ວາດ​ພາບຫັນ​ນຸມານ​ເຫັງ​ເຈຍ​ກຳ​ເນີ​ດ​ແລະ​ຂຶ້ນ​ເມືອ​ອາ​ລະວາ​ດວັງ​ພະຍາ​ແຖນ,ພາກ​ທີ​ສອງ​ແມ່ນ​ວາດ​ພາບ​ຄວາມ​ເປັນ​ມາ​ຂອງ​ພະ​ເຖລະ​ສຽນ​ຈວງ​ແລະ​ສາຍ​ເຫດ​ໄປ​ອາລາດທະນາ​ພະ​ໄຕ​ປີດົກ,ພາກ​ທີ​ສາມ​ຍາວ​ກວ່າ​ຫມູ່​ແມ່ນ​ວາດ​ພາບ​ຫັນ​ນຸມານ​ເຮັງ​ເຈຍ​ມື​ສັດທາ​ບາດ​ເປັນ​ພະ,​ແລ້ວ​ພ້ອມ​ກັນ​ກັບ​ພະ​ຊົວ​ເຈຍ​ແລະ​ພະຍາ​ຫມູ​ສິນ 8 ປົກ​ປ້ອງ​ພະ​​ເຖລະ​ສຽນ​ຈວງ​ໄປ​ດາລາ​ດທະ​ນາ​ພະ​ໄຕ​ປີດົກ​ທີ່​ຊົມ​ພູ​ທະວີບບົນ​ເສົ້ນທາງ​ໄດ້​ຕໍ່​ສູ້​ກັບ​ຜີ​ສາງ​ນາງ​ໄມ້​ແລະ​ສ່ິງ​ແວດ​ລ້ອມ​ທຳ​ມະ​ຊາດ​ອັນ​ທຸ​ລະກັນດານ.


ໃນ​ນິທານ​ເລື້ອງ​ໄຊ​ອິວ ພະ​ເອກ​ບໍ່​ແມ່ນ​ພະ​ເຖລະ​ສຽນ​ຈວງ​ແຕ່​ຫາກ​ແມ່ນ​ຫັນ​ນຸມານ​ເຮັງ​ເຈຍ.ຫັນ​ນຸມານ​ເຮັງ​ເຈຍ​ແມ່ນ​ພະ​ເອກ​ຜູ່​ທີ​ຫນຶ່ງ​ໃນ​ນິທານ​ເລື້ອງ​ໄຊ​ອິວ,ທັງ​ແມ່ນ​ຫນ່ຶງ​ໃນ​ຈຳນວນ​ຮູບ​ປະພັນ​ທີ່​ເປັນ​ຕົວ​​ແບບ​ເດ່ັນ​ກວ່າ​ຫມູ່​ຫມົດ​ໃນ​ວັນນະ​ຄະດີບູຮານ​ຈີນ,ຫັນ​ນຸມານ​ເຮັງ​ເຈຍ​ມີ​ນິດ​ໃດ​ອວດອົງ​ທະ​ນົງ​ຕົວ ບໍ່​ຢ້ານ​ຟ້າ​ຢ້ານ​ແຖນ​ຫຍັງ​ຫມົດ,ບໍ່​ເອົາ​ຫົວຊາ​ນຳ​ອິດ​ທິພົນ​ໃດໆ​ທັງ​ສິ້ນ,ຫັນ​ນຸມານ​ເຮັງ​ເຈຍ​ມີ​ກຳລັງວັງຊາ​ເຕັມ​ປ່ຽມ,ມີນ້ຳ​ໃຈ​ຕໍ່​ສູ້​ອັນ​​ແຮງ​ກ້າ,​ເພ່ິນ​ແມ່ນ​ຊັງ​ອິດ​ທິກຳລັງ​ຂອງ​ພວກ​ຜີ​ສາງ​ມານ​ຮ້າຍ​ທຸກຢ່າງ,ຖ້າ​ບໍ່​ໂຈມ​ຕີ​ພວກ​ມັນ​ໃຫ້​ປະລາ​ໄຊ​ຍ່ອຍ​ຍັບ​ກໍ່ບໍ່​ຍອມ​ເດັດຂາດຫັນ​ນຸມານ​ເຮັງ​ເຈຍ​ເປັນຄົນ​ຊ່າງ​ປາກ​ຊ່າງ​ເວົ້າ,ສະຫຼາດຫຼັກ​ແຫຼມ,ມີ​ຈິດ​ໃຈ​ອາລົມ​ຂອງ​ຄົນ​ທຳ​ມະ​ດາ​ສາມັນ,​ເຖິວ​ວ່າ​ເພ່ິນ​ເປັນ​ລິງ ກິລິຍາ​ຄ່ອງ​ແຄ້ວ,​ໃຈຮ້ອນ,ດ​ແຕ່​ເພ່ິນ​ກໍ່​ແມ່ນ​ເທວະ​ດາ,ມີ​ອະພິ​ນິທານ​ແລະ​ມີ​ແສນ​ຍາ​ນຸດ​ພາບ​ອັນ​ກ້າ​ເກັ່ງກັບ​ເພດ​ໄດ້​ຫຼາຍສິ່ງ​ຫຼາຍຢ່າງ,ຄວາມ​ເປັນ​ມະນຸດ​ຂອງ​ເພິ່ນ​ເຮັດ​ໃຫ້​ເຮັດ​ໃຫ້​ຄົນ​ຮູ້ສຶກ​ສະຫນິດສະຫ​ເນົມ,ສ່ວນ​ຄວາມ​ເປັນ​ລິງ​ພັດ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ຫນ້າ​ຮັກ,ຄວາມ​ເປັນ​ເທວະ​ດາ​ຂອງ​ເພິ່ນ​ໄດ້​ເຮັດ​ໃຫ້​ຄົນ​ຮູ້ສຶກ​ປະຫຼາດ​ໃຈ,ສົມ​ພໍ​ຜູ່​ອ່ານ​ຈ່ິງ​ຕິດ​ອົກ​ຕິດ​ໃຈ​ນຳ​ຮູບ​ປະພັນ​ວັນນະຄະດີ​ດັ່ງກ່າວ,ນອກຈາກ​ຫັນ​ນຸມານ​ເຮັງ​ເຈຍ​ແລ້ວ,ອີກ​ຫຼາຍບຸກ
ຄົນ​ໃນ​ຫນັງສື​ເຫຼັ້ມນີ້,ຄື​ພະຍາ​ຫມູ​ສິນ 8 ​ແລະ​ພະ​ຊົວ​ເຈຍ,ກໍ​ຕ່າງ​ມີ​ນິດ​ໃສ​ໃຈ​ຄໍຂອງ​ໃຜລາວ​ອັນ​ໄດ້​ສ້າງ​ພາບ​ພົດ​ໄວ້​ກັບ​ຜູ່​ອ່ານ​ຢ່າງ​ເລິກ​ເຊ່ິງ.


ຈຸດ​ພິ​ເສດ​ເດັ່ນ​ກວ່າ​ຫມູ່​ຂອງ​ເລື້ອງ​ໄຊ​ອິວ​ແມ່ນ​ມີ​ຈິນຕະນາການ​ອູ​ດົມສົມບູນ​ແລະ​ແປກ​ປະ​ຫຼາດ.ຢ່າງ​ວ່າ​ຫັນ​ນຸມານ​ເຮັງ​ເຈຍ​ມີ​ອະພິນິຫານ​ເກັ່ງ​ກ້າ,ດັບ​ເພດ​ໄດ້ 72 ຢ່າງ,ສາມາດ​ເຫີນຈຸຟ້າ,ທັງ​ສາມາດ​ກັບກາຍ​ເປັນ​ແມງ​ໄມ້​ໂຕ​ນ້ອຍໆ,ພວກ​ຜີ​ສາງ​ມານ​ຮ້າຍ​ແມ່ນ​ມີຫຼາຍວາດ​ຫຼາຍຊົງ,​ເຊັ່ນ:ປີສາດ​ຊ້າງ​ໃຊ້​ງວງ​ມັນ​ມ້ວນ​ເອົາ​ຄົນ,ປີ​ສາດ​ລິງ​ອ້າ​ປາກ​ບາດ​ຫນຶ່ງ​ກໍ່ກືນ​ກິນ​ທະຫານ​ໄດ້​ຕັ້ງ​ແສນ,ຜີ​ສາດ​ແມງມຸມ​ກໍ​ຍິ່ງ​ເປັນຕາ​ເບິ່ງ,ພວກ​ມັນ​ຜູ່​ໃດ​ກໍສາວ​ໃຍ​ອອກ​ມາ​ຈາກ​ສາຍ​ບື​ຂອງ​ຕົນ​ໄດ້,ຈີນ​ຕະນາ​ການ​ເຫຼົ່ານີ້​ທັງ​ເປັນ​ຫນ້າ​ປະ​ຫຼາດທັງ​ສົມ​ເຫດ​ສົມ​ຜົນ.


ເລື້ອງ​ໄຊ​ອິວ​ແມ່ນ​ບົດ​ປະ​ພັນ​ວັນ​ນະ​ຄະດີ​ອັນ​ເດີ​ເລີດ​ໃນ​ສະ​ໄຫມ​ຈີນ​ບູຮານ,ມີ​ຄົນເອີ້ນ​ເລື້ອງ​ໄຊ​ອິວ,​ເລື້ອງຄວາມ​ຝັນ​ໃນ​ວິມານ​ແດງ,​ເລື້ອງສາມ​ກົກ​ແລະ​ເລື້ອງ​ສຸຍ​ຮູເປັນ​ບົດ​ປະພັນ​ຊື່​ດັງ​ທັງ​ສ່ີ​ໃນ​ສະ​ໄຫມ​ຈີນ​ບູຮານ.​


ນິຍາຍ​ພິສະ​ດານ​ເລື້ອງ​ຄວາມ​ຝັນ​ໃນ​ວິມານ​ແດງ ​ເປັນ​ຕົວ​ແທນ​ຜົນງານ​ສູ​ງສຸດ​ຂອງ​ນິຍາຍ​ໃນ​ສະ​ໄຫມ​ຈີນ​ບູຮານ,ບໍ່​ພຽງ​ແຕ່​ປະຊາຊົນ​ຈີນ​ໃຜໆ​ກໍ່​ຮູ້ຈັກ​ທໍ່​ນັ້ນ,ບົນ​ເວທີ​ວັນນະ​ຄະດີ​ໂລກ​ກໍ່​ແມ່ນ​ບົດ​ປະ​ພັນ​ທີ່​ມີ​ຊື່​ສຽງ​ເຊິ່ງ​ໃຜໆ​ກໍ​ຮັບ​ຮູ້​ນຳ​ກັນ,ຕໍ່​ໄປ​ເຮົາ​ຂໍ​ສະ​ເຫ​ນີທ່ານ​ສາວ​ເສ​ຍະ​ສີ ນັກ​ແຕ່ງນິຍາຍ​ຜູ່​ດີ​ເລີດ​ຂອງ​ຈີນ​ແລະ​ເລື້ອງ​ຄວາມ​ຝັນ​ໃນ​ວິມານ​ແດງ​ທີ່​ທ່ານ​ເປັນ​ຜູ່​ແຕ່ງ.